spot_img
HomeBaby-ແມ່ແລະເດັກວິທີເຮັດໃຫ້ລູກສະຫຼາດ ຕັ້ງແຕ່ຢູ່ໃນທ້ອງແມ່

ວິທີເຮັດໃຫ້ລູກສະຫຼາດ ຕັ້ງແຕ່ຢູ່ໃນທ້ອງແມ່

Published on

ລູກເກີດມາ ຈະສະຫຼາດໄດ້ນັ້ນ ສຳຄັນແມ່ນກໍຕ້ອງມາຈາກແມ່ ແລະພຶດຕິກຳ ການກະທຳຂອງແມ່, ນອກນັ້ນ ການກິນກໍມີສ່ວນຊ່ວຍເຮັດໃຫ້ລູກແຂງແຮງ ແລະສະຫຼາດໄດ້

  1. ລົມກັບລູກກະຕຸ້ນຄວາມຄິດສ້າງສັນ: ການລົມກັບລູກທີ່ຢູ່ໃນທ້ອງ ເປັນເຄັດລັບທີ່ສຳຄັນ ທີ່ເຮັດໃຫ້ລູກສະຫຼາດຕັ້ງແຕ່ຍັງຢູ່ໃນທ້ອງແມ່, ສຽງຂອງແມ່ ສະສົ່ງຜ່ານໄປຫາປະສາດຂອງລູກນ້ອຍ ເພື່ອປູພື້ນຖານການໄດ້ຍິນ​, ການຮັບຮູ້, ການແຍກສຽງ ເຮັດໃຫ້ລູກໃນທ້ອງມີທັກສະດ້ານພາສາ ແລະສື່ສານຕັ້ງແຕ່ຍັງບໍ່ທັນເກີດ ເພາະສຽງແມ່ມີປະສິດທິພາບຫຼາຍທີ່ສຸດ ເຊິ່ງເຮັດແບບນີ້ໄດ້ຕະຫຼອດທຸກມື້ລະຫວ່າງຖືພາ ເປັນການສ້າງຄວາມສະຫຼາດໃຫ້ລູກໄດ້ແບບງ່າຍໆ
  2. ສຳຜັດທ້ອງ ລູກຈະຕອບສະໜອງເກັ່ງ: ການລູບທ້ອງແຮງໆ ລູບເປັນວົງມົນ ຈາກລຸ່ມຂຶ້ນເທິງ ຫຼືຈາກເທິງລົງລຸ່ມກໍໄດ້ ເພື່ອກະຕຸ້ນການສຳຜັດໃຫ້ລູກນ້ອຍໄດ້ຮຽນຮູ້ການສື່ສານຜ່ານຜິວໜັງ ແລະມົດລູກຂອງແມ່, ເຮັດໄດ້ຕັ້ງແຕ່ຫຼັງອາທິດທີ 8 ເປັນຕົ້ນໄປ ເພາະລູກເລີ່ມໄວຕໍ່ສຳຜັດ ແລະເຄື່ອນໄຫວໄດ້ແລ້ວ
  3. ແມ່ອອກກຳລັງກາຍ ລູກໄດ້ຮັບຜົນດີ: ການອອກກໍາລັງກາຍໃຫ້ພໍດີກັບແມ່ທີ່ຖືພາ ດ້ວຍການສໍາຫຼວດຄວາມພ້ອມຂອງຕົວເອງ ຫຼືປຶກສາແພດໝໍເຖິງແນວທາງທີ່ເໝາະສົມຂອງແຕ່ລະຄົນ ແລະເລືອກອອກກຳລັງກາຍແບບເບົາໆ ໃຫ້ເປັນກິດຈະວັດປະຈຳວັນວັນລະ 20-30 ນາທີ ຊ່ວຍໃຫ້ຫົວໃຈຂອງແມ່ເຮັດວຽກໄດ້ດີ, ເລືອດໄຫຼວຽນດີ, ຮ່າງກາຍແຂງແຮງ ທີ່ສຳຄັນຄື ເພີ່ມການພັດທະນາສະໝອງໃຫ້ລູກ ທີ່ເຄື່ອນໄຫວໄປກັບແມ່
  4. ກິນໄຂ່ມື້ລະໜ່ວຍ ບຳລຸງສະໝອງຕັ້ງແຕ່ຢູ່ໃນທ້ອງ: ແມ່ຍິງທີ່ຖືພາ ຄວນກິນໄຂ່ມື້ລະໜ່ວຍ ເພາະເປັນແຫຼ່ງໂປຣຕີນທີ່ດີຫຼາຍ ໄຂ່ 1 ໜ່ວຍ ມີໂປຣຕີນ 6 ກຣາມ ມີວິຕາມິນຕ່າງໆ ທັງວິຕາມິນບີ, ບີ 12, ຊີ, ດີ, ອີ ແລະເຄ ມີກົດອະມິໂນເຖິງ 9 ຊະນິດ ລວມເຖິງໂອເມກ້າ 3 ນຳອີກ ແລະທີ່ສຳຄັນມີໂຄລີນຫຼາຍເຖິງ 20% ເຊິ່ງທັງໝົດນັ້ນຊ່ວຍບຳລຸງສະໝອງລູກໃນທ້ອງ ໃຫ້ສ້າງເຍື່ງໄດ້ດີ ສົ່ງຜົນໃຫ້ສະໝອງ ແລະລະບົບປະສາດແຂງແຮງ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ລາວ-ສ.ເກົາຫຼີ ລົງນາມຮ່ວມມື ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ມູນຄ່າ 9.9 ລ້ານໂດລາ

ລາວ-ສ.ເກົາຫຼີ ລົງນາມບົດບັນທຶກການຮ່ວມມື (Record of Discussion-ROD) ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ໄດ້ຈັດພິທີລົງນາມບົດບັນທຶກການຮ່ວມມື...

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...