spot_img
Homeເກມມາຮູ້ຈັກກັບຕົ້ນກຳເນີດຂອງນັກວາງລະເບີດນ້ອຍນາມວ່າ Bomberman...

ມາຮູ້ຈັກກັບຕົ້ນກຳເນີດຂອງນັກວາງລະເບີດນ້ອຍນາມວ່າ Bomberman…

Published on

ຖ້າຖາມເລື່ອງເກມ Bomberman ແລ້ວ ຫຼາຍຄົນອາດຈະຮູ້ຈັກກັນດີແນ່ນອນ ເພາະເປັນເກມວາງລະເບີດທີ່ມ່ວນ, ມັນ ກັນແບບບໍ່ຢຸດ, ໂດຍສະເພາະໂໝດຫຼິ້ນນຳກັນຫຼາຍຄົນ ເຮົາສາມາດກວນໝູ່ໄດ້ແບບມ່ວນໆກັນເລີຍ. ແຕ່ຄວາມເປັນຈິງແລ້ວເກມ Bomberman ນີ້ຖືວ່າເປັນເກມທີ່ເປັນເຊີໄພຂອງຄ່າຍ Hudson Soft ແບບຄາດບໍ່ເຖິງຄືກັນ ໂດຍຈຸດກຳເນີດຂອງນັກວາງລະເບີດນ້ອຍນີ້ມີຄວາມໜ້າສົນໃຈບໍ່ໜ້ອຍເລິຍ ເຮົາມາຍ້ອນເບິ່ງນຳກັນເລີຍວ່າ Bomberman ມີທີ່ມາທີ່ໄປຈາກໃສກັນແທ້…

Bomberman ໄດ້ຖືກຳເນີດຂຶ້ນຄັ້ງທຳອິດເມື່ອທ່ານ Nakamoto Shinichi (ນາຄາໂມໂຕະ ຊິນອິຈິ) ນັກພັດທະນາເກມຈາກ Hudson ທີ່ຢາກຈະສ້າງເກມແນວແອັກຊັ່ນຈັກເກມທີ່ມີຄວາມແຕກຕ່າງຈາກເກມໃນຕະຫຼາດທົ່ວໄປ ໂດຍໃຫ້ມີຮູບແບບດ່ານຄືກັບເຂົາວົງກົດທີ່ເຮົາຈະຕ້ອງຫາທາງອອກ ເຊິ່ງມີສັດຕູຄອຍເອົາຊີວິດເຮົາຢູ່ທົ່ວທຸກບ່ອນ ແລະເຮັດໃຫ້ລາວແນມວ່າຫາກຈະເຮັດໃຫ້ແຕກຕ່າງຈາກຕະຫຼາດຍຸກນັ້ນ ກໍຕ້ອງໃຫ້ໂຕເອກໃຊ້ລະເບີດເປັນອາວຸດໄປເລີຍ ແລະລະເບີດທີ່ເວົ້ານີ້ນອກຈາກທຳລາຍສັດຕູແລ້ວ ຍັງສາມາດທຳລາຍດິນຈີ່, ບລ໋ອກ ເພື່ອຫາທາງຜ່ານ ແລະຍັງທຳລາຍໂຕເຮົາເອງໄດ້ອີກນຳ. ດັ່ງນັ້ນການວາງລະເບີດຂອງເຮົາຈະຕ້ອງໜີໃຫ້ຫ່າງຈາກລັດສະໝີການວາງລະເບີດ ນັ້ນຈຶ່ງກໍ່ໃຫ້ເກີດການເຮັດເກມ Bomberman ຂຶ້ນມາໃນທີ່ສຸດ. 

