spot_img
Homeຂ່າວພາຍ​ໃນເດືອນກຸມພາແລ້ວ ແຕ່ຍັງມີຫຼາຍເຂດທົ່ວປະເທດ ບໍ່ທັນໄດ້ເງິນເດືອນມັງກອນ

ເດືອນກຸມພາແລ້ວ ແຕ່ຍັງມີຫຼາຍເຂດທົ່ວປະເທດ ບໍ່ທັນໄດ້ເງິນເດືອນມັງກອນ

Published on

ອີງຕາມການສອບຖາມຂອງທີມຂ່າວລາວໂພສຕ໌ ໄດ້ຮູ້ວ່າມາຮອດປັດຈຸບັນເຊິ່ງເປັນເດືອນ ກຸມພາ ແລ້ວ ແຕ່ວ່າຍັງມີຫຼາຍພະແນກໃນຫຼາຍເມືອງ ທົ່ວປະເທດ ຍັງບໍ່ໄດ້ຮັບເງິນເດືອນມັງກອນ.

ບັນຫາເງິນເດືອນອອກຊັກຊ້າ ເປັນບັນຫາຊ້ຳເຮື້ອມາເປັນເວລາຫຼາຍປີແລ້ວ ການແກ້ໄຂບັນຫາດັ່ງກ່າວເບິ່ງຄ້າຍຄືວ່າ ຫຍຸ້ງຍາກເຫຼືອບ່າກວ່າແຮງເອົາແທ້ໆ ຈົນມາຮອດປີ 2017 ແລ້ວ ບັນຫາດັ່ງກ່າວຫຼາຍພະແນກກໍຍັງບໍ່ສາມາດແກ້ໄຂໄດ້

ຕາມການລາຍງານຈາກທ້ອງຖິ່ນໃຫ້ຮູ້ວ່າ ຍັງມີຫຼາຍພະແນກໃນຂອບເຂດທົ່ວປະເທດ ຍັງບໍ່ສາມາດເບີກຈ່າຍເງິນເດືອນ ເດືອນມັງກອນ 2017 ເຊິ່ງສ່ວນຫຼາຍແມ່ນພະແນກສຶກສາທິການແລະກິລາ (ເງິນເດືອນຄູ), ພະແນກສາທາລະນະສຸກ (ເງິນເດືອນແພດ), ພາກສ່ວນປ້ອງກັນຊາດ ແລະອື່ນໆ ຕາມລຳດັບ ໃນນັ້ນ, ສ່ວນຫຼາຍແມ່ນນອນຢູ່ໃນເຂດຕ່າງແຂວງ ຫ່າງໄກສອກຫຼີກ.

ຕາມຂໍ້ມູນທີ່ໄດ້ຮັບລາຍງານນັ້ນ ພາກສ່ວນທີ່ຍັງບໍ່ໄດ້ຮັບເງິນເດືອນມັງກອນ 2017 ມີຄື: ມະຫາວິທະຍາໄລສຸພານຸວົງ ແຂວງຫຼວງພະບາງ, ມະຫາວິທະຍາໄລຈຳປາສັກ, ຄູທຸກເມືອງແຂວງຈຳປາສັກ, ໂຮງໝໍແຂວງຈຳປາສັກ, ພະແນກສຶກສາເມືອງຄົງເຊໂດນ ແຂວງສາລະວັນ, ວິທະຍາໄລຄູແຂວງສາລະວັນ, ສຶກສາເມືອງໄຊເສດຖາ ແຂວງອັດຕະປື, ພະແນກການເງິນສາມັກຄີໄຊ ແຂວງອັດຕະປື, ພະແນກສາທາລະນະສຸກແຂວງໄຊສົມບູນ, ເມືອງຮ້ຽມ-ເມືອງກວັນ ແຂວງຫົວພັນ, ທະຫານແຂວງຫຼວງນ້ຳທາ, ທະຫານແຂວງສະຫວັນນະເຂດ, ປົກຄອງແຂວງອຸດົມໄຊ, ສຶກສາເມືອງເຊບັ້ງໄຟ ແລະອື່ນໆ

ສ່ວນສາເຫດທີ່ເຮັດໃຫ້ການເບີກຈ່າຍເງິນເດືອນຊັກຊ້ານັ້ນ ມີຜູ້ໃຫ້ຄຳເຫັນໄວ້ວ່າ: ບໍ່ແມ່ນຍ້ອນລັດຖະບານ ແຕ່ເປັນນຳພະແນກການເງິນຂອງແຕ່ລະພາກສ່ວນ ປະກອບເອກະສານຊັກຊ້າ, ແລ່ນເອຕ້າເງິນເດືອນຜິດໆຖືກໆ ແປງກັບໄປກັບມາ ມັນເລີຍຊັກຊ້າ ເງິນເດືອນແທ້ ກະຊວງການເງິນເພິ່ນດຸນໃຫ້ແຕ່ລະກະຊວງ ແຕ່ລະແຂວງໝົດແລ້ວ. ສະນັ້ນ, ພາກສ່ວນໃດທີ່ໄດ້ເງິນເດືອນຊັກຊ້າ ກໍໃຫ້ກວດເບິ່ງການເຮັດວຽກຂອງການເງິນພາກສ່ວນໂຕເອງເບິ່ງ ເຂົາເຮັດວຽກເປັນແນວໃດ?

ແນວໃດກໍຕາມ, ລັດຖະບານຊຸດປັດຈຸບັນ ນຳໂດຍທ່ານ ທອງລຸນ ສີສຸລິດ ໄດ້ເປັນຫ່ວງຕໍ່ບັນຫາການເບີກຈ່າຍເງິນເດືອນເປັນພິເສດ ນັບແຕ່ເຂົ້າບໍລິຫານປະເທດ ທ່ານນາຍົກ ໄດ້ເວົ້າເລື່ອງການເບີກຈ່າຍເງິນເດືອນນີ້ແລ້ວບໍ່ຕ່ຳກວ່າ 10 ເທື່ອ ແລະທ່ານນາຍົກໄດ້ແນະນຳເມື່ອວັນທີ 20 ທັນວາ 2016 ທີ່ຜ່ານມາວ່າ: ນັບແຕ່ເດືອນ ມັງກອນ 2017 ເປັນຕົ້ນໄປເດັດຂາດໃຫ້ຈ່າຍເງິນເດືອນຢ່າງເປັນປົກກະຕິ ອ່ານແລະເບິ່ງຄລິບດັ່ງກ່າວຢູ່ນີ້

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...