HomeBaby-ແມ່ແລະເດັກບໍ່ຄວນເຮັດແບບນີ້ກັບເດັກນ້ອຍໃນໄວອາຍຸ 1-5 ເພາະສ່ຽງກະດູກແຂນສອກເຄື່ອນ

ບໍ່ຄວນເຮັດແບບນີ້ກັບເດັກນ້ອຍໃນໄວອາຍຸ 1-5 ເພາະສ່ຽງກະດູກແຂນສອກເຄື່ອນ

Published on

ເດັກນ້ອຍໄວອາຍຸ 1-5 ປີ ມັກອຸບັດຕິເຫດຂໍ້ສອກເຄື່ອນຫຼຸດອອກຈາກກັນເລື່ອຍໆ ເຊິ່ງສ່ວນຫຼາຍມັກຈາກເກີດຈາກຄວາມຜິດພາດຂອງຜູ້ປົກຄອງ ຄືດັ່ງເຫັນໃນຮູບພາບລຸ່ມນີ້ ໃນພາບສະແດງໃຫ້ເຫັນການຈູງລູກ, ການຢອກລູກທີ່ອາດສົ່ງຜົນກະທົບໃຫ້ກັບລູກໂດຍທີ່ແມ່ບໍ່ຮູ້ຕົວ

ອູບັດຕິເຫດຂໍ້ສອກຫຼຸດຂອງລູກນ້ອຍເກີດຂຶ້ນໄດ້ແນວໃດ?

ເນື່ອງຈາກໂຄງຮ່າງຂອງກ້າມເນື້ອ, ເອັນ ແລະ ຂໍ້ຕໍ່ຂອງກະດູກຂໍ້ສອກຂອງເດັກນ້ອຍອາຍຸ 1-5 ປີ ນັ້ນຍັງພັດທະນາບໍ່ທັນສົມບູນເທື່ອ ສະນັ້ນຫາກມີການເຄື່ອນຜິດຈັງຫວະກໍ່ຈະເຮັດໃຫ້ກະດູກຂໍ້ຕໍ່ນັ້ນຫຼຸດອອກຈາກກັນໄດ້ງ່າຍ ເຊິ່ງສາເຫດທີ່ເຮັດໃຫ້ກະດູກຂໍສອກຂອງລູກນ້ອຍເຄື່ອນໄດ້ນັ້ນ ແມ່ນມາຈາກ: ການດຶງແຂນລູກ, ການຫຶ້ງແຂນລູກ, ການຈັບແຂນລູກຍົກຂຶ້ນຕົວລອຍ, ການຈັັບແຂກລູກແລ້ວສັ່ນກະຕຸກ ເປັນຕົ້ນ

ສັງເກດອາການເມື່ອລູກກະດູກຂໍ້ສອກຫຼຸດ

  1. ເວລາຈັບ ຫຼື ດຶງແຂນລູກແລ້ວລູກຮ້ອງໄຫ້ເພາະເຈັບ
  2. ເໜັງຕືງແຂນບໍ່ໄດ້ ແຕ່ຍັງເໜັງບ່າໄຫລ່ໄດ້ຢູ່
  3. ແຂນຢຽດໄດ້ແຕ່ບໍ່ສຸດ
  4. ຂໍ້ສອກຈະຢູ່ໃນທ່າງໍເລັກໜ້ອຍ ຫຸບເຂົ້າຫາລຳຕົວບໍ່ໄດ້ແຈບເພາະເຈັບ

ວິທີປະຖົມພະຍາບານເມື່ອຕົ້ນ

ເມື່ອຮູ້ແລ້ວວ່າລູກຂໍ້ສອກຫຼຸດ ແມ່ນຢ່າໃຫ້ເໜັງຕີງບໍ່ລິເວນສ່ວນທີ່ເຈັບແມ່ນໃຫ້ຢູ່ນິ້ງໆເຂົ້າໄວ້ ພະຍາຍາມຢ່າໃຫ້ມັນເຄື່ອນເໜັງຫຼາຍທີ່ສຸດ ຈາກນັ້ນກໍ່ນຳສົ່ງໂຮງໝໍ ເພື່ອໃຫ້ແພດຮັກສາ.

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...