ຈາກເກົ່ານັ້ນ ທ່ານຊິນອິຈິໄດ້ຄຶດວ່າຈະເຮັດເກມນີ້ລົງໃຫ້ເທິງເຄື່ອງ PC ແຕ່ໃນຕອນນັ້ນເຄື່ອງ Famicom ພັດເປັນເຄື່ອງຄອນໂຊລທີ່ດັງທີ່ສຸດໃນຕອນນັ້ນ ເຮັດໃຫ້ທ່ານຊິນອິຈິເກີດການປ່ຽນໃຈມາເຮັດເກມລົງເທິງເຄື່ອງ Famicom ແທນ ແຕ່ເນື່ອງຈາກລາວພັດທະນາເກມໄປເກືອບແລ້ວໆ ການປ່ຽນແຜນມາພອຣ໌ດລົງ Famicom ທັນທີຈຶ່ງບໍ່ແມ່ນເລື່ອງງ່າຍ ເຈົ້າໂຕກໍເລີຍຈຳເປັນຕ້ອງເຮັດວຽກຫຼາຍກວ່າເກົ່າດົນເຖິງ 72 ຊົ່ວໂມງແບບຍາກລຳບາກ ໂດຍບໍ່ຮູ້ວ່າວຽກທີ່ອອກມາຈະເປັນແນວໃດ ແຕ່ວ່າທຸກຢ່າງກໍຜ່ານໄປໄດ້ດ້ວຍດີສົມໃຈ ແລະນັ້ນເຮັດໃຫ້ Bomberman ລົງເທິງເຄື່ອງ Famicom ໄດ້ສຳເລັດ ຈົນສາມາດອອກວາງຈຳໜ່າຍໃຫ້ແຟນເກມໄດ້ຫຼິ້ນແບບມ່ວນໆຈົນໄດ້. 

ນອກຈາກນີ້ ທ່ານຊິນອິຈິ ມີຄວາມຕ້ອງການຂະຫຍາຍແຟນໄຊຂອງເກມນີ້ນຳ ຈຶ່ງໄດ້ວາງເກມຄືໆພາກຕໍ່ແບບ Lode Runner ຂຶ້ນມາ ແລະພັດທະນາໃນຊ່ວງໃກ້ໆກັບ Bomberman ໂດຍລາວໄດ້ປ່ຽນ Bomberman ໃຫ້ເປັນໂຕຮ້າຍຂອງເກມນັ້ນແທນໄປເລີຍ ກະວ່າຈະປິດສາກ Bomberman ແລະປັ້ນ Lode Runner ມາແທນ, ແຕ່ວ່າກໍເກີດເຊີໄພຄັ້ງໃຫຍ່ເມື່ອ Bomberman ພັດຂາຍໄດ້ເຖິງ 1 ລ້ານຊຸດທີ່ຍີ່ປຸ່ນ ເຮັດໃຫ້ທ່ານຊິນອິຈິເຖິງກັບຕົກໃຈ ແລະປ່ຽນຄວາມຄິດອີກຮອບ ໂດຍຍຸບໂປຣເຈັກ Lode Runner ຖິ້ມ ແລ້ວມາພັດທະນາພາກຕໍ່ຂອງ Bomberman ຈົນມັນກາຍມາເປັນເກມຊີຣີສຸດຮິດໃນຍຸກ 90 ໄປທັນທີ. 

ໃນຂະນະດຽວກັນໃນພາກຕໍ່ຂອງ Bomberman ຄື: Bomberman 2 ກໍໄດ້ມີການໃສ່ໂໝດ Multiplayer ເຂົ້າໄປໃນເກມເປັນຄັ້ງທຳອິດ ໂດຍຈະເປັນການຕໍ່ສູ້ກັນຂອງບອມເບີແມນສີຂາວແລະສີດຳ. ເຊິ່ງພາກ 2 ນີ້ ເຖິງວ່າຈະບໍ່ໄດ້ມີການເວົ້າເຖິງເທົ່າທີ່ຄວນ ແຕ່ມັນເປັນການວາງຮາກຖານສຳຄັນໃນການພັດທະນາໂໝດ Multiplayer ຂອງຊີຣີ Bomberman ໃນເວລາຕໍ່ມາ ໂດຍສະເພາະພາກທີ່ດັງທີ່ສຸດແບບ Super Bomberman ນັ້ນເອງ. 

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: online station

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...