spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມອາຫານ 7​ ຢ່າງທີ່ປ້ອງກັນມະເຮັງໄດ້ດີ

ອາຫານ 7​ ຢ່າງທີ່ປ້ອງກັນມະເຮັງໄດ້ດີ

Published on

ອາຫານທີ່ຊ່ວຍປ້ອງກັນມະເຮັງມີຫຼາຍຢ່າງ ມີທັງອາຫານປະເພດຜັກ, ໝາກໄມ້ ທີ່ຄົນເຮົາກິນຫຼາຍທີ່ສຸດ ເຊິ່ງແຕ່ລະຊະນິດນັ້ນມີແຮ່ທາດ ແລະວິຕາມິນທີ່ສຳຄັນກັບຮ່າງກາຍເຮົາຫຼາຍ ເຊິ່ງມີດັ່ງນີ້:

  1. ໃບຊາ:​ ນັກວິທະຍາສາດໄດ້ທົດລອງເອົາໃບຊາ ປະສົມກັບອາຫານ ແລ້ວທົດລອງໃຫ້ໜູທີ່ເປັນມະເຮັດງກິນ ປາກົດວ່າ ຫຼັງຈາກກິນເປັນເວລາ 3 ອາທິດ ເຊວມະເຮັງໃນໜູຫຼຸດລົງ ແລະສານບາງຊະນິດຢູ່ໃບຊາສາມາດຢັບຢັ້ງເຊວມະເຮັງໃນຕົວໄດ້, ການດື່ມນໍ້າຊາຕະຫຼອດບໍ່ພຽງແຕ່ປ້ອງກັນພະຍາດຊໍ້າເຮື້ອຕ່າງໆໄດ້ແລ້ວ ຍັງປ້ອງກັນມະເຮັງໄດ້ອີກດ້ວຍ
  2. ສາລີ: ມີສານປ້ອງກັນມະເຮັງໄດ້ ໂດຍສະເພາະໃນແປ້ງສາລີ ມີກົດອະມີໂນຫຼາກຫຼາຍ ປ້ອງກັນມະເຮັງ ແລະຂ້າເຊວມະເຮັງໄດ້
  3. ຖົ່ວເຫຼືອງ: ມີສານປ້ອງກັນມະເຮັງຫຼາຍຊະນິດ ໂດຍສະເພາະມະເຮັງເຕົ້ານົມ
  4. ຫົວຜັກບົ່ວ, ຫົວຜັກທຽມ ສາມາດປ້ອງກັນມະເຮັງລຳໄສ້ໃຫຍ່, ມະເຮັງກະເພາະອາຫານ, ມະເຮັງປອດ ແລະມະເຮັງຕັບ ໂດຍສະເພາະໃນຫົວຫອມບົ່ວມີສານຊະນິດໜຶ່ງສາມາດສ້າງພູມຄຸ້ມກັນ ແລະຢັບຢັ້ງການກະຈາຍຂອງເຊວມະເຮັງໄດ້
  5. ເຫັດ: ເປັນອາຫານທີ່ຊ່ວຍປ້ອງກັນມະເຮັງ ໂດຍສະເພາະເຫັດຫອມ ສາມາດເສີມພູມຕ້ານທານຂອງເຊວຕ່າງໆໃນຮ່າງກາຍ
  6. ແອັບເປິ່ນ: ວິຕາມິນຊີໃນແອັບເປິ່ນສາມາດຢັບຢັ້ງການເກີດສານກໍ່ມະເຮັງ, ມັນທຳລາຍເຊວມະເຮັງ ແລະເຮັດໃຫ້ເຊວມະເຮັງເປັນເຊວປົກກະຕິ
  7. ສາຫຼ່າຍທະເລ: ສາຫຼ່າຍທະເລມີສານແຄວຊຽມ ສາມາດປັບຄວາມສົມດູນໃນເລືອດໄດ້ ດັ່ງນັ້ນຈຶ່ງສາມສາດປ້ອງກັນມະເຮັງໄດ້, ນອກຈາກນັ້ນ ເຊລລູໂຣສ ຢູ່ໃນສາຫຼ່າຍທະເລຍ່ອຍຍາກ ເມື່ອກິນເຂົ້າໄປ ຈະເຮັດໃຫ້ປະລິມານອຸດຈະລະເພີ່ມຂຶ້ນ ຈຶ່ງຊ່ວຍຂັບຖ່າຍສານກໍ່ມະເຮັງອອກຈາກຮ່າງກາຍໄດ້ນອກຈາກອາຫານປະເພດທີ່ກ່າວມານີ້ແລ້ວ ຍັງມີອາຫານຫຼາຍຊະນິດທີ່ຊ່ວຍປ້ອງກັນມະເຮັງໄດ້ ແຕ່ທີ່ສສຳຄັນຄືຕ້ອງກິນຕາມຫຼັກໂຄສະນາການ ແລະໃນປະລິມານທີ່ເໝາະສົມ, ອອກກຳລັງກາຍຢູ່ສະເໝີ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...