spot_img
Homeຂ່າວ​ໄອ​ທີ16 ຄວາມລັບຂອງ Google ທີ່ຫຼາຍຄົນອາດຍັງບໍ່ຮູ້

16 ຄວາມລັບຂອງ Google ທີ່ຫຼາຍຄົນອາດຍັງບໍ່ຮູ້

Published on

ຖ້າຖາມຄົນໃຊ້ອິນເຕີເນັດກັນແລ້ວບໍ່ມີວ່າຈະບໍ່ຮູ້ຈັກກັບອັດສະລິຍະການຄົ້ນຫາ Google Search ແນ່ນອນ ເພາະເປັນສິ່ງໜຶ່ງຫຼືໜ້າເວັບໜຶ່ງທີ່ຜູ້ໃຊ້ອິນເຕີເນັດຫຼາຍຄົນກົດເຂົ້າດຸທີ່ສູດເພື່ອທີ່ຈະຄົ້ນຫາສິ່ງທີ່ຕົນເອງຕ້ອງການ, ຢາກຮູ້ ຫຼືສົງໄສ. ໂດຍສິ່ງສຳຄັນຫຼັກໆຂອງການຄົ້ນຫາກໍຄື: Keyword ແລະມື້ນີ້ເອງເຮົາຈະມານຳສະເໜີ 16 ຄວາມລັບທີ່ຫຼາຍຄົນອາດຈະຍັງບໍ່ຮູ້ກ່ຽວກັບລະບົບຄົ້ນຫານີ້

 

1. ຖ້າຄົ້ນຫາດ້ວຍຄຳວ່າ solitaire ກໍຈະມີເກມໄພ້ຫຼິ້ນຄົນດຽວ ປະກົດປຸ່ມກົດຫຼິ້ນຂຶ້ນມາໃຫ້ຫຼິ້ນ

 

2. ຄົ້ນຫາດ້ວຍຄຳວ່າ “tic tac toe” ຈະມີເກມ XO ແບບ 9 ຊ່ອງປະກົດມາໃຫ້ໄດ້ຫຼິ້ນກັນ ແຖມຍັງມີລະດັບຄວາມຍາກໃຫ້ເລືອກຫຼິ້ນນຳ ຫຼືຈະຫຼິ້ນກັບໝູ່ທີ່ນັ່ງຂ້າງໆກະໄດ້. 

 

3. ສຳລັບໃຜທີ່ມັກການສ່ຽງດວງ ທາງ Google ກໍໄດ້ເຮັດເກມພະນັນຂອງສາສໜາຢິວໄວ້ ພຽງພິມຄຳວ່າ play dreidel (Dreidel ແມ່ນເກມພະນັນໃນມື້ພັກຢິວທີ່ປັ່ນໜ້າ 4 ດ້ານທີ່ມີໂຕລະຄອນຮິບຣູທີ່ຕ່າງກັນອອກໄປ)

 

4. ຢາກໂຍນຫຼຽນກັບໝູ່ແຕ່ບໍ່ມີຫຼຽນແມ່ນບໍ່? ບໍ່ມີບັນຫາເພາະພຽງພິມຄຳວ່າ flip a coin ກໍຈະມີຫຼຽນໝຸນຫົວກ້ອຍອອກມາໃຫ້ເຮົາແລ້ວ. 

 

5. ລູກເຕົ໋ານັ້ນເປັນໄອເທັມຈຳເປັນໃນການຫຼິ້ນເກມບອຣ໌ດຫຼາຍເກມ ແຕ່ຖ້າບໍ່ມີກໍບໍ່ຕ້ອງອອກໄປຫາຊື້ກະໄດ້ພຽງແຕ່ພິມ roll a die ຫຼື roll a dice ກະຈະໄດ້ລູກເຕົ໋າ ແລະມີແຕ້ມທີ່ສຸມໄດ້ຂຶ້ນມາໃຫ້ເຫັນກັນ. 

 

6. ຖ້າພິມຄຳວ່າ askew ໜ້າ Google ຈະມີລັກສະນະອຽງໆໃຫ້ເຮົາຮູ້ສຶກແປກໆ.

 

7. ພິມຄຳວ່າ Anagram (ຄຳທີ່ໄດ້ຈາກການສະຫຼັບໂຕອັກສອນ) ລົງໄປແລ້ວ Google ຈະຖາມເຮົາວ່າແມ່ນ nag a ram ຫຼືບໍ່

 

8. ພິມຄຳວ່າ recursion ແລ້ວ google ກໍຈະຖາມວ່າໝາຍເຖິງ recursion ຫຼືບໍ່ໄປເລື້ອຍໆ ເຖິງວ່າຈະກົດໄປຊ່ຳໃດກໍຕາມ (recursion ຄຳທີ່ໝາຍເຖິງການເອີ້ນໂຕເອງຊ້ຳໆ)

