spot_img
Homeຂ່າວຕ່າງປະເທດເກີດເຫດລະເບີດຢູ່ປາກິສະຖານ ມີຜູ້ເສຍຊີວິດ ແລະບາດເຈັບຈຳນວນຫຼາຍ

ເກີດເຫດລະເບີດຢູ່ປາກິສະຖານ ມີຜູ້ເສຍຊີວິດ ແລະບາດເຈັບຈຳນວນຫຼາຍ

Published on

ສຳນັກຂ່າວເອເອຟຟີລາຍງານເມື່ອວັນທີ 13 ກຸມພາ 2017 ຜ່ານມາວ່າ ໄດ້ເກີດເຫດລະເບີດຢູ່ບໍລິເວນມອລໂຣດ ເຊິ່ງເປັນເສັ້ນທາງສຳຄັນຂອງເມືອງລະຮໍ ເມືອງເອກຂອງແຄວ້ນປັນຈາບ ປະເທດປະກິສະຖານ ເຊິ່ງເກີດເຫດຂະນະມີກຸ່ມນັກເຄມີຈຳນວນຫຼາຍຮ້ອຍຄົນ ຊຸມນຸມປະທ້ວງກົດໝາຍໃໝ່ ຢູ່ໃກ້ກັບອາຄານລັດຖະສະພາ ຂອງແຄວ້ນປັນຈາບ ເຊິ່ງເບື້ອງຕົ້ນມີການລາຍງານວ່າ ແຮງລະເບີດທີ່ເກີດຂຶ້ນສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 10 ຄົນ ບາດເຈັບອີກ 60 ກວ່າຄົນ

ຫຼັງຈາກເກີດເຫດ ສ້າງຄວາມຕື່ນຕົກໃຈ ໃຫ້ກັບຜູ້ທີ່ຢູ່ໃນພື້ນທີ່ດັ່ງກ່າວ ໃຫ້ໜີເອົາຊີວິດລອດ ເຈົ້າໜ້າທີ່ໄດ້ນຳກຳລັງເຂົ້າປິດພື້ນທີ່ເກີດເຫດ ທ່າມກາງຄວາມຢ້ານກົວອາດເກີດລະເບີດໂຈມຕີອີກຄັ້ງ ໃນຂະນະທີ່ເຈົ້າໜ້າທີ່ກູ້ໄພກຳລັງມາຊ່ວຍເຫຼືອຜູ້ປະສົບເຫດ ແລະນຳສົ່ງຜູ້ທີ່ຮັບບາດເຈັບໄປໂຮງໝໍ

ບົດຄວາມຫຼ້າສຸດ

ລັດຖະບານຍີ່ປຸ່ນໃຫ້ທຶນການຊ່ວຍເຫຼືອ 96,600 ໂດລາ ເພື່ອຊ່ວຍຍົກລະດັບການສຶກສາໃນແຂວງອຸດົມໄຊ

ລັດຖະບານຍີ່ປຸ່ນ ຊ່ວຍຍົກລະດັບການສຶກສາຊັ້ນອະນຸບານ ແລະ ປະຖົມໃນແຂວງອຸດົມໄຊ ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 89,600 ໂດລາ ໃນການສະໜັບສະໜູນໂຄງການດ້ານການສຶກສາໃນແຂວງອຸດົມໄຊ ພາຍໃຕ້​ໂຄງ​ການ​ເສີມ​ສ້າງ​ຄວາມ​ໝັ້ນ​ຄົງ​ຂອງ​ມະ​ນຸດ​ຂັ້ນ​ຮາກ​ຖານ (GGP); ພິທີລົງນາມການຊ່ວຍເຫຼືອດັ່ງກ່າວຈັດຂຶ້ນໃນຫວ່າງບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ. ໂຄງການຈະໃຫ້ການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນ ແລະ ຫ້ອງນໍ້າໃໝ່ ພ້ອມທັງສະໜອງສິ່ງອຳນວຍຄວາມສະດວກທີ່ຈຳເປັນ...

ຊົມເຊີຍທີມແພດຈີນ-ລາວ ສໍາເລັດການຜ່າຕັດກະດູກຫັກມອນເຕກຽຍ (Monteggia) ຂອງເດັກນ້ອຍ

ຊ່ຽວຊານແພດຈີນ ແລະ ລາວ ສໍາເລັດການຜ່າຕັດກະດູກຫັກມອນເຕກຽຍ(Monteggia) ຂອງເດັກນ້ອຍ ເມື່ອບໍ່ດົນນີ້, ພາຍໃຕ້ການຊີ້ນໍາຂອງຄະນະຊ່ຽວຊານການແພດທະຫານຈີນຊຸດທີ 12 ປະຈໍາລາວ (ມາຈາກໂຮງໝໍຊີຈິ່ງ ຂອງມະຫາວິທະຍາໄລການແພດທະຫານອາກາດຈີນ) ຮ່ວມກັບພະແນກກະທົບຜ່າຕັດ-ກະດູກຂອງໂຮງໝໍ ສູນກາງ103 ກອງທັບປະຊາຊົນລາວ ໄດ້ສໍາເລັດການຜ່າຕັດກະດູກຫັກມອນເຕກຽຍ(Monteggia)...

ກັບຄືສູ່ບ້ານເຮົາແລ້ວ! ທາງການໄທສົ່ງມອບພຣະພຸດທະຮູບບູຮານຄືນສູ່ປະເທດລາວ

ທາງການໄທສົ່ງມອບພຣະພຸດທະຮູບບູຮານ ທີ່ສູນຫາຍໃນສະໄໝສົງຄາມອິນດູຈີນຄືນໃຫ້ແກ່ ສປປ ລາວ ໃນວັນທີ 7 ມີນາ 2025, ທ່ານອຸປະກິດ ປາຈະລີຍາງກຸນ ອະດີດສະມາຊິກວຸດທິສະພາ, ຫົວໜ້າຜູ້ແທນທຳມະທູດຂອງໄທ ໄດ້ເຂົ້າພົບ ທ່ານ ຄຳພັນ...

ຊາຍໜຸ່ມກໍ່ເຫດໃຊ້ມີດບຸກແທງຄໍແຟນສາວເສຍຊີວິດ ຄາຫ້ອງເຊົ່າ ຍ້ອນຫຶງທີ່ແຟນສົ່ງຍິ້ມໃຫ້ຊາຍອື່ນ

ຊາຍໜຸ່ມຫຶງໂຫດ! ບຸກແທງຄໍແຟນສາວເສຍຊີວິດ ຄາຫ້ອງເຊົ່າ ຍ້ອນຫຶງທີ່ແຟນສົ່ງຍິ້ມໃຫ້ຊາຍອື່ນ ສຳນັກຂ່າວໄທລັດລາຍງານໃນວັນທີ 6 ມີນາ 2025 ຜ່ານມາ ເຈົ້າໜ້າທີ່ຕຳລວດໄດ້ຮັບແຈ້ງເຫດວ່າມີຄົນຖືກແທງເສຍຊີວິດ ຢູ່ຫ້ອງເຊົ່າແຫ່ງໜຶ່ງ ທີ່ຈັງຫວັດຣາຊະບູລີ ປະເທດໄທ. ຕາມການລາຍງານ: ຜູ້ກໍ່ເຫດຊື່ທ້າວ ຊາຍ...