spot_img
HomeຊີວິດແລະຄວາມຮັກWedding-Sex-love"ໂຣກເສບຕິດເຊັກສ໌" ແລະ ສັນຍານບົ່ງບອກວ່າທ່ານຢູ່ໃນກຸ່ມຄົນທີ່ມັກເສບຕິດເລື່ອງເຊັກສ໌

“ໂຣກເສບຕິດເຊັກສ໌” ແລະ ສັນຍານບົ່ງບອກວ່າທ່ານຢູ່ໃນກຸ່ມຄົນທີ່ມັກເສບຕິດເລື່ອງເຊັກສ໌

Published on

ໃນຄໍລຳ ຄວາມຮັກ ກັບ ເຊັກສ໌ ມື້ນີ້ແອັດມິນຂໍນຳສະເໜີ ຫົວບົດໃນລະດັບ 18+ ເທົ່ານັ້ນທີ່ຄວນອ່ານ ສ່ວນອາຍຸນ້ອຍກວ່ານັ້ນ ຕ້ອງໄດ້ໃຊ້ວິຈາລະນະຍານໃນການອ່ານ.

ໂຣກເສບຕິດເຊັກສ໌ (Sexually Addiction) ຄືການໃຊ້ເຊັກສ໌ເປັນທາງອອກເພື່ອຜ່ອນຄາຍ ຫຼື ລະບາຍຄວາມຄຽດ ແຕ່ບໍ່ສາມາດຄວບຄຸມອາລົມ ຫຼື ຢັບຢັ້ງຄວາມຕ້ອງການໃນການມີເພດສຳພັນໄດ້ ເມື່ອມີພຶດຕິກຳເສບຕິດເຊັກສ໌ເປັນເວລາດົນ ກໍ່ຈະເພີ່ມປະລິມານການເສບຕິດເຊັກສ໌ ແລະ ໝົກມຸ້ນຢູ່ແຕ່ເລື່ອງເຊັກສ໌ຢ່າງດຽວ ຄົນກຸ່ມນີ້ຈະມີພຶດຕິດກຳຊ້ຳໆ ໂດຍຕິດການເສບຄວາມສຸກຈາກການມີເພດສຳພັນທີ່ຂາດບໍ່ໄດ້ ຄ້າຍຄືກັບຄົນຕິດຢາເສບຕິດ ນອກຈາກການມີເພດສຳພັນແລ້ວ ຄົນກຸ່ມນີ້ອາດຊ່ວຍຕົວເອງ, ມັກໂຊຂອງລັບ, ມັກເບິ່ງຂອງລັບສັດສ່ວນຂອງຄົນອື່ນ ແລະ ອາດສາມາດຮ່ວມຮັກໄດ້ສອງເພດ ແບບຍິງກໍ່ໄດ້ຊາຍກໍ່ດີ.

ສັນຍານບອກອາການເສບຕິດເຊັກສ໌ໂດຍບໍ່ຮູ້ຕົວ ເຊິ່ງແນ່ນອນວ່າ ບໍ່ມີໃຜຍອມຮັບວ່າຕົນເອງເປັນຄົນໃນກຸ່ມຈຳພວກ ເສບຕິດເຊັກສ໌ດອກ ເພາະບາງຄົນອາດບໍ່ຮູ້ຕົວ ແລະ ບາງຄົນອາດຈະອາດ ແຕ່ພຶດຕິກຳບາງຢ່າງກໍ່ສາມາດບົ່ງໄດ້ເຖິງພາວະທີ່ຄົນໆນັ້ນເປັນຄົນທີ່ມັກເສບຕິດເລື່ອງເຊັກສ໌ ເຊິ່ງຈະມີອາການແນວໃດແນ່ນັ້ນ ເຮົາມາຮູ້ຈັກນຳກັນເລີຍ:

