spot_img
Homeຂ່າວການພັດທະນາລາວກຽມສ້າງເຂື່ອນໄຟຟ້າແມ່ນ້ຳຂອງຕື່ມອີກຢູ່ປາກແບງ

ລາວກຽມສ້າງເຂື່ອນໄຟຟ້າແມ່ນ້ຳຂອງຕື່ມອີກຢູ່ປາກແບງ

Published on

ແຫລ່ງຂ່າວສຳນັກງານຂ່າວສານປະເທດລາວໃຫ້ຮູ້ວ່າ: ປັດຈຸບັນລັດຖະບານລາວກະກຽມຄວາມພ້ອມໃນທຸກດ້ານເພື່ອຈັດຕັ້ງປະຕິບັດໂຄງການພັດທະນາເຂື່ອນໄຟຟ້ານໍ້າຂອງ ແຫ່ງທີ 3 ຕື່ມອີກຢູ່ຈຸດ ປາກແບງລະຫວ່າງ ເມືອງເງິນແຂວງໄຊຍະບູລີ ແລະ ເມືອງປາກແບງແຂວງອຸດົມໄຊ, ຄາດວ່າຫາກເປັນໄປຕາມແຜນຖ້າຈະລົງມືກໍ່ສ້າງໃນທ້າຍປີ 2017 ນີ້. ປັດຈຸບັນຍັງຢູ່ໃນລະຫວ່າງການສຶກສາ-ສຳຫລວດຂັ້ນທຸດທ້າຍ, ພ້ອມທັງນຳສະເໜີເອກະສານທີ່ກ່ຽວຂ້ອງກັບໂຄງການໄປຍັງປະເທດເພື່ອນມິດລຸ່ມແມ່ນ້ຳຂອງ ເພື່ອຮັບຊາບເປັນຕົ້ນ: ແມ່ນປະເທດໄທ, ກຳປູເຈຍ ແລະ ສສ ຫວຽດ ນາມ.

ບໍລິສັດ ຕ້າຖັງ ສປ ຈີນ ເປີດເຜີຍໃນວັນທີ 18 ມັງກອນນີ້ວ່າ: ການກໍ່ສ້າງໂຄງການດັ່ງ ກ່າວຈະນຳໃຊ້ມາດຕະຖານດ້ານເຕັກນິກລະດັບສາກົນ, ຕົວເຂື່ອນຈະມີຄວາມຍາວເກືອບ 1.000 ແມັດ, ສັນເຂື່ອນ ຈະສູງປະມານ 64 ແມັດ, ປະກອບມີຈັກ ປັ່ນໄຟ 16 ເຄື່ອງ, ມີກຳລັງຕິດຕັ້ງ 912 ເມກາວັດ, ມີລະບົບປ່ອຍຂີ້ຕົມລອດພື້ນແບບອັດຕະໂນມັດ (ຕະກອນ), ມີຊ່ອງທາງເດີນເຮືອແບບລິບຍົກນ້ຳໜັກໄດ້ປະມານ 500 ໂຕນ. ພ້ອມນັ້ນ ຍັງໄດ້ພັດທະນາຊ່ອງທາງສຳລັບປາຂຶ້ນ-ລົງດ້ານຂ້າງຂອງເຂື່ອນ, ເຊິ່ງມີຄວາມກວ້າງປະມານ 15 ແມັດ ແລະ ຍາວປະມານ 1.000 ແມັດເຮັດໃຫ້ປາສາມາດຂຶ້ນ-ລົງໄດ້ຢ່າງສະດວກສະບາຍ, ລວມມູນຄ່າກໍ່ສ້າງທັງໝົດປະມານ 2 ຕື້ກວ່າໂດລາສະຫະ ລັດ, ຄາດວ່າການກໍ່ສ້າງເຂື່ອນແຫ່ງນີ້ຮອດປີ 2022  ຈະໃຫ້ໄດ້ທົດລອງແລ່ນເຄື່ອງປັ່ນໄຟຟ້າຈຳ ນວນ 2 ເຄື່ອງ, 2023 ຈະໃຫ້ທົດລອງປັ່ນໄຟທັງໝົດ 16 ເຄື່ອງ ແລະ 2024 ຈະໃຫ້ສຳເລັດສົມບູນ, ທັງເປັນການຜະລິດ ແລະ ຈໍາໜ່າຍໄຟຟ້າຢ່າງເປັນທາງການ, ເຊິ່ງຈະນຳຜົນປະໂຫຍດທາງເສດຖະ ກິດແກ່ ສປປ ລາວ ຢ່າງຫລວງຫລາຍ.

ທ່ານ ຈັນສະແຫວງ ບຸນຍົງ ວ່າການຫົວໜ້າກົມນະໂຍບາຍ ແລະ ແຜນພະລັງງານ ກະຊວງ ພະລັງງານ ແລະ ບໍ່ແຮ່ ໃຫ້ຮູ້ວ່າ: ສຳລັບປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການລວມມີ 7 ບ້ານ, ມີປະຊາກອນ 1.000 ກວ່າຄົນ, ໃນນີ້ຈະໄດ້ຮັບການຍົກຍ້າຍພຽງບ້ານດຽວ ແລະ ສ່ວນທີ່ເຫລືອຈະໄດ້ຮັບການຫຍັບຍ້າຍ ໂດຍຈະໄດ້ປະຕິບັດນະໂຍບາຍຊົດເຊີຍ ແລະ ຊ່ວຍເຫລືອຕາມຄວາມເໝາະສົມ ໂດຍສະເພາະຈັດສັນເນື້ອທີ່ດິນພ້ອມທີ່ຢູ່ອາໄສ, ພື້ນຖານໂຄງລ່າງເສັ້ນທາງ, ນໍ້າສະອາດ, ໄຟຟ້າ, ໂຮງ ຮຽນ, ສຸກສາລາ ແລະ ອື່ນໆ, ຕະຫລອດເຖິງການ ເບິ່ງແຍງດ້ານສະບຽງອາຫານ ທີ່ຈຳເປັນໃນເບືອງຕົ້ນ.

 

ຂ່າວຈາກ: http://laophatthananews.blogspot.com/2017/01/blog-post_36.html?spref=fb

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...