spot_img
Homeຂ່າວທ້ອງຖິ່ນຄວນສ້າງເງື່ອນໄຂໃຫ້ສື່ມວນຊົນເຂົ້າຮ່ວມວຽກງານຕິດຕາມກວດກາຫລາຍຂຶ້ນ

ຄວນສ້າງເງື່ອນໄຂໃຫ້ສື່ມວນຊົນເຂົ້າຮ່ວມວຽກງານຕິດຕາມກວດກາຫລາຍຂຶ້ນ

Published on

ນັບແຕ່ມີການກຳເນີດເກີດຂຶ້ນຂອງສື່ມວນຊົນລາວ, ພັກ ແລະ ລັດຖະບານໄດ້ຖືສື່ມວນຊົນຄືນັກຮົບທາງດ້ານການເມືອງແນວຄິດ ແລະ ຄຽງຄູ່ກັນນັ້ນ ກໍເປັນຜູ້ຕິດຕາມກວດສອບການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດມາແຕ່ລະໄລຍະ ເຊິ່ງວຽກງານກວດກາເປັນໜຶ່ງໃນພາລະບົດບາດຂອງການນຳພາ. ໝາຍວ່າມີການນຳພາຕ້ອງມີການກວດກາ ແລະ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການທີ່ນັບມື້ສູງຂຶ້ນໃນການພັດທະນາເສດຖະກິດ-ສັງຄົມ

ໂດຍສະເພາະຜັນຂະຫຍາຍມະຕິກອງປະຊຸມຄັ້ງທີ X ຂອງພັກ, ກົດລະບຽບພັກສະໄໝທີ X ກ່ຽວກັບວຽກງານກວດກາ ແລະ ເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດຄັ້ງທີ III ໃຫ້ເປັນອັນລະອຽດ ກໍຄືປະຕິບັດກົດໝາຍກວດກາລັດ, ກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫລວງ, ກົດໝາຍວ່າດ້ວຍການແກ້ໄຂຄຳຮ້ອງທຸກໃຫ້ດີຂຶ້ນ ແລະ ມີຄວາມເຂັ້ມງວດ. ສະນັ້ນ ເຫັນວ່າສື່ມວນຊົນຕ້ອງເພີ່ມທະວີບົດບາດ ແລະ ສ້າງເງື່ອນໄຂ ເພື່ອໃຫ້ສາມາດຕິດຕາມກວດກາ, ສະກັດກັ້ນສິ່ງຫຍໍ້ທໍ້ຕ່າງໆຫລາຍຂຶ້ນ.

