spot_img
Homeຂ່າວທ້ອງຖິ່ນຫ້ອງການກະສິກຳຯເມືອງທ່າແຕງ ແຂວງເຊກອງ ຊຸກຍູ້ກະສິກອນປູກພືດລະດູແລ້ງ

ຫ້ອງການກະສິກຳຯເມືອງທ່າແຕງ ແຂວງເຊກອງ ຊຸກຍູ້ກະສິກອນປູກພືດລະດູແລ້ງ

Published on

ປັດຈຸບັນ ກະສິກອນຢູ່ເມືອງທ່າແຕງ ພວມສຸມໃສ່ລົງມືປູກພືດລະດູແລ້ງ ຢ່າງເປັນຂະບວນກວ້າງຂວາງ ເຊິ່ງຫ້ອງການກະສິກໍາ ແລະປ່າໄມ້ເມືອງ ກໍໄດ້ຈັດສົ່ງພະນັກງານວິຊາການລົງຊຸກຍູ້ ຕິດຕາມຂະບວນການຜະລິດຂອງປະຊາຊົນ ເພື່ອແນະນໍາເຕັກນິກການຜະລິດ ແນໃສ່ຍົກສູງຄຸນະພາບການຜະລິດສູງຂື້ນ ທັງເພື່ອເປັນການປະຕິບັດ ແຜນການຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າຂອງປະຊາຊົນໃຫ້ປະກົດຜົນເປັນຈິງ.

ທ່ານ ສຸພົນ ໄຊສະຫງ່າ ກໍາມະການພັກເມືອງ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງທ່າແຕງ ແຂວງເຊກອງ ໄດ້ເປີດເຜີຍຕໍ່ຜູ່ສື່ຂ່າວທ້ອງຖິ່ນໃນວັນທີ 01 ກຸມພາ 2017 ຜ່ານມາວ່າ ປັດຈຸບັນ ໄດ້ຈັດສົ່ງພະນັກງານວິຊາການ ລົງປະຈໍາເຂດຈຸດສຸມພັດທະນາຂອງເມືອງໃນ 6 ເຂດ ມີ 47 ບ້ານ ເພື່ອລົງຊຸກຍູ້ສົ່ງເສີມ, ຕິດຕາມ ແລະ ແນະນໍາການປູກພືດຊະນິດຕ່າງໆ ເພື່ອແນໃສ່ເຮັດໃຫ້ຜົນການຜະລິດຂອງກະສິກອນ ເຂດທີ່ມີເງື່ອນໄຂໃນການປູກພືດຊະນິດຕ່າງໆ ທີ່ມີເນື້ອທີ່ຫຼາຍກວ່າ 1.776 ເຮັກຕາ ໃນນີ້ ເນື້ອທີ່ປູກພືດຜັກອື່ນໆມີ 495,90 ເຮັກຕາ, ປູກຜັກກະລໍ່າປີ 883,90 ເຮັກຕາ, ຜັກກາດຫໍ່ 316,34 ເຮັກຕາ, ໝາກອຶ 45 ເຮັກຕາ, ນາແຊງ  35 ເຮັກຕາ, ອັນພົ້ນເດັ່ນແມ່ນ ການປູກໝາກອຶ ໃນ 13 ບ້ານ ມີ 47 ຄອບຄົວ ໃນເນື້ອທີ່ 45 ເຮັກຕາ ນອກນີ້ ຍັງສົ່ງເສີມໃຫ້ກະສິກອນປູກກ້ວຍນໍ້າ ແລະ ໄມ້ບົງຫວານຕື່ມອີກ.

ສໍາລັບໃນສົກປີ 2015-2016 ຜ່ານມາ ສາມາດຜະລິດກາເຟເປັນສິນຄ້າໄດ້ 28.000 ກວ່າໂຕນ (ໝາກແດງ), ໝາກແໜ່ງໄດ້ 5 ຮ້ອຍກວ່າໂຕນ, ສາລີອາຫານສັດໄດ້ 10.000 ກວ່າໂຕນ, ມັນຕົ້ນໄດ້ 16.000 ກວ່າໂຕນ, ຖົ່ວດິນໄດ້ 9 ຮ້ອຍກວ່າໂຕນ, ຜັກກາດຫໍ່ໄດ້ 28.000 ກວ່າໂຕນ, ຜັກກະລໍ່າປີໄດ້ 85 ໂຕນ, ໝາກກ້ວຍ 3.000 ກວ່າໂຕນ, ເຄື່ອງປ່າຂອງດົງເຊັ່ນ ດອກແຂມໄດ້ 400 ກວ່າໂຕນ, ໄມ້ປ່ອງໄດ້ 1 ຮ້ອຍກວ່າໂຕນ ແລະ ຢາງບົງໄດ້ 75 ໂຕນ.

 

ແຫລ່ງຂ່າວ:

ວຈທດ

ບົດຄວາມຫຼ້າສຸດ

ຂຶ້ນຄ່າແຮງງານຂັ້ນຕໍ່າ ໃຫ້ແກ່ແຮງງານໃນອຸດສາຫະກຳຕັດຫຍິບຂອງກໍາປູເຈຍ ປັບຂຶ້ນຈາກ 208 ໂດລາ ເປັນ 210 ໂດລາ ຕໍ່ເດືອນ

ປະກາດ​ໃນ​ວັນ​ທີ 17 ກັນຍາ ຜ່ານມາ​ວ່າ, ທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີ ກຳປູເຈຍ ໄດ້​ກຳນົດ​ຄ່າ​ແຮງງານ​ຂັ້ນ​ຕ່ຳ​ຕໍ່​ເດືອນ​ໃໝ່​ໃຫ້​ແກ່​ອຸດສາຫະກຳ​ຕັດຫຍິບ, ເກີບ ແລະ ສິນຄ້າ​ສຳລັບການເດີນທາງ ​ເປັນ...

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...