spot_img
Homeຊີວິດແລະຄວາມຮັກ5 ສັນຍານ ຂອງຄົນຮັກນອກໃຈ

5 ສັນຍານ ຂອງຄົນຮັກນອກໃຈ

Published on

ການນອກໃຈ ຫຼືການມີຄົນໃໝ່ ເປັນເລື່ອງທີ່ຫຼາຍໆຄູ່ຮັກຕ້ອງພົບ ເພາະຄວາມບໍ່ຮູ້ຈັກພໍຂອງຄົນຮັກ ທີ່ມີແຟນແລ້ວ ແຕ່ກໍຢາກມີສຳຮອງ, ແຕ່ການເຮັດແບບນີ້ ຈະເຮັດໃຫ້ຊີວິດຮັກຂອງເຈົ້າບໍ່ມີຄວາມສຸກ, ຖ້າຢາກໃຫ້ຊີວິດຮັກມີຄວາມສຸກ ຕ້ອງຮັກດຽວໃຈດຽວ, ບໍ່ນອກໃຈກັນດ້ວຍການນອກໃຈ

  1. ເວົ້າຊື່ໃຜຄົນໜຶ່ງຕະຫຼອດ: ການເວົ້າຊື່ໃຜຄົນໜຶ່ງຕະຫຼອດ ສະແດງໃຫ້ເຫັນວ່າຈິດໃຈກຳລັງຄິດຮອດຄົນນັ້ນຢູ່, ຈົນຫ້າມຕົນເອງບໍ່ໃຫ້ເວົ້າຊື່ຄົນນັ້ນອອກມາບໍ່ໄດ້, ບໍ່ວ່າຈະເວົ້າເຖິງເລື່ອງໃດກໍມັກຈະມີຊື່ຄົນນັ້ນມາກ່ຽວຂ້ອງຢູ່ສະເໝີ, ການທີ່ໄດ້ຍິນກ່ຽວກັບລາຍລະອຽດນ້ອຍໆສ່ວນຕົວຫຼາຍເກີນໄປ ເປັນສັນຍານເຕືອນການນອກໃຈ ເພາະອາການແບບນີ້ສະແດງວ່າເຂົາຄິດຮອດຄົນໆນັ້ນແຮງ
  2. ໃຫ້ເວລາສ່ວນຕົວຫຼາຍຈົນເກີນໄປ: ຜູ້ຍິງຈຳນວນຫຼາຍ ບໍ່ມັກໃຫ້ຜູ້ຊາຍມີຄວາມເປັນສ່ວນຕົວຫຼາຍເກີນໄປແຕ່ກໍບໍ່ໄດ້ໝາຍຄວາມວ່າຜູ້ຍິງທຸກຄົນຢາກໃຫ້ຜູ້ຊາຍຢູ່ນຳຕະຫຼອດເວລາ, ແຕ່ຖ້າວັນໜຶ່ງຜູ້ຍິງຫາກອະນຸຍາດໃຫ້ຜູ້ຊາຍມີເວລາສ່ວນຕົວໄດ້ເຕັມທີ່ ແລະບໍ່ໃສ່ໃຈວ່າຈະໃຊ້ເວລາຢູ່ນຳກັນ ນັ້ນສະແດງໃຫ້ເຫັນວ່າແຟນເຈົ້າກຳລັງເອົາເວລາຫວ່າງໄປໃຫ້ຄົນອື່ນ
  3. ຫາເລື່ອງຜິດກັນ: ເລື່ອງເລັກໆນ້ອຍໆ ທີ່ບໍ່ເຄີຍຜິດກັນຈັກເທື່ອ ແຕ່ມາຮອດມື້ນີ້ ເລື່ອງເລັກນ້ອຍກໍເຮັດໃຫ້ຜິດກັນໄດ້ ນັ້ນສະແດງໃຫ້ເຫັນວ່າແຟນເຈົ້າກຳລັງຫາເລື່ອງຜິດກັນ ເພື່ອທີ່ຈະໄດ້ເອົາເວລາທີ່ຜິດກັນໄປຄິດຮອດຄົນອື່ນ
  4. ເຮັດຕົວເລິກລັບ: ຄວາມເລິກລັບເປັນສິ່ງທີ່ດີຖ້າມີໃນປະລິມານໜ້ອຍ, ແຕ່ມາມື້ໜຶ່ງ ແຟນເຈົ້າກັບເຮັດຕົວເລິກລັບແບບຜິດປົກກະຕິ ຖາມຫຍັງກໍບໍ່ຢາກຕອບ, ໄປໃສກໍບໍ່ບອກ ອາການແບບນີ້ອາດເປັນສັນຍານເຕືອນການນອກໃຈກໍເປັນໄດ້
  5. ຄວາມຮັກຈືດຈາງລົງ: ຖ້າມີຄົນອື່ນໃນໃຈ ມີໂອກາດເປັນໄປໄດ້ວ່າ ຈະເຮັດຕົວຫ່າງເຫີນບໍ່ຄ່ອຍສຳຜັດຕົວຂອງຄົນຮັກ ເພາະຮູ້ສຶກອຶດອັດທີ່ຈະແຕະຕ້ອງສຳຜັດຕົນໂຕເຂົາ ແລະໃຫ້ຄວາມຮັກທີ່ເຄີຍໃຫ້ມານັ້ນ ນັບມື້ໜ້ອຍລົງ ຈົນສັງເກດເຫັນໄດ້ຊັດເຈນ

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ifram FB ເພຈທ່ຽວເມືອງລາວ Laotrips

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...