spot_img
Homeຂ່າວການພັດທະນາໃຊ້ງົບປະມານຫຼາຍກວ່າ 658 ຕື້ກີບ ເພື່ອຍົກລະດັບສະໜາມບິນສາກົນວັດໄຕ

ໃຊ້ງົບປະມານຫຼາຍກວ່າ 658 ຕື້ກີບ ເພື່ອຍົກລະດັບສະໜາມບິນສາກົນວັດໄຕ

Published on

ໂຄງການຂະຫຍາຍສະໜາມບິນສາກົນວັດໄຕ (ໂຄງການກູ້ຢືມເງິນຈຳນວນ 9 ຕື້ເຢັນ ຫຼື ປະມານ 658,329,000,000 ກີບ) ແມ່ນໂຄງການຂະຫຍາຍ ສິ່ງອຳນວຍຄວາມສະດວກໃນການບໍລິການຜູ້ໂດຍສານ ເພື່ອບັນລຸເປົ້າໝາຍໃນການຮັກສາຄວາມສະດວກ ແລະ ຄວາມປອດໄພ, ຕອບສະໜອງຄວາມຕ້ອງການຂອງການເພີ່ມຂຶ້ນຂອງການບິນ ທີ່ສະໜາມບິນສາກົນ ວັດໄຕທີ່ມີທ່າອ່ຽງວ່າຜູ້ນຳໃຊ້ສະໜາມບິນຈະມີເຖິງ 2 ລ້ານຄົນ ພາຍໃນປີ 2023.

ໃນເດືອນທັນວາ 2015 ໄດ້ມີການວາງສີລາລືກ ລະຫວ່າງທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງລາວ ແລະ ທ່ານ ອິຊິອິ ເຄອິຈິ ລັດຖະມົນຕີກະຊວງທີ່ດິນ, ພື້ນຖານໂຄງລ່າງ, ຂົນສົ່ງ ແລະ ທ່ອງທ່ຽວຍີ່ປຸ່ນ ແລະ ການກໍ່ສ້າງຂອງໂຄງການໄດ້ຖືກລິເລີ່ມຫລັງພິທີດັ່ງກ່າວ ແລະ ຈະໃຫ້ສຳເລັດໃນຕົ້ນປີ 2018. ປັດຈຸບັນ ໂຄງການດັ່ງກ່າວແມ່ນດຳເນີນມາເປັນເວລາ 1 ປີ ແລະ ມີຄວາມກ້າວໜ້າຂຶ້ນເລື້ອຍໆ.

ໃນເດືອນທັນວາ 2016, ເບື້ອງຕາເວັນຕົກຂອງສະໜາມບິນສາກົນໄດ້ມີການເທພື້ນ-ເສົາ ແລະ ອື່ນໆຂຶ້ນ ແລະ ເບື້ອງຕາເວັນອອກ ແລະ ສະໜາມບິນພາຍໃນນັ້ນ ໄດ້ມີການກໍ່ສ້າງເສົາເຂັມທີ່ຮອງຮັບອາຄານຂຶ້ນ. ນອກຈາກນີ້ ແມ່ນມີແຜນຈະເປີດນຳໃຊ້ເບື້ອງຕາເວັນຕົກອາຄານເຊື່ອມຕໍ່ເຮືອບິນໃນເດືອນສິງຫາ 2017, ສ່ວນເບື້ອງຕາເວັນອອກຂອງສະໜາມບິນນີ້ ແມ່ນຈະເປີດໃຊ້ໃນເດືອນທັນວາ 2017 ເຊັ່ນກັນ.

ເຕັກໂນໂລຊີທີ່ມີຄຸນນະພາບສູງຂອງຍີ່ປຸ່ນນີ້ ໄດ້ສະໜອງພື້ນຖານເຕັກໂນໂລຊີໃຫ້ແກ່ໂຄງການດັ່ງກ່າວ ເນື່ອງຈາກໂຄງການນີ້ແມ່ນຮຽກຮ້ອງເຖິງຄຸນນະພາບສູງ ເພື່ອຕອບສະໜອງຄວາມຕ້ອງ ການການບິນທີ່ເພີ່ມຂຶ້ນໃນແຕ່ລະປີ ກໍຄືຄວາມຕ້ອງການພັດທະນາລະດັບການບໍລິການ, ການຮັບມືກັບໄພພິບັດທຳມະຊາດ ແລະ ອຳນວຍຄວາມສະດວກອື່ນໆທີ່ເໝາະສົມ ໂດຍສະເພາະການກໍ່ສ້າງລະບົບທໍ່ນ້ຳເປື້ອນທີ່ບຳບັດສິ່ງເສດເຫລືອທີ່ຖືກສົ່ງອອກມາຈາກອາຄານຜູ້ໂດຍສານນີ້ ແມ່ນນຳໃຊ້ລະບົບຊ່ອງກອງນ້ຳດ້ວຍແຮງລົມອົກຊີແຊນ ເພື່ອຄວບຄຸມການໄຫລວຽນຂອງນ້ຳ (Moving-bed Circulation System) ມີຄວາມສາມາດໃນການບຳບັດນ້ຳເປື້ອນໄດ້ເຖິງ 7 ເທົ່າ ເມື່ອທຽບໃສ່ລະບົບບຳບັດນ້ຳທຳມະຊາດ ຖືວ່າເປັນເຕັກໂນໂລຊີທີ່ສູງຂອງບໍລິສັດຍີ່ປຸ່ນ ທີ່ນຳໃຊ້ເປັນເທື່ອທຳອິດໃນປະເທດລາວ.

ໂຄງການຂະຫຍາຍພື້ນຖານໂຄງລ່າງນີ້ໄດ້ຖືກປະກາດຂຶ້ນຢູ່ກອງປະຊຸມສຸດຍອດຜູ້ນຳ G7 ທີ່ເຂດອິເສະ-ຊິມະ ໃນປີ 2016 ທີ່ປະເທດຍີ່ປຸ່ນ. ໂຄງການນີ້ເປັນການສ້າງແຜນການລິເລີ່ມດັ່ງກ່າວ ໃຫ້ເປັນຮູບປະທຳ ທີ່ສະໜາມບິນສາກົນວຽງຈັນ ອັນເປັນໂສມໜ້າຂອງນະຄອນຫລວງວຽງຈັນ ກໍຄືປະເທດລາວ. ນອກຈາກນີ້ ໃນກອງປະຊຸມສຸດຍອດ ASEAN ໃນປີ 2016, ທ່ານນາຍົກ ອາເບະ ແລະ ທ່ານນາຍົກ ທອງລຸນ ສີສຸລິດ ໄດ້ປະກາດແຜນຮ່ວມມື ເພື່ອການພັດທະນາ ລາວ-ຍີ່ປຸ່ນ ຮ່ວມກັນ ເຊິ່ງເປັນແຜນທີ່ແນໃສ່ຫລຸດພົ້ນອອກຈາກສະຖານະດ້ອຍພັດທະນາຂອງປະເທດລາວ, ທັງຍັງແມ່ນການຮ່ວມມືສຳຄັນຂອງຍີ່ປຸ່ນ ເພື່ອຊ່ວຍໃຫ້ປະເທດລາວບັນລຸການພັດທະນາທີ່ຕັ້ງໄວ້.

ພາບແລະຂ່າວ: ໜັງສືພິມ ລາວພັດທະນາ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...