spot_img
Homeຂ່າວເຫດການປະທານປະເທດ ເນັ້ນແຂວງຄຳມ່ວນ ໃຫ້ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ດີຂຶ້ນເທື່ອລະກ້າວ

ປະທານປະເທດ ເນັ້ນແຂວງຄຳມ່ວນ ໃຫ້ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ດີຂຶ້ນເທື່ອລະກ້າວ

Published on

​ໃນ​ວັນ​ທີ 24 ມັງກອນ 2017 ຜ່ານມານີ້, ສະຫາຍ​ ບຸນ​ຍັງ ວໍລະ​ຈິດ ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ປະທານ​ປະ​ເທດ​ແຫ່ງ ສປປ ລາວ ​​ໄດ້ລົງ​ເຄື່ອນ​ໄຫວ​ຢ້ຽມຢາມ ​ແລະພົບ​ປະ​ບັນດາ​ການ​ນໍາ, ພະນັກງານ​ຫລັກ​ແຫລ່​ງ​ ແລະ ປະຊາຊົນ​ແຂວງ​ຄໍາ​ມ່ວນ ​ໂດຍ​ໃຫ້ການ​ຕ້ອນຮັບ​ຂອງ ສະຫາຍ ​​​ໂອ​ໄດ ສຸດາ​ພອນ ​​ເລຂາ​ພັກ​ແຂວງ, ​ເຈົ້າ​ແຂວງ​ຄໍາ​ມ່ວນ.

ພ້ອມ​ນີ້ ທ່ານ ​ເຈົ້າ​ແຂວງ​ຄຳ​ມ່ວນ ກໍ​ໄດ້​ລາຍ​ງານຕໍ່ ປະທານ​ປະ​ເທດ ຮັບ​ຊາບ​ວ່າ:  ​ສະພາບ​ການ​ພັດທະນາ​ເສດຖະກິດ-​ສັງຄົມ, ການ​ເຊື່ອມ​ຊຶມ ​ແລະ ຈັດ​ຕັ້ງ​ຜັນ​ຂະຫຍາຍ​ມະຕິ X ຂອງ​ພັກ, ລວມທັງ​ການ​ພັດທະນາ​ຮອບດ້ານຂອງ​ແຂວງ ​ໃນ​ໄລຍະ 1 ປີຜ່ານມາ ​ເຊິ່ງ​ໄດ້​ກຳນົດ 10 ຍຸດ​ທະ​ສາດ, 32 ​ແຜນ​ງານ, 127 ​ໂຄງການ ​ແລະ 1.173 ແຜນ​ງານ​ຍ່ອຍ ​ໃນ​ນັ້ນ ຈັງຫວະ​ການ​ຂະຫຍາຍຕົວ ​ທາງ​ດ້ານ​ເສດຖະກິດ ​ໃນ​ສົກ​ປີຜ່ານມາ ຢູ່​ໃນ​ລະດັບ​ເກືອບ 8%, ສະ​ເລ່ຍລາຍ​ຮັບ​ເກືອບ 2.000 ​ໂດ​ລາ​ສະຫະລັດ/ຄົນ/ປີ, ການ​ລົງທຶນ​ຂອງ​ລັດ ມີ​ທັງໝົດ 355 ​ໂຄງການ ມູນ​ຄ່າ 142 ຕື້​ກວ່າ​ກີບ ສຳລັບ​ການ​ອະນຸມັດລົງທຶນ​ພາຍ​ໃນມີ 111 ​ໂຄງການ ມູນ​ຄ່າ 3 ຕື້​ກວ່າ​ກີບ ​ແລະ ການ​ລົງທຶນ​ຂອງ​ຕ່າງປະ​ເທດ​ມີ 9 ​ໂຄງການ ມູນ​ຄ່າ 1 ຕື້ກວ່າ​ກີບ ​ເຊິ່ງສ່ວນ​ໃຫຍ່​ກວມ​ຂົງ​ເຂດ​ການ​ຄ້າ, ການ​ບໍລິການ, ບໍ່​ແຮ່ ​ແລະ ການ​ລົງທຶນ ​ໃນ​ເຂດ​ເສດຖະກິດ​ພິ​ເສດ.

​ໃນ​ໂອກາດ​ດັ່ງກ່າວ​ນີ້ ປະທານ​ປະ​ເທດ​ ກໍ​ໄດ້​ກ່າວ​ສະ​ແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີຍ​ ຕໍ່​ຜົນ​ສໍາ​ເລັດ​ທີ່​ຄະນະ​ນໍາ ​ແຂວງ​ຄຳ​ມ່ວນ​ຍາດ​ມາ​ໄດ້ ​ແລະ ​ເຮັດ​ໃຫ້​ມີ​ໃບ​ໜ້າ​ໃໝ່​ ຫລາຍ​ດ້ານ, ແນວ​ໃດ​ກໍ​ດີ ກໍ​ຍັງ​ມີ​ສິ່ງ​ທ້າ​ທາຍຫລາຍບັນຫາ​ ທີ່​ຈະ​ຕ້ອງ​ໄດ້​ແກ້​ໄຂ​ຮີບ​ດ່ວນ​​ຄື: ບັນຫາ​​ການ​ປ່ຽນແປງ​ຂອງ​ສິນ​ຄ້າ​​ ບ່ອນ​ຈຳ​ຫນ່າຍ, ການປູກ​, ການ​​ລ້ຽງ​​ສັດເປັນສິນຄ້າ ​ພ້ອມຕິດ​ຕາມ​ຕະ​ຫລາດ​​ ໃຫ້​ເຫມາະ​ສົມ​. ພ້ອມນັ້ນ ​ຍັງ​ໄດ້ເນັ້ນ​ໃຫ້​ບັນດາ​ການ​ນໍາ ​ແລະ ພະນັກງານ​ຫລັກ​ແຫລ່​ງ​​ເອົາ​ໃຈ​ໃສ່​​ແກ້​ໄຂ​ບາງ​ຂໍ້ຄົງຄ້າງ​, ​ເພີ່ມ​ທະວີ​ພັດ​ທະ​ນາ​ ​ແລະ ຍົກ​ລະດັບ​ຊີວິດການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ ​ໃຫ້​ນັບ​ມື້​ດີ​ຂຶ້ນ​ເທື່ອ​ລະ​ກ້າວ ​ແລະ ສາມາດ​ຫລຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ ​ໃນ​ຕໍ່ໜ້າ​ໂດຍ​ໄວ; ​ກວດກາ ​ແລະ ​ເລັ່ງ​ແກ້​ໄຂບາງ​ປະກົດ​ການ​ຫຍໍ້​ທໍ້​ ໂດຍ​ສະ​ເພາະການ​ສໍ້​ລາດບັງ​ຫລວງ, ຄຸ້ມຄອງ​ຊັບ​​ສິນຂອງ​ລັດ, ການ​ຕິດ​ຕາມ​ການຜັນ​ແປ​ຂອງ​ຕະ​   ຫລາດ, ການ​ປະຕິບັດ​ວິ​ໄນ​ ແຜນການ-ການ​ເງິນ ​ແລະ ​ອື່ນໆ​ໃຫ້​ປະກົດ​ຜົນ​ເປັນ​ຈິງ ​​ເພື່ອ​ຮັບປະກັນ​ຄວາມສະຫງົບ ທາງ​ດ້ານການ​ເມືອງ ​ແລະ ສ້າງຄວາມຢູ່​ດີ​ກິນ​ດີ ປະຊາຊົນ​ລາວ​ບັນດາ​ເຜົ່າ ມີ​ຄວາມຜາ​ສຸກ​.

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...