9. ຖ້າຢາກຟັງສຽງສັດຕ່າງໆບໍ່ຈຳເປັນຕ້ອງເຂົ້າ youtube ກະໄດ້ພຽງແຕ່ຄົ້ນຫາສຽງໂຕທີ່ຢາກຟັງດ້ວຍຄຳວ່າ what sound does a XXX make ແທນ xxx ດ້ວຍ dog, pig, duck ແລ້ວກໍຈະມີສຽງຂຶ້ນມາໃຫ້ຟັງກັນ

 

10. ຖ້າຢາກອ່ານເລື່ອງຄວາມຮູ້ຮອບໂຕຕ່າງໆ ແຕ່ບໍ່ຮູ້ວ່າຈະໄປອ່ານຢູ່ໃສ ພຽງພິມວ່າ fun facts ກໍຈະມີເລື່ອງຕະຫຼົກຕ່າງໆ ຂຶ້ນມາໃຫ້ອ່ານກັນເຊັ່ນ: ເຈົ້າສາມາດດັບໄຟດ້ວຍອ໋ອກຊີເຈນໄດ້ບໍ່? ເປັນຕົ້ນ 

 

11. ຫຼາຍຄົນທີ່ມີອາຍຸແດ່ອາດຈະມັກກັບຄວາມລັບນີ້ກັບ “google in 1998” ທີ່ຈະປ່ຽນໃຫ້ google ມີໜ້າຕາແບບໃນສະໄໝກ່ອນທີ່ຍັງເບິ່ງຂາວຮຽບນຽນຢູ່ຄືເກົ່າ. 

 

12. ຄວາມລັບອັນນີ້ໜ້າຈະຊ່ອຍໃຫ້ຫຼາຍຄົນຄຶດຮອດຕອນນ້ອຍຂຶ້ນມາກັບການຄົ້ນຫາດ້ວຍຄຳວ່າ “Super Mario Bros” ເຊິ່ງຈະມີປະຫວັດ Mario ຂຶ້ນມາໃຫ້ອ່ານແບບສັ້ນໆ ແຕ່ພັດມີກ່ອງຮູບ ? ມານຳ ຖ້າຫາກຄລິກໄປກໍຈະເຮັດໃຫ້ເກີດສຽງສຸດຄລາສສິກທີ່ຫຼາຍຄົນໜ້າຈະຈື່ກັນໄດ້ດີ. 

13. ແນ່ນອນວ່າແຟນໆເກມໂຕເໝັ້ນສີຟ້າກໍມີໃຫ້ຫຼິ້ນນຳຄື “Sonic the Hedgehog” ທີ່ເຮົາສາມາດກົດທີ່ໂຕ Sonic ດ້ານຂວາສຸດໄດ້ເຊິ່ງຖ້າຄລິກໄປເລື້ອຍໆກໍຈະແປງຮ່າງເປັນ Super Sonic 

14. ຄົນທີ່ຫຼິ້ນເກມ RTS ຕ້ອງຮູ້ຈັກກັບ starcraft ກັນແນ່ນອນ ໜຶ່ງໃນແທັກຕິກຊື່ດັງຄື “zerg rush” ຖ້ານຳໄປຄົ້ນຫາກໍຈະມີໂຕ O ມາແຊກຂໍ້ມູນເທິງຈໍກ່ອນທີ່ຈະຂຶ້ນວ່າ GG 

15. ປົກກະຕິນັ້ນການຈະໝຸນຈໍຂອງໜ້າ Google ຈະໃຊ້ຄຳວ່າ “do a barrel roll” ແຕ່ຖ້າພິມ “Z or R twice” ກໍຈະໄດ້ຜົນແບບດຽວກັນເຫດຜົນກໍມາຈາກນີ້ແມ່ນປຸ່ມທີ່ໃຊ້ໝຸນໂຕໃນເກມ Star Fox 64 

 

16. ເກມກິນຜີສຸດຄລາສສິກແບບ pacman ນັ້ນ google ກໍໄດ້ເຮັດມາໄວ້ໃຫ້ຫຼິ້ນກັນນຳ ພຽງແຕ່ພິມຄຳວ່າ “pacman” ກໍຈະຂຶ້ນມາໃຫ້ຫຼິ້ນກັນແລ້ວ. 

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: online station

ບົດຄວາມຫຼ້າສຸດ

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່ ເພື່ອເສີມສ້າງລະບົບການຂົນສົ່ງໃນພາກພື້ນ, ສົ່ງເສີມການຮ່ວມມືທາງເສດຖະກິດ, ແລະ ເຊື່ອມຕໍ່ອາຊີຕາເວັນອອກສຽງໃຕ້ ເຂົ້າກັບເສັ້ນທາງການຄ້າໂລກ. ອີງຕາມການລາຍງານຂອງເວັບໄຊຕ໌ຂ່າວການຂົນສົ່ງທາງລົດໄຟ Railway Supply. ໃນວັນທີ 25 ພຶດສະພາ, ບໍລິສັດ Penang Port Sdn Bhd ແລະ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ

ລາວ-ມາເລເຊຍ ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ອັນວາ ອິບຣາຮິມ, ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ...