spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມສູດຊາ ຫົວສີໄຄໃບເຕີຍຮັກສາໂຣກປະດົງຂໍ່, ປວດແຂນ, ປວດຂາ

ສູດຊາ ຫົວສີໄຄໃບເຕີຍຮັກສາໂຣກປະດົງຂໍ່, ປວດແຂນ, ປວດຂາ

Published on

ສຸຂະພາບ ມື້ນີ້ເຮົາມາຮູ້ຈັກ ສູດຊາ ຫົວສີໄຄໃບເຕີຍຮັກສາໂຣກປະດົງຂໍ່, ປວດແຂນ, ປວດຂາ ດື່ມເປັນປະຈຳ ອາການຈະຄ່ອຍໆດີຂຶ້ນ ເຊິ່ງທ່ານໃດທີ່ກຳລັງມີອາການປວດຕ່າງດັ່ງທີ່ກ່າວມາແລ້ວ ກໍ່ລອງນຳເອົາສູດເຄື່ອງນີ້ໄປເຮັດດື່ມລອງເບິ່ງ ເຊິ່ງວິທີການເຮັດກໍ່ງ່າຍໆ ບໍ່ຫຍຸ້ງຍາກ ແຖມບໍ່ສິ້ນເປືອງງົບປະມານອີກຕ່າງຫາກ

ສ່ວນປະກອບ
1. ຫົວສີໄຄ 4-5 ຫົວ
2. ໃບເຕີຍ 2-3 ໃບ
3. ນ້ຳດື່ມສະອາດ 2 ລິດ

ລ້າງຫົວສີໄຄ, ໃບເຕີຍໃຫ້ສະອາດຈາກນັ້ນກໍ່ນຳໄປຕົ້ມໃຫ້ຟົດເດືອດ ເມື່ອນ້ຳຟົດກໍ່ຢ່າຟ້າວປົງໝໍ້ ໃຫ້ຕົ້ມນ້ຳຕໍ່ໄປອີກ 15 ນາທີ ຫ້າມເປີດຝາໂດດເດັດຂາດ ຫຼັງຈາກຄົບ 15 ນາທີແລ້ວ ໃຫ້ປົງໝໍນ້ຳຕົ້ມລົງ ແລ້ວປະໄວ້ໃຫ້ມັນອຸ່ນ ຫຼື ເຢັນແລ້ວຈິ່ງດື່ມ ດື່ມຕາງນ້ຳລ້າ ຕິດຕໍ່ກັນ 1 ອາທິດ ແລະ ຄວນຫຼີກລ່ຽງການດື່ມກ່ອນນອນ ເພາະຈະເຮັດໃຫ້ທ່ານປວດປັດສະວະໃນຍາມເດິກ

ນ້ຳຊາຫົວສີໄຄ, ໃບເຕີຍນີ້ຈະສາມາດລ້າງກຣົດຢູຣິດໃນເສັ້ນເລືອດໄດ້ ແລະ ເຮັດໃຫ້ອາການປວດຕ່າງໆຕາມຮ່າງກາຍບໍ່ວ່າຈະເປັນປວດແຂນ, ປວດຂາ, ປວດຂໍ່ກໍ່ຈະຄ່ອຍໆຫາຍໄປ

ແຫລ່ງຂໍ້ມູນອ້າງອີງຈາກ: http://synergyjapan.com/

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...