ກົມປູກຝັງເຜີຍ ທົ່ວປະເທດປັກດຳນາແຊງສຳເລັດແລ້ວ 53% ຂອງເນື້ອທີ່ທັງໝົດ

ກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້ ໃຫ້ຮູ້ວ່າ ການປັກດຳເຂົ້ານາແຊງຂອງກະສິກອນທົ່ວປະເທດ ມາຮອດປັດຈຸບັນສາມາດປັກດຳສຳເລັດແລ້ວ ຫຼາຍກວ່າ 47 ພັນເຮັກຕາ ເທົ່າກັບ 53% ຂອງເນື້ອທີ່ແຜນການ 95 ພັນເຮັກຕາ, ພົ້ນເດັ່ນກວ່າໝູ່ແມ່ນບັນດາແຂວງພາກກາງ, ສ່ວນຂະແໜງກະສິກຳ ກໍໄດ້ນຳສົ່ງພະນັກງານວິຊາການຂອງຕົນ ລົງຊຸກຍູ້ສົ່ງເສີມການນຳໃຊ້ເຕັກນິກກະເສດສຸມ ແລະ ວິທະຍາການຕ່າງໆ ເພື່ອຍົກສະມັດຕະພາບການຜະລິດ ໃຫ້ໄດ້ຕາມຄາດໝາຍແຜນການວາງໄວ້ ແລະ ຄາດວ່າການປັກດຳຈະສຳເລັດຕາມແຜນ 100% ໃນທ້າຍເດືອນກຸມພານີ້.

ຄຽງຄູ່ກັບການປັກດຳເຂົ້ານາແຊງ ເຈົ້າໜ້າທີ່ກະສິກຳທ້ອງຖິ່ນຕ່າງໆ ຍັງໄດ້ສຸມໃສ່ຊຸກຍູ້ຊາວກະສິກອນ ປູກພືດລະດູແລ້ງຢ່າງເປັນຂະບວນກວ້າງຂວາງ, ໂດຍສະເພາະແມ່ນພືດໄລຍະສັ້ນ, ປູກໄດ້ຫຼາຍຮອບວຽນ, ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດ, ກົມປູກຝັ່ງຍັງໃຫ້ຮູ້ອີກວ່າ ປັດຈຸບັນຂະແໜງການຂອງຕົນ ໄດ້ຊຸກຍູ້ທ້ອງຖິ່ນຕ່າງໆໃຫ້ເອົາໃຈໃສ່ບົວລະບັດຮັກສາ ແລະ ປົວແປງລະບົບຊົນລະປະທານ, ເພື່ອຮັບປະກັນໃຫ້ແກ່ການສະໜອງນ້ຳ ຮັບໃຊ້ການຜລິດລະດູແລ້ງໃຫ້ພຽງພໍ.

 

ແຫລ່ງຂ່າວ:

ລພນ