spot_img
Homeຂ່າວຕ່າງປະເທດຕຳຫລວດມຽນມາ ຈັບພຣະຂັບລົດເກັງເຊື່ອງຢາບ້າ ບຸກຄົ້ນວັດພົບອີກ 4 ລ້ານກວ່າເມັດ

ຕຳຫລວດມຽນມາ ຈັບພຣະຂັບລົດເກັງເຊື່ອງຢາບ້າ ບຸກຄົ້ນວັດພົບອີກ 4 ລ້ານກວ່າເມັດ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 6 ກຸມພາຜ່ານມານີ້ວ່າ ເຈົ້າໜ້າທີ່ຕຳຫລວດມຽນມາ ໄດ້ອອກມາເປີດເຜີຍລະບຸ ໄດ້ຈັບກຸມພຣະອາສະຣາ ພະສົງຊາວມຽນມາ ພາຍຫລັງທີ່ກວດຄົ້ນລົດເກັງພົບຢາບ້າ ຈຳນວນ 400,000​ ເມັດ ໃນຂະນະທີ່ພຣະດັ່ງກ່າວກຳລັງຂັບອອກຈາກບ້ານສ່ວຍບາໂຮ ເມືອງໝ່ອງດໍ ລັດຍະໄຂ່,  ພາຍຫລັງໄດ້ມີການກວດຄົ້ນພາຍໃນວັດຂອງພຣະອາສະຣາ ເຈົ້າໜ້າທີ່ຕຳຫລວດຍັງພົບຢາບ້າອີກ ຈຳນວນ 4.2​ ລ້ານເມັດ.

ທັງນີ້ ມຽນມາເປັນໜຶ່ງໃນປະເທດຜູ້ຜະລິດຢາເສບຕິດລາຍໃຫຍ່ຂອງໂລກ ຜະລິດຢາບ້າຈຳນວນມະຫາສານ ລວມທັງຝິ່ນ ແລະ ກັນຊາ, ເມື່ອປີກາຍນີ້ ເຈົ້າໜ້າທີ່ຕຳຫລວດມຽນມາລະບຸ ມີຄະດີກ່ຽວຂ້ອງກັບຢາເສບຕິດ ເພີ່ມຂຶ້ນປະມານ 50% ຈາກປີ 2015 ເທົ່າກັບ 13,500​ ຄະດີ ຊຶ່ງສະທ້ອນໃຫ້ເຫັນເຖິງ ການເຕີບໃຫຍ່ຂອງທຸລະກິດເຖື່ອນ ທີ່ຍັງຄົງປາບປາມໄດ້ຍາກຢູ່ມຽນມາ.

 

 

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...