spot_img
Homeຂ່າວເຫດການຍີ່ປຸ່ນ ໃຫ້ທຶນຊ່ວຍເຫຼືອ 3 ແສນກວ່າໂດລາ ເພື່ອສຸຂະພາບ ເດັກນ້ອຍຢູ່ແຂວງຫົວພັນ

ຍີ່ປຸ່ນ ໃຫ້ທຶນຊ່ວຍເຫຼືອ 3 ແສນກວ່າໂດລາ ເພື່ອສຸຂະພາບ ເດັກນ້ອຍຢູ່ແຂວງຫົວພັນ

Published on

ໃນວັນທີ 30 ມັງກອນ 2017 ຜ່ານມານີ້ ທີ່ສະຖານທູດຍີ່ປຸ່ນ ໄດ້ມີພິທີເຊັນສັນຍາໂຄງການ ຊ່ວຍເຫຼືອ ລະຫວ່າງ ທ່ານ ທາເຄຊິ ຮິຄິ ຮາຣະ ເອກອັກຄະຣາຊະທູດ ຍີ່ປຸ່ນປະຈຳລາວ ແລະ ທ່ານ ຄາຊຶຮິໂກະ ທາເຄດະ ຫົວໜ້າ ພະແນກວຽກງານຊ່ວຍເຫຼືອການ ແພດໂລກຍີ່ປຸ່ນ (MdMj) ໂດຍ ມີທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງໆຫົວພັນ ແລະ ພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນ ສັກຂີພິຍານ.

ທາງລັດຖະບານຍີ່ປຸ່ນ ໃຫ້ການຊ່ວຍເຫຼືອຫຼາຍກວ່າ 365.651 ໂດລາສະຫະລັດ ເຂົ້າໃນໂຄງການເບິ່ງແຍງສຸຂະພາບເດັກນ້ອຍ ຢູ່ແຂວງ ຫົວພັນ ເພື່ອບໍລິການຮັກສາ ສຸຂະພາບໂດຍບໍ່ເສຍຄ່າໃຫ້ ແກ່ເດັກນ້ອຍ ທີ່ມີອາຍຸຕ່ຳກວ່າ 5 ປີ ທີ່ເມືອງຊ່ອນ ແລະ ເມືອງ ຫົວເມືອງ ແຂວງຫົວພັນ.

ທ່ານ ທາເຄຊິ ຮິຄິຮາຣະ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳລາວ ໄດ້ກ່າວວ່າ: ໂຄງການດັ່ງກ່າວ ແມ່ນເສີມສ້າງຄວາມເຂັ້ມແຂງໃຫ້ລະບົບຮັກສາສຸຂະພາບເດັກນ້ອຍ ຢູ່ ແຂວງຫົວພັນ ໂດຍ ຜ່ານການສ້າງຄວາມສາມາດ ໃຫ້ພະນັກງານຢູ່ໂຮງໝໍ, ສຸກສາລາ ແລະ ຄະນະກຳມະການຮັກສາສຸຂະພາບຂັ້ນບ້ານ ມີເປົ້າໝາຍຫຼຸຸດຜ່ອນອັດຕາການເສຍຊີວິດ ຂອງເດັກນ້ອຍ ທີ່ມີອາຍຸຕ່ຳກວ່າ 5 ປີ ຊຶ່ງການບໍລິການແບບບໍ່ເສຍຄ່າຈະເປັນວິທີທີ່ດີທີ່ສຸດ ໃນການພັດທະນາຄຸນນະພາບ ການບໍລິການທາງການແພດ ໃຫ້ແກ່ເດັກນ້ອຍ ແລະ ສົ່ງເສີມ ການປ້ອງກັນການຕິດເຊື້ອພະຍາດ, ພ້ອມທັງຫຼຸຸດຜ່ອນພາລະ ຄ່າໃຊ້ຈ່າຍດ້ານການແພດໃນຂັ້ນບ້ານອີກດ້ວຍ.

ຂ່າວ: ໜັງສືພິມ ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...