spot_img
Homeຂ່າວທ້ອງຖິ່ນຮອງປະທານປະເທດ ຕ້ອນຮັບທູດ ສສ ມຽນມາ ແລະ ກໍາປູເຈຍ ອຳລາ

ຮອງປະທານປະເທດ ຕ້ອນຮັບທູດ ສສ ມຽນມາ ແລະ ກໍາປູເຈຍ ອຳລາ

Published on

ຂປລ. ໃນວັນທີ 3 ກຸມພາ 2017 ນີ້ ທີ່ທໍານຽບປະທານປະເທດ (ຫໍຄໍາ), ທ່ານ ພັນຄໍາ ວິພາວັນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບອຳລາຂອງ ທ່ານ ອູ ຈໍ ໂຊ ວິນ (u kyaw Soe Win) ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ປະຈຳ ສປປ ລາວ ໃນໂອກາດທີ່ໄດ້ສໍາເລັດ ການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ

5549

ໃນໂອກາດນີ້ ທ່ານ ຮອງປະທານປະເທດ ໄດ້ສະແດງ ຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ພ້ອມສະແດງຄວາມຂອບໃຈ ຢ່າງຈິງໃຈຕໍ່ການເອົາໃຈໃສ່ປະກອບສ່ວນ ຢ່າງຫ້າວຫັນຂອງທ່ານ ເອກອັກຄະລັດຖະທູດ ໃນການເພີ່ມທະວີສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ມາແຕ່ດົນນານ ແລະ ການຮ່ວມມື ອັນໃກ້ຊິດ ລະຫວ່າງ ສອງປະເທດ ລາວ-ມຽນມາ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ ເປັນຕົ້ນ: ແມ່ນການແລກປ່ຽນການຢ້ຽມຢາມ ຂອງການນໍາຂັ້ນສູງ ແລະ ຂັ້ນຕ່າງໆ ນັບແຕ່ສູນກາງລົງຮອດທ້ອງຖິ່ນ, ການສະໜັບສະໜູນ ເຊິ່ງກັນ ແລະ ກັນ ທັງໃນກອບສອງຝ່າຍ ແລະ ຫລາຍຝ່າຍ ໃນອານຸພາກພື້ນ ແລະ ສາກົນ ກໍຄື ຕໍ່ການເປັນປະທານອາຊຽນ ຂອງ ສປປ ລາວ. ພ້ອມນີ້ ຮອງປະທານປະເທດ ຍັງໄດ້ອວຍພອນໃຫ້ ທ່ານ ອູ ຈໍ ໂຊ ວິນ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ, ມີພະລານາໄມສົມບູນ ປະສົບຜົນສຳເລັດ ໃນການປະຕິບັດ ໜ້າທີ່ໃໝ່ ແລະ ເດີນທາງກັບຄືນປະເທດ ດ້ວຍຄວາມສະຫວັດດີພາບ.

ທ່ານ ອູ ຈໍ ໂຊ ວິນ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ຮອງປະທານປະເທດ ທີ່ໄດ້ເສຍສະຫລະເວລາ ໃຫ້ການຕ້ອນຮັບຢ່າງອົບອຸ່ນ ໃນຄັ້ງນີ້ ພ້ອມທັງ ໄດ້ສະແດງຄວາມຂອບໃຈຢ່າງສູງ ຕໍ່ລັດຖະບານລາວ ທີ່ໃຫ້ການຮ່ວມມື, ສະໜັບສະໜູນ ຊ່ວຍເຫລືອ ແລະ ອໍານວຍຄວາມສະດວກ ຕະຫລອດໄລຍະ ການປະຕິບັດໜ້າທີ່ ວຽກງານການທູດຢູ່ ສປປ ລາວ ຈົນປະສົບຜົນສໍາເລັດ ເປັນຢ່າງດີ.

ໃນວັນດຽວກັນນີ້ ທ່ານ ພັນຄໍາ ວິພາວັນ ຮອງປະທານປະເທດ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍານັບ ເພື່ອອໍາລາ ຂອງທ່ານ ຫອດ ສີເລທົນ ເອກອັກຄະຣາຊະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ຣາຊະອານາຈັກ ກໍາປູເຈຍ ປະຈຳ ສປປ ລາວ ໃນໂອກາດທີ່ໄດ້ສໍາເລັດ ການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ

ທ່ານ ຮອງປະທານປະເທດ ໄດ້ສະແດງ ຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ໃນການປະກອບສ່ວນ ຢ່າງຫ້າວຫັນຂອງທ່ານ ເອກອັກຄະລັດຖະທູດ ໃນການເພີ່ມທະວີ ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອມາແຕ່ດົນນານ ແລະ ການຮ່ວມມືອັນໃກ້ຊິດ ລະຫວ່າງ ສອງປະເທດ ລາວ-ກໍາປູເຈຍ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນເປັນຕົ້ນ: ແມ່ນການແລກປ່ຽນ ການຢ້ຽມຢາມຂອງ ການນໍາຂັ້ນສູງ ແລະ ຂັ້ນຕ່າງໆນັບແຕ່ສູນກາງ ລົງຮອດທ້ອງຖິ່ນ ແລະ ການສະໜັບສະໜູນ ເຊິ່ງກັນ ແລະ ກັນ ທັງໃນກອບສອງຝ່າຍ ແລະ ຫລາຍຝ່າຍ ໃນອານຸພາກພື້ນ ແລະ ສາກົນ ກໍຄື ຕໍ່ການເປັນປະທານອາຊຽນຂອງ ສປປ ລາວ. ພ້ອມນີ້ ຮອງປະທານປະເທດ ຍັງໄດ້ອວຍພອນໃຫ້ທ່ານ ອູ ຈໍ ໂຊ ວິນ ຈົ່ງມີສຸຂະພາບແຂງແຮງ ແລະ ມີພະລານາໄມສົມບູນ ປະສົບຜົນສຳເລັດ ໃນການປະຕິບັດໜ້າທີ່ໃໝ່ ແລະ ເດີນທາງກັບຄືນປະເທດ ດ້ວຍຄວາມສະຫວັດດີພາບ.

ທ່ານ ຫອດ ສີເລທົນ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ຮອງປະທານປະເທດ ທີ່ໄດ້ເສຍສະຫລະເວລາ ໃຫ້ການຕ້ອນຮັບ ຢ່າງອົບອຸ່ນໃນຄັ້ງນີ້ ພ້ອມທັງ ໄດ້ສະແດງຄວາມຂອບໃຈ ຢ່າງສູງຕໍ່ລັດຖະບານລາວ ທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນ ຊ່ວຍເຫລືອ ແລະ ອໍານວຍຄວາມສະດວກ ຕະຫລອດໄລຍະການ ປະຕິບັດໜ້າທີ່ວຽກງານການທູດຢູ່ ສປປ ລາວ ຈົນປະສົບຜົນສໍາເລັດ ເປັນຢ່າງດີ.

ແຫລ່ງຂ່າວຈາກ: ສຳນັກຂ່າວສານປະເທດລາວ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...