spot_img
Homeຂ່າວພາຍ​ໃນສໍາເລັດກອງປະຊຸມ ພົບປະທະນາຄານທຸລະກິດ ທົ່ວປະເທດ ປະຈຳປີ 2016

ສໍາເລັດກອງປະຊຸມ ພົບປະທະນາຄານທຸລະກິດ ທົ່ວປະເທດ ປະຈຳປີ 2016

Published on

ທະນາຄານແຫ່ງ ສປປ ລາວ ໄດ້ຈັດຕັ້ງກອງປະຊຸມ ພົບປະທະນາຄານທຸລະກິດ ທົ່ວປະເທດ ປະຈໍາປີ 2016 ຢ່າງເປັນທາງການໃນວັນທີ 3 ກຸມພາ 2017 ທີ່ນະຄອນຫຼວງວຽງຈັນ ເຊິ່ງໄດ້ດໍາເນີນມາເປັນເວລາໜຶ່ງມື້ ໂດຍການໃຫ້ກຽດເປັນປະທານຂອງທ່ານ ສົມພາວ ໄຟສິດ ກໍາມະການສູນກາງພັກ, ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ນອກນີ້ ຍັງມີຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ຮອງລັດຖະມົນຕີກະຊວງການເງິນ, ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າ ໄມ້, ຄະນະທະນາຄານແຫ່ງ ສປປ ລາວ 4 ພາກ, ບັນດາທະນາຄານທຸລະກິດໃນທົ່ວປະເທດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມພົບປະໃນຄັ້ງນີ້ ທ່ານ ກິແກ້ວ ຈັນທະບູລີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ນໍາສະເໜີແຜນພັດທະນາເສດຖະກິດ-ສັງຄົມປີ 2017 ແລະ ແຜນການລົງທຶນຂອງລັດ, ກົນໄກການຈັດສັນທຶນ ເພື່ອໂຄງການລົງທຶນຂອງລັດ ຂອງ ກະຊວງແຜນການ ແລະ ການລົງທຶນ, ທາງດ້ານ ທ່ານ ອາດສະພັງທອງ ສີພັນດອນ ຮອງລັດຖະມົນຕີກະຊວງການເງິນ ກໍໄດ້ນໍາສະເໜີແຜນງົບປະມານປີ 2017, ກົນໄກຈັດສັນງົບປະມານຂອງກະຊວງການເງິນ, ທ່ານ ພຸດທະໄຊ ສີວິໄລ ຕາງໜ້າທະນາຄານແຫ່ງ ສປປ ລາວ ກໍໄດ້ນໍາສະເໜີແຜນນະໂຍບາຍເງິນຕາປີ 2017, ການປ່ອຍສິນເຊື່ອ, ການປະຕິບັດ Interbank ແລະ ອື່ນໆ ແລະ ທ່ານ ພວງປາຣິສັກ ປຣະວົງວຽງຄໍາ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ຍັງນໍາສະເໜີທິດທາງແຜນການກະສິກໍາປີ 2017, ການຜະລິດເພື່ອຄໍ້າປະກັນສະບຽງອາຫານ, ປຸງແຕ່ງຫັນເປັນຕ່ອງໂສ້ບົນຫຼັກການ 4 ຮ່ວມຂອງ ກະຊວງກະສິກໍາ ແລະ ປ່າໄມ້.

ໃນຂະນະດຽວກັນ ທີ່ປະຊຸມຍັງໄດ້ມີຄໍາເຫັນເຈາະຈີ້ມ ແລະ ແລກປ່ຽນຄໍາເຫັນ ກ່ຽວກັບທິດທາງແຜນການຂອງພາກລັດຖະບານ ທີ່ຕິດພັນກັບຂະແໜງການທະນາຄານ, ໃນຕອນແລງຂອງວັນດຽວກັນ ກໍມີການພົບປະລະຫວ່າງກົມຄຸ້ມຄອງທະນາຄານທຸລະກິດທະນາຄານ ແຫ່ງ ສປປ ລາວ ກັບທະນາຄານທຸລະກິດ ເຊິ່ງໃນໂອກາດດັ່ງກ່າວ ທ່ານ ພຸດທະໄຊ ສີວິໄລ ຫົວໜ້າກົມຄຸ້ມຄອງທະນາຄານທຸລະກິດ ຍັງໄດ້ລາຍງານສະພາບການເຄື່ອນໄຫວ ວຽກງານຂອງກົມຄຸ້ມຄອງທະນາຄານທຸລະກິດ ປະຈໍາປີ 2016 ແລະທາງແຜນການປີ 2017, ຈາກນັ້ນ ທ່ານ ພູຂົງ ຈັນທະຈັກ ຜູ້ອຳນວຍການ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ, ປະທານສະມາຄົມທະນາຄານລາວ ຍັງໄດ້ລາຍງານການເຄື່ອນໄຫວຂອງ ສະມາຄົມທະນາຄານລາວ ປະຈໍາປີ 2016 ແລະ ທາງແຜນການປີ 2017; ພ້ອມນັ້ນກໍໄດ້ມີການແລກປ່ຽນບົດຮຽນ ແລະ ປະກອບຄໍາຄິດຄໍາເຫັນ, ຂໍ້ສະເໜີຕ່າງໆທີ່ປິ່ນອ້ອມວຽກງານຂະແໜງການທະນາຄານ ດ້ວຍຄວາມຮັບຜິດຊອບສູງ ແລະ ກົງໄປກົງມາ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...