Homeຂ່າວຕ່າງປະເທດເດືອດ! "ໂດນັລ ທຣັມ" ປົດເຈົ້າໜ້າທີ່ລັດ 2 ທ່ານຫຼັງປະຕິເສດປະຕິບັດຄຳສັ່ງລະງັບວີຊ່າ 7 ປະເທດ

ເດືອດ! “ໂດນັລ ທຣັມ” ປົດເຈົ້າໜ້າທີ່ລັດ 2 ທ່ານຫຼັງປະຕິເສດປະຕິບັດຄຳສັ່ງລະງັບວີຊ່າ 7 ປະເທດ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງ ວໍຊິງຕັນ ປະເທດສະຫະລັດອາເມລິກາ ເມື່ອວັນທີ 31 ມັງກອນ 2017 ວ່າ ກະຊວງຄວາມໝັ້ນຄົງແຫ່ງຊາດມາຕຸພູມ (ດີເອຊເອສ) ອອກຖະແຫຼງການເມື່ອວັນຈັນທີ່ຜ່ານມາວ່າ ທ່ານ ແດນຽວ ແຣັກສເດລ ໄດ້ພົ້ນຈາກຕຳແໜ່ງຮັກສາການຜູ້ອຳນວຍການສຳນັກງານກວດຄົນເຂົ້າເມືອງ (ໄອຊີອີ) ທີ່ເປັນໜຶ່ງໃນໜ່ວຍງານພາຍໃຕ້ການກຳກັບດູແລຂອງດິເອຊເອສ ຫຼັງຈາກທີ່ປະທານາທິບໍດີ ໂດນັລ ທຣັມ ມີຄຳສັ່ງສຸກເສີນໃຫ້ປົດທ່ານ ນາງ ແຊລລີ ເຢດສ໌ ອອກຈາກຕຳແໜ່ງ ຮັກສາການລັດຖະມົນຕີ ກະຊວງຍຸດຕິທຳ ທັນທີ ຫຼັງຈາກທີ່ນາງອອກມາສະແດງຄວາມສົງໃສ ເຖິງ ຄວາມຍຸດຕິທຳ ພ້ອມກັບປະຕິເສດໃນການປະຕິບັນແນວທາງເຫຼົ່ານີ້ ຂອງມາດຕະການລະງັບການເຂົ້າເມືອງຊົ່ວຄາວ 90 ວັນ ທີ່ຜູ້ນຳສະຫະລັດ ບັງຄັບໃຊ້ຕັ້ງແຕ່ວັນທີ 27 ມັງກອນ 2017 ທີ່ຜ່ານມາ

006 007

 

ແຫຼ່ງຂ່າວຈາກ: http://www.dailynews.co.th/foreign/552469
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...