spot_img
Homeຂ່າວພາຍ​ໃນປາກຽວ ເປີດໃຫ້ແຟນຄລັບໂຫວດຫາຄູ່ຊົກໃໝ່ໃນທະວີດເຕີ

ປາກຽວ ເປີດໃຫ້ແຟນຄລັບໂຫວດຫາຄູ່ຊົກໃໝ່ໃນທະວີດເຕີ

Published on

ແມນນີ່ ປາກຽວ ແຊັມມວຍໂລກຮຸ່ນ ວໍເຕີເວດ ຂອງອົງການມວຍໂລກ ຊ່ວງນີ້ມາແປກ ຫຼັງໄດ້ໂພສຂໍ້ຄວາມ “See you in UAE for my next fight. #TeamPacquiao” ລົງໃນທະວິດເຕີສ່ວນຕົວ ເພື່ອເປີດໃຫ້ແຟນຄລັບເປັນຄົນເລືອກຕູ່ຊົກ ໄຟຕ໌ການຊົກຕໍ່ໄປຂອງເຂົາ ເຊິ່ງມີຕົວເລືອກຄື: ເຈຟ ຮອນ ຊາວອອສເຕເລຍ,​ ເທີເຣນ ຄຣອຟ ແຊັມມວຍໂລກຊາວອາເມລິກັນ, ອາເມຍ ຂ່ານ ຍອດແຊັມມວຍໂລກຊາວອັງກິດ ຫຼື ເດລ ບຣູ໊ດ ແຊັມມວຍໂລກຮຸ່ນວໍເຕເວດ ສະຫະພັນມວຍນານາຊາດ ຫຼື ໄອບີເອຟ ຊາວອັງກິດ.

ການເປີດໂຫວດຂອງ ປາກຽວ ໃນຄັ້ງນີ້ ກໍ່ໄດ້ມີແຟນມວຍກວ່າ 108,000 ຄົນ ຮ່ວມລົງຄະແນນ ເຊິ່ງຜົນຫຼ້າສຸດເມື່ອເຊົ້າວັນຈັນທີ 13 ກຸມພາ 2017 (ມື້ນີ້) ມີແຟນໆກວ່າ 10,000 ຄົນ ໂຫວດໃຫ້ ຂ່ານ ເປັນຄູ່ຊົກຂອງປາກຽວ

ກ່ອນໜ້ານີ້ ເຄີຍມີຂ່າວວ່າ ແມນນີ່ ປາກຽວ ຍອດນັກມວຍແຊັມໂລກຊາວ ຟິລິບປິນ ມີແຜນຈະຂຶ້ນຊົກກັບ ເຈຟ ຮອນ ໃນເດືອນ ເມສາ 2017 ທີ່ໃກ້ຈະມາຮອດນີ້ ທີ່ນະຄອນ ບຣິສເບນ ປະເທດ ອອສເຕຣເລຍ ແຕ່ຫຼ້າສຸດ ເຂົາໄດ້ປ່ຽນແຜນຈະຂຶ້ນຊົກທີ່ ສະຫະລັດອາຫຼັບເອມິເຣດ.

ສ່ວນເຫດຜົນວ່າເປັນຫຍັງ ປາກຽວ ຈິ່ງ ເປີດໂຫວດຫາຄູ່ຊົກໃໝ່ນັ້ນບໍ່ໄດ້ຮັບການເປີດເຜີຍຈາກຜູ້ກ່ຽວ

 

ແຫລ່ງຂ່າວ: ເວັບໄຊ ຂ່າວສົດ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...