spot_img
Homeຂ່າວພາຍ​ໃນຕຳຫຼວດໄທບອກ ນ້ອງແປ້ງບໍ່ໄດ້ໂດດຕຶກຂ້າໂຕຕາຍ

ຕຳຫຼວດໄທບອກ ນ້ອງແປ້ງບໍ່ໄດ້ໂດດຕຶກຂ້າໂຕຕາຍ

Published on

 

ມື້ນີ້ 9 ສິງຫາ 2014 ພົນເອກ ຈະຣັມພອນ ສຸຣະມະນີ ເປີດເຜີຍຜົນຊັນນະສູດສົບຂອງນາງແປ້ງວ່າ ຈາການສອບສວນພະຍານ ພົບວ່າ ທ້າວ ອຳນາດ ມາຫານາງແປ້ງທີ່ຫ້ອງພັກ ຍ້ອນມີໂທລະສັບນຳໃຫ້ມາພົບ, ຕໍ່ມາ ເມຍທ້າວນາດ ມານຳຫາ ເຮັດໃຫ້ທັງສອງຜົວເມຍຜິດຖຽງກັນກ່ອນລົງລິບໄປເຖິງຫ້ອງໂຖງກາງຊັ້ນ 1 ຕາມພາບກ້ອງວົງຈອນປິດ. ນອກຈາກນີ້ ຄູ່ຜົວເມຍດັ່ງກ່າວ ຍັງໃຫ້ປາກຄຳອີກວ່າ ໄດ້ຊອກຫານາງແປ້ງໃນຫ້ອງພັກ ແຕ່ບໍ່ພົບຄົນໃນຫ້ອງ ກ່ອນທີ່ຈະເບິ່ງອອກໄປນອກລະບຽງຫ້ອງ ກໍຍັງບໍ່ເຫັນໃຜ ຈຶ່ງອອກໄປຈາກຫ້ອງດັ່ງກ່າວ ແລ້ວມາຮູ້ພາຍຫຼັງວ່ານາງແປ້ງຕົກຕຶກເສຍຊີວິດ.

ພົນເອກ ຈະຣັມພອນ ກ່າວອີກວ່າ ຜົນການກວດສອບໃນບ່ອນເກີດເຫດ ພົບວ່າ ມີຮອຍນິ້ວມືຈັບທີ່ລະບຽງໃນລັກສະນະຕະຫຼູດມືລົງມາຂ້າງລຸ່ມຮາວລະບຽງ ເຮັດໃຫ້ເຊື່ອວ່າ ບໍ່ສາມາດປະຄອງນ້ຳໜັກຂອງໂຕເອງໄດ້ ຈຶ່ງຫຼຸດມືຕົກລົງໄປ ບໍ່ແມ່ນການໂດດຕຶກຂ້າໂຕຕາຍແນ່ນອນ ແຕ່ກໍບໍ່ພົບຫຼັກຖານທີ່ວ່າຜູ້ອື່ນກະທຳໃຫ້ຕາຍ.

ຂະນະທີ່ພີ່ນ້ອງຂອງນາງແປ້ງ ພໍໃຈໃນຄວາມຄືບໜ້າຂອງຄະດີ ແຕ່ຍັງຕິດໃຈສາເຫດການເສຍຊີວິດ ເພາະຊາບວ່ານາງແປ້ງເປັນຄົນຢ້ານຄວາມສູງຈຶ່ງເປັນໄປໄດ້ຍາກທີ່ນ້ອງແປ້ງຈະອອກໄປຫ້ອຍໂຕຢູ່ລະບຽງ ແລະຕັ້ງຂໍ້ສົງໄສວ່າອາດຈະມີຜູ້ສັ່ງຫຼືບັງຄັບໃຫ້ນ້ອງອອກໄປຫ້ອຍຢູ່ລະບຽງ ລວມທັງຮອຍຊ້ຳຢູ່ແຂນນັ້ນ ກໍສົງໄສວ່າຈະເປັນຮອຍທີ່ເກີດຂຶ້ນຈາກການຖືກບີບບັງຄັບ.

ແນວໃດກໍຕາມ ຕຳຫຼວດຍັງຈະສືບຕໍ່ດຳເນີນການສືບສວນ ສອບສວນ ພະຍານແວດລ້ອມຕື່ມອີກ ລາວໂພສຕ໌ຈະຕິດຕາມຂ່າວມານຳສະເໜີຕໍ່ໄປ.

10580166_530588330375980_5428046322191890899_n

ຮູບສະແດງການຕົກຕຶກຂອງນ້ອງແປ້ງ ຕາມການສັນນິຖານຂອງຕຳຫຼວດໄທ

10527763_530588290375984_1283920660237153637_n

ຮູບສະແດງການຕົກຕຶກຂອງນ້ອງແປ້ງ ຕາມການສັນນິຖານຂອງຕຳຫຼວດໄທ

10584045_530588233709323_3093274183078068906_n
ຮູບສະແດງການຕົກຕຶກຂອງນ້ອງແປ້ງ ຕາມການສັນນິຖານຂອງຕຳຫຼວດໄທ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...