Homeຂ່າວພາຍ​ໃນລາຄາສິນຄ້າບໍລິໂພກໃນນະຄອນຫລວງວຽງຈັນ ຍັງຢູ່ໃນເກນປົກກະຕິດີ

ລາຄາສິນຄ້າບໍລິໂພກໃນນະຄອນຫລວງວຽງຈັນ ຍັງຢູ່ໃນເກນປົກກະຕິດີ

Published on

ຜ່ານການລົງຕິດຕາມສະພາບລາຄາສິນຄ້າ ນັບແຕ່ໄລຍະສະຫຼອງປີໃໝ່ສາກົນ 2017  ແລະ ປີໃໝ່ປະຈຳຊາດຂອງຊາວຫວຽດ ນາມ ແລະ ຊາວຈີນມານີ້ ຢູ່ຕາມທ້ອງຕະຫຼາດໃນນະຄອນຫຼວງວຽງຈັນຄື: ຕະຫຼາດໂພນສະຫວ່າງ, ຕະຫຼາດສະພານທອງຕະຫຼາດຂົວດິນ ແລະ ແຫ່ງອື່ນໆ ເຫັນວ່າສິນຄ້າປະເພດເຄື່ອງບໍລິໂພກຫລາຍຢ່າງ ແມ່ນຢູ່ໃນເກນປົກກະຕິເຊັນ: ຊີ້ນງົວລາຄາຢູ່ໃນລະດັບເກົ່າ 70-75 ພັນກີບ/ກິໂລ, ຊີ້ນໝູ 30-35 ພັນກີບ/ກິໂລ, ເປັດ-ໄກ່ 40-45 ພັນກີບ/ກິໂລ, ປານິນກະຊັງ 16-18 ພັນກີບ/ກິໂລ, ສ່ວນລາຄາພືດຜັກຕ່າງໆ ບາງຊະນິດມີລາຄາຫຼຸດລົງ ຫຼື ເພີ່ມຂຶ້ນກໍພຽງປະມານ 1 – 2 ພັນກີບ ຕາມລະດູການຂອງມັນຄື: ຜັກກາດຂາວ, ຜັກບົ້ງ, ຜັກຫົ່ມ, ຜັກຫອມ, ໝາກເຜັດ, ໝາກນາວ ແລະ ອື່ນໆ, ຂະນະທີ່ຊາວຄ້າຂາຍກໍຍອມຮັບວ່າ: ນັບແຕ່ປີໃໝ່ມານີ້ ລາຄາສິນຄ້າບໍລິໂພກ ແມ່ນຢູ່ໃນເກນປົກກະຕິດີຕາມກົນໄກຕະຫຼາດ, ທັງນີ້ກໍຍ້ອນຄວາມເອົາໃຈໃສ່ຕິດຕາມ, ກວດກາ ແລະ ຄວບຄຸມລາຄາສິນຄ້າຢ່າງເຂັ້ມງວດ ຂອງພາກສ່ວນກ່ຽວຂ້ອງ, ເຖິງວ່າຈະເປັນວັນສຳຄັນທີ່ມີຄວາມຕ້ອງການສິນຄ້າຂອງຜູ້ບໍລິໂພກຫຼາຍຂຶ້ນ, ແຕ່ກໍສາມາດຕອບສະໜອງໄດ້ພຽງພໍ ແລະ ຮັບປະກັນໃຫ້ລາຄາບໍ່ມີການເໜັງຕີງສູງ, ແຕ່ຄຽງຄູ່ກັນປີນີ້ພາກສ່ວນກ່ຽວຂ້ອງ ກໍຄວນຈະສືບຕໍ່ຕິດຕາມ ແລະ ຄວບຄຸມລາຄາສິນຄ້າຢູ່ຕາມທ້ອງຕະຫຼາດໃຫ້ເປັນປົກກະຕິ ເພື່ອສະກັດກັ້ນການສວຍໂອກາດ ທີ່ອາດຈະເກີດຂຶ້ນຮັບປະກັນໃຫ້ປະລິມານ ແລະ ລາຄາສິນຄ້າຢູ່ໃນຄວາມຍຸຕິທຳ.     

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...