spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ຕຳຫລວດແຂວງບໍ່ແກ້ວ ຄົ້ນລົດຕູ້ຈັບຄົນຄ້າຢາບ້າ ໄດ້ຂອງກາງ 5.600 ເມັດ ເຊື່ອງໃນແກັດນ້ຳຕານ

ຕຳຫລວດແຂວງບໍ່ແກ້ວ ຄົ້ນລົດຕູ້ຈັບຄົນຄ້າຢາບ້າ ໄດ້ຂອງກາງ 5.600 ເມັດ ເຊື່ອງໃນແກັດນ້ຳຕານ

Published on

ຂປລ. ໃນຕອນເຊົ້າຂອງວັນທີ່ 30 ມັງກອນ 2017 ຜ່ານ​ມານີ້ ເຈົ້າໜ້າທີ່ໜ່ວຍສະເພາະກິດ ປກສ ແຂວງບໍ່ແກ້ວ ໄດ້ກວດຄົ້ນລົດຕູ້ເປົ້າໝາຍ ບໍ່ມີໝາຍເລກທະບຽນ ຢູ່ດ່ານຂົວນ້ຳເກິງເກົ່າ ໄດ້ພົບເຫັນຢາບ້າ ຈຳນວນ 2 ມັດ ກັບ 8 ຖົງ, ມີຢາບ້າ 5.600 ເມັດ ຊຸກເຊື່ອງຢູ່ໃນແກັດນ້ຳຕານ ແລະ ໄດ້ກັກຕົວ ທ້າວ ແສງແກ້ວ ພຸດທະປັນຍາ ອາຍຸ 23 ປີ ອາຊີບ ກຳມະກອນ ຢູ່ບ້ານສາຍລົມ ເມືອງ ​ແລະ ແຂວງຫລວງພະບາງ.

ຜ່ານ​ການ​ສືບສວນ-​ສອບ​ສວນ ໃນເບື້ອງຕົ້ນຜູ້ກ່ຽວ ໄດ້ຮັບສາລະພາບວ່າ: ຢາບ້າຈຳນວນດັ່ງກ່າວ ແມ່ນຂອງຜູ້ກ່ຽວແທ້ ເຊິ່ງຕົນໄດ້ໄປຊື້ນຳ ທ້າວ ກໍ (ນາມສົມໝຸດ) ຢູ່ບ້ານໂພນໂຮມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເພື່ອຈະນຳຢາຈຳນວນດັ່ງກ່າວ ໄປຂາຍຢູ່ແຂວງຫລວງພະບາງ,  ຫລັງຈາກຜູ້ກ່ຽວໄດ້ຊື້ຢານໍາ ທ້າວ ກໍ ແລ້ວກໍໄດ້ເໝົາລົດຕູ້ຄັນດັ່ງກ່າວຈາກ ເມືອງຕົ້ນເຜິ້ງ ເພື່ອມາສົ່ງຕົນເອງຢູ່ ເມືອງຫ້ວຍຊາຍ ແລ້ວກໍຈະຈ້າງລົດໂດຍສານໄປແຂວງຫລວງພະບາງ ແຕ່ພໍມາຮອດດ່ານຂົວນ້ຳເກິງເກົ່າ ໄດ້ຖືກເຈົ້າໜ້າທີ່ກັກຕົວໄດ້ກ່ອນ, ດັ່ງນັ້ນເຈົ້າໜ້າທີ່ ຕຳຫລວດ ປກສ ແຂວງບໍ່ແກ້ວ ຈຶ່ງກັກຕົວຜູ້ກ່ຽວໄວ້ ເພື່ອດຳເນີນຄະດີຕາມລະບຽບກົດໝາຍຕໍ່ໄປ.

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...