Homeຂ່າວເຫດການຮອງນາຍົກລັດຖະມົນຕີ ບຸນທອງ ຈິດມະນີ ຢ້ຽມຢາມ ແລະ ເຮັດວຽກຢູ່ສອງແຂວງພາກເໜືອ

ຮອງນາຍົກລັດຖະມົນຕີ ບຸນທອງ ຈິດມະນີ ຢ້ຽມຢາມ ແລະ ເຮັດວຽກຢູ່ສອງແຂວງພາກເໜືອ

Published on

ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ເມືອງປາກແບງ ແຂວງອຸດົມໄຊ ແລະ ເມືອງຜາອຸດົມ ແຂວງບໍ່ແກ້ວ ເມື່ອວັນທີ 7 ກຸມພາຜ່ານມານີ້ ໂດຍການນຳສອງແຂວງ-ເມືອງ ໃຫ້ການຕ້ອນຮັບ. ການລົງຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງປາກແບງ ແຂວງອຸດົມໄຊ, ທ່ານຮອງນາຍົກລັດຖະມົນຕີ ໄດ້ຮັບຟັງການລາຍງານສະພາບລວມໂດຍຫຍໍ້, ສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ໄດ້ມອບເຄື່ອງນຸ່ງ, ຢາປົວພະຍາດ ແລະ ມອບເງິນຊ່ວຍເຫຼືອຈຳນວນໜຶ່ງ ເພື່ອເປັນການຊຸກຍູ້ຊ່ວຍເຫຼືອໃຫ້ເມືອງ ກໍຄືປະຊາຊົນພາຍໃນເມືອງ ແລະ ເດີນທາງໄປເບິ່ງໂຄງການເຂື່ອນໄຟຟ້ານ້ຳຂອງຈຸດປາກແບງ ໂດຍໄດ້ຮັບຟັງການລາຍງານຈາກເຈົ້າຂອງໂຄງການໂດຍສັງເຂບ. ໃນວັນດຽວກັນ, ທ່ານຮອງນາຍົກ ພ້ອມຄະນະ ກໍໄດ້ເດີນທາງໄປຢ້ຽມຢາມບ້ານຈັດສັນຫາດໝວກ ເມືອງຜາອຸດົມ ແຂວງບໍ່ແກ້ວ ຊຶ່ງເປັນບ້ານຈັດສັນຍົກຍ້າຍໃຫ້ປະຊາຊົນຜູ້ຖືກຜົນກະທົບ ຈາກການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກນ້ຳທາ 1 ແລະ ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດໂຄງການຈັດສັນທີ່ຢູ່ອາໄສຂອງປະຊາຊົນ ຈາກເລຂາພັກບ້ານນາຍບ້ານໆຫາດໝວກ ຊຶ່ງໄດ້ສຳເລັດການປຸກເຮືອນໃຫ້ປະຊາຊົນລວມ ທັງໝົດ 566 ຫຼັງຄາເຮືອນ; ໄດ້ກໍ່ສ້າງເສັ້ນທາງແຕ່ບ້ານຫາດຄຳ-ບ້ານຈັດສັນຫາດໝວກ ໄລຍະທາງ 12 ກິໂລແມັດ ແລະ ກໍ່ສ້າງເສັ້ນທາງພາຍໃນບ້ານຈັດສັນ ເຮັດໃຫ້ການສັນຈອນໄປມາມີຄວາມສະດວກຂຶ້ນ; ໄດ້ສຳເລັດການສ້າງ ແລະ ໄຂການນຳໃຊ້ໂຮງຮຽນ 4 ຫຼັງ; ສຸກສາລາ-ຫໍພັກແພດ, ຫົວງານນ້ຳລິນ, ອ່າງເກັບນ້ຳ 3 ອ່າງ, ກໍ່ສ້າງລະບົບໄຟຟ້າພ້ອມໝໍ້ແບ່ງ, ຕິດຕັ້ງໄຟຟ້າເຂົ້າເຮືອນປະຊາຊົນ 559 ຫຼັງຄາເທົ່າກັບ 98,76%; ບຸກເບີກ ແລະ ປັບເນື້ອທີ່ກໍ່ສ້າງວັດ, ສ້າງຕະຫຼາດ, ສະໂມສອນ ແລະ ຫ້ອງການ ບ້ານ. ໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມຕໍ່ສະມາຊິກພັກ-ພະນັກງານ, ທະຫານ, ຕຳຫຼວດ ແລະ ພໍ່ແມ່ປະຊາຊົນ ໂດຍສະແດງເຖິງຄວາມເປັນຫ່ວງເປັນໄຍ ຈາກພັກ-ລັດຂັ້ນເທິງ ແລະ ໄດ້ ເນັ້ນໜັກໃຫ້ອົງການປົກຄອງ- ປະຊາຊົນແຕ່ຂັ້ນແຂວງລົງຫາ ຮາກຖານບ້ານໃຫ້ເອົາໃຈໃສ່ ໃນການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການແກ້ໄຂ ແລະ ຕ້ານປະກົດການຫຍໍ້ທໍ້,ບັນຫາຢາເສບຕິດ, ປັບປຸງລະບົບການຈັດຕັ້ງຂອງບ້ານ, ເມືອງ, ເອົາໃຈໃສ່ວຽກງານສາມສ້າງ, ການພັດທະນາເສດຖະກິດ-ສັງຄົມ ແລະ ໄດ້ມອບເຄື່ອງນຸ່ງໃຫ້ປະຊາຊົນໃນບ້ານ, ມອບຢາປົວພະຍາດໃຫ້ສຸກສາລາບ້ານ, ອຸປະກອນການຮຽນ-ອຸປະກອນ ກິລາ ແລະ ມອບເງິນຊ່ວຍເຫຼືອ ໃຫ້ບ້ານຫາດໝວກ ແລະ ເມືອງຜາອຸດົມຈຳນວນໜຶ່ງ ເພື່ອເປັນການຊຸກຍູ້ຊ່ວຍເຫຼືອ ແລະ ໃຫ້ກຳລັງໃຈປະຊາຊົນ ພາຍໃນບ້ານຈັດສັນໃໝ່ ພ້ອມນີ້ຍັງໄດ້ໄປຢ້ຽມຢາມເບິ່ງ ໂຄງການເຂື່ອນໄຟຟ້ານ້ຳທາ 1, ມູນຄ່າການກໍ່ສ້າງ 447 ລ້ານ ໂດລາສະຫະລັດ, ກຳລັງການຕິດຕັ້ງ 168 ເມກາວັດ, ປັດຈຸບັນການກໍ່ສ້າງສຳເລັດແລ້ວ 67,95% ຄາດວ່າຈະໃຫ້ສຳເລັດ ແລະ ເລີ່ມຜະລິດໄຟຟ້າຈັກເບີ 1 ໃນວັນທີ 31 ທັນວາ 2017 ຊຶ່ງໄວກ່ອນກຳນົດເດີມ ກໍຄືວັນທີ 31 ເມສາ 2016.

 

ແຫລ່ງຂ່າວ:

ປຊຊ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...