           ຕາມການລາຍງານຂອງຄະນະຈັດຕັ້ງສູນກາງພັກ ໃຫ້ຮູ້ວ່າ: ນັບແຕ່ມື້ສ້າງຕັ້ງອົງການກວດ ກາພັກ-ລັດແຕ່ປີ 1982 ເປັນຕົ້ນມາ, ອົງການດັ່ງກ່າວໄດ້ມີຄວາມພະຍາຍາມເຄື່ອນໄຫວປະຕິບັດພາລະບົດບາດຂອງຕົນເຊັ່ນ: ໃນປີ 1986-1991 ໄດ້ກວດກາທັງໝົດ 23 ອົງຄະນະພັກເມືອງ, 7.971 ເທື່ອໜ່ວຍພັກ, ມີສະມາຊິກໄດ້ຮັບການກວດກາ 20.108 ສະຫາຍ, ມີຜູ້ກະທຳຜິດຕໍ່ລະບຽບພັກ 197 ສະຫາຍ ແລະ ດ້ານເສດຖະກິດໄດ້ກວດກາຈຳນວນ 382 ການຈັດຕັ້ງຮາກຖານການຜະລິດ, ປີ 1991-1996 ໄດ້ກວດກາທັງໝົດ 23 ອົງຄະນະພັກ, 7.971 ໜ່ວຍພັກ, ມີສະມາຊິກຮັບການກວດກາ 85.982 ສະຫາຍ, ໄດ້ກວດກາການສໍ້ລາດບັງຫລວງຢູ່ 360 ການຈັດຕັ້ງບໍລິຫານ, ຫົວໜ່ວຍທຸລະກິດ-ວິສາຫະກິດ ແລະ ກົມກອງໃນກຳລັງປະກອບອາວຸດ ເຫັນວ່າມີງົບປະມານຮົ່ວໄຫລຫລາຍກວ່າ 32 ຕື້ກີບ, ເກັບກູ້ຄືນໄດ້ 20 ກວ່າຕື້ກີບ ແລະ ປະຕິບັດວິໄນຕໍ່ຜູ້ກະທຳຜິດທັງໝົດ 960 ຄົນ. ແຕ່ປີ 1996-2001 ໄດ້ດຳເນີນການກວດກາຈຳນວນ 2.864 ໜ່ວຍພັກ ແລະ ກວດກາການສໍ້ລາດບັງຫລວງຈຳນວນ 174 ເປົ້າໝາຍ, ແຕ່ປີ 2001-2006 ໄດ້ກວດກາ 1 ພັນກວ່າໜ່ວຍພັກ, ມີສະມາຊິກພັກຖືກປະຕິບັດວິໄນ 330 ສະຫາຍ, ພົບເຫັນຜົນເສຍຫາຍທີ່ເກີດຈາກການນຳເຂົ້າລົດ, ຂຸດຄົ້ນໄມ້, ໂຄງການຊົນລະປະທານ, ການເຄື່ອນໄຫວທຸລະກິດຂອງລັດຫລາຍກວ່າ 472 ຕື້ກີບ, 62 ລ້ານບາດ (ສະກຸນເງິນໄທ) ແລະ 21,8 ລ້ານກວ່າໂດລາສະຫະລັດ. ແຕ່ປີ 2006-2011 ໄດ້ກວດກາ 18.208 ໜ່ວຍພັກ, ມີສະມາຊິກພັກໄດ້ຮັບການກວດກາ 197 ພັນກວ່າສະຫາຍ, ໃນນັ້ນປະຕິບັດວິໄນຂັ້ນຕຳນິຕິຕຽນ 1 ໜ່ວຍພັກ, ກ່າວເຕືອນ 4 ໜ່ວຍພັກ ແລະ 1 ຄະນະພັກເມືອງ,ຍຸບການຈັດຕັ້ງ 4 ຮາກຖານພັກ, ມີສະມາຊິກພັກຖືກວິໄນ 597 ສະຫາຍ, ມີຜົນເສຍຫາຍຫລາຍກວ່າ 463 ຕື້ກີບ, 765 ພັນກວ່າໂດລາສະຫະລັດ ແລະ ແຕ່ປີ 2011-2016 ສາມາດກວດກາໄດ້ 734 ເປົ້າໝາຍ, ພົບເຫັນການເສຍຫາຍ 4.145 ຕື້ກວ່າກີບ, 70 ລ້ານກວ່າໂດລາສະຫະລັດ, 36 ລ້ານກວ່າບາດ ແລະ 539 ພັນຢວນ (ສະກຸນເງິນຈີນ), ພົບເຫັນການຂຸດຄົ້ນໄມ້ ແລະ ຂາຍໄມ້ບໍ່ຖືກຕ້ອງ 303 ພັນກວ່າແມັດກ້ອນ.

          ແຕ່ເພື່ອຢາກເຮັດໃຫ້ວຽກງານດັ່ງກ່າວມີປະສິດທິຜົນສູງຂຶ້ນ ແລະ ມີຄວາມໂປ່ງໃສ, ຈິ່ງເຫັນສົມຄວນວ່າກຳລັງສື່ມວນຊົນຈະຕ້ອງໄດ້ເຂົ້າຮ່ວມໃຫ້ຫລາຍຂຶ້ນກວ່າເກົ່າ ເພື່ອເປັນຫູເປັນຕາຊ່ວຍອົງການກວດກາເຮັດວຽກງານຂອງຕົນໄດ້ດີຂຶ້ນ.

ແຫລ່ງຂ່າວຈາກ: ໜັງສືພິມລາວພັດທະນາ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...