889-88

  1. ມັກປ່ຽນຄູ່ນອນໃໝ່ເປັນປະຈຳ ເພາະມີຄວາມຕ້ອງການຢາກປ່ຽນຣົດຊາດ, ປ່ຽນບັນຍາກາດ ມີຄວາມສຸກທີ່ໄດ້ລອງສິ່ງໃໝ່ໆຢູ່ສະເໝີ.
  2. ມັກເບິ່ງໜັງໂປ້, ເບິ່ງຮູບພາບໂປ້ ແລະ ສົນໃຈເລື່ອງເພດທີ່ສຸດ ລວມເຖິງສົນໃຈທາງດ້ານຮູບຮ່າງ, ອະໄວຍະວະເພດຂອງຕົນເອງ.
  3. ໝົກມຸ້ນຢູ່ກັບເລື່ອງທີ່ກ່ຽວກັບເຊັກສ໌ຕະຫຼອດເວລາ
  4. ມັກມີເຊັກສ໌ແບບເປີດເຜີຍໂດຍບໍ່ສົນໃຈສິ່ງແວດລ້ອມອ້ອມຂ້າງ ຄືມັກມີເຊັກໃນທີ່ສາທາລະນະ ຫຼື ມັກສະແດງການຮ່ວມຮັກໃຫ້ຄົນອື່ນໄດ້ເຫັນນຳ
  5. ເມື່ອຍຈາກການເຮັດວຽກຫຼາຍ, ຄິດຫຼາຍ ແລະ ມັກໄປລະບາຍອາລົມຜ່ານການມີເຊັກສ໌ກັບຄົນຂາຍບໍລິການທາງເພດເປັນປະຈຳ
  6. ສາມາດມີເຊັກສ໌ໄດ້ກັບທຸກຄົນໂດຍບໍ່ສົນໃຈສິນລະທຳ ແລະ ກົດເກນທາງສັງຄົມໃດໆທັງນັ້ນ ຄື: ເມື່ອມີຄົນສະເໜີມາທາງກໍ່ສະໜອງທັນທີ ຫຼື ແມ່ນແຕ່ຕົວທ່ານເອງທີ່ເປັນຄົນສະເໜີໃຫ້ ບໍ່ວ່າຄົນນັ້ນຈະເປັນເພື່ອນ, ແຟນເພື່ອນ, ຜົວ ຫຼື ເມຍ ໃຜກໍ່ຕາມທ່ານບໍ່ໄດ້ສົນໃຈ ພຽງທ່ານໄດ້ສະໜອງຕັນຫາຂອງທ່ານກໍ່ພໍ
  7. ມີຈິນຕະນາການໃນເລື່ອງເຊັກສ໌ແບບຜິດປົກກະຕິ ຄົນກຸ່ມນີ້ຈະມີຈິນຕະນາການໃນເລື່ອງເພດສູງ ແລະ ມັກໝົກມຸ້ນຢູ່ກັບເຊັກສ໌ແບບສ່ວນຕົວ ເຊັ່ນ: ມັກຊ່ວຍຕົວເອງເພື່ອໃຫ້ສຳເລັດຄວາມໄຄ່ ຫຼື ແມ່ນແຕ່ການດົມຊຸດຊັ້ນໃນແລະຈິນຕະການເລື່ອງຢ່າງວ່າ
  8. ມັກມີເຊັກສ໌ແບບຕື່ນເຕັ້ນ, ທ້າທາຍ,​ ຮຸນແຮງ ແບບເປັນໂຣກຈິດ ເຊິ່ງພຶດຕິກຳຂອງຄົນທີ່ເສບຕິດເຊັກສ໌ເຖິງຂັ້ນນີ້ຈະມັກການທໍລະມານຄູ່ນອນ ຫຼື ທໍລະມານຄູ່ນອນ ກັບ ຕົວເອງໃນເວລາມີເພດສຳພັນຢ່າງດຸເດືອດ ໂດຍອາດໃຊ້ອຸປະກອນ: ໂຊ, ແຊ້, ກະແຈມື… ເຊິ່ງເປັນການມີເພດສຳພັນທີ່ອັນຕະລາຍຫຼາຍ ເພາະອາດເຮັດໃຫ້ຄູ່ນອນບາດເຈັບ ຫຼື ເສຍຊີວິດໄດ້

ທີ່ກ່າວມາທັງໝົດຂ້າງເທິງນີ້ ບໍ່ໄດ້ໝາຍຄວາມວ່າ ການມີເພດສຳພັນນັ້ນເປັນເລື່ອງທີ່ຜິດ ຫາກແຕ່ວ່າຄວນຈະມີເຊັກສ໌ໃນແບບທີ່ພໍດີ ແລະ ເປັນໄປໄດ້ຕາມຄວາມເໝາະສົມ ແມ່ນດີທີ່ສຸດ ຫາກຈິງຈັງກັບເລື່ອງເຊັກສ໌ຫຼາຍຈົນເກີນໄປ ກໍ່ຈະມີຜົນເສຍເກີດຂຶ້ນກັບຕົວທ່ານ ແລະ ຄົນອື່ນອີກດ້ວຍ

ແຫລ່ງຂໍ້ມູນຈາກ:​ http://www.manager.co.th/Marsmag/ViewNews.aspx?NewsID=9560000111858
ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...