spot_img
Homeຂ່າວຕ່າງປະເທດ"ບັນ ຄີ ມູນ" ຖອນຕົວຈາກການລົງສະໝັກເລືອກຕັ້ງຊິງຕຳແໜ່ງ ປະທານາທິບໍດີ ເກົາຫຼີໃຕ້

“ບັນ ຄີ ມູນ” ຖອນຕົວຈາກການລົງສະໝັກເລືອກຕັ້ງຊິງຕຳແໜ່ງ ປະທານາທິບໍດີ ເກົາຫຼີໃຕ້

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງ ໂຊລ ປະເທດເກົາຫຼີໃຕ້ ເມື່ອວັນທີ 1 ກຸມພາ 2017 ວ່າ ທ່ານ ບັນ ຄີ ມູນ ໄວອາຍຸ 72 ປີ ອະດີດເລຂາທິການສະຫະປະຊາຊາດ (ຢູເອັນ) ຖະແຫຼງເມື່ອວັນພຸດທີ່ຜ່ານມາ ຫລັງສຳເລັດການຫາລືກັບສະມາຊິກລະດັບສູງຂອງພັກ ແຊນູຣິ ເຊິ່ງເປັນພັກລັດຖະບານຊຸດປັດຈຸບັນ ທ່ານ ບັນ ຄີ ມູນ ໄດ້ປະຕິເສດການລົງສະໝັກເລືອກຕັ້ງຊິງຕຳແໜ່ງປະທານາທິບໍດີ ເກົາຫຼີໃຕ້ ທີ່ຈະເກີດຂຶ້ນໃນມໍ່ໆນີ້

ໂດຍທ່ານ ບັນ ຄີ ມູນ ໄດ້ກ່າວວ່າ:​ “ຕົນເອງຖືກໃສ່ຮ້າຍປ້າຍສີຈາກສື່ໃນລັກສະນະຂອງການມຸ່ງທຳລາຍຊື່ສຽງ ເຮັດໃຫ້ຕົນເອງເບິ່ງບໍ່ເຫັນຄວາມຫວັງໃນການສ້າງການປ່ຽນແປງທາງການເມືອງ ແລະ ຄວາມສາມັກຄີໃນຊາດ ແລະ ສິ່ງທີ່ເຫຼືອຢູ່ຕອນນີ້ມີພຽງຮອຍບາດແຜໃນໃຈສຳລັບຕົນເອງ ແລະ ຄອບຄົວ ຮວມທັງກຽດສັກສີຈາກການເຮັດວຽກໃນຕຳແໜ່ງເລຂາທິການໃຫຍ່ຢູເອັນ ຕະຫຼອດ 10 ປີທີ່ຜ່ານມາ”

ການປະກາດຫຼ້າສຸດຂອງທ່ານ ບັນ ຄີ ມູນ ໄດ້ສ້າງຄວາມປະແປກໃຈໃຫ້ສີ່ພັກສຳຄັນທີ່ກຽມສົ່ງຜູ້ສະໜັກລົງເລືອກຕັ້ງຊິງຕຳແໜ່ງປະທານາທິບໍດີ ເກົາຫຼີໃຕ້.

ຈາກຜົນການສຳຫຼວດຄວາມຄິດເຫັນກຸ່ມຕົວຢ່າງ 1,147 ໂດຍ ອາຣແອນເສີຣຊ ແລະ ເຜີຍແຜ່ອອກມາໃຫ້ຮັບຮູ້ເມື່ອວັນ ພຸດ (01/01/2017) ລະບຸວ່າ ຈຳນວນຜູ້ສະໜັບສະໜູນທ່ານ ບັນ ຄີ ມູນ ຍັງຄົງຫຼຸດລົງຢ່າງຕໍ່ເນື່ອງຈາກ 18% ເມື່ອອາທິດທີ່ຜ່ານມາ ເລືອພຽງ 16.5%

 

ແຫລ່ງຂ່າວຈາກ: http://www.manager.co.th/Around/ViewNews.aspx?NewsID=9600000011115
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...