spot_img
Homeຂ່າວການພັດທະນາ6 ໄພອັນຕະລາຍ ທີ່ຕ້ອງແກ້ໄຂຢ່າງຈິງຈັງ! ພະນັກງານທຸກຂັ້ນ ແລະ ປາຊາຊົນ ຕ້ອງຮ່ວມໃຈກັນ

6 ໄພອັນຕະລາຍ ທີ່ຕ້ອງແກ້ໄຂຢ່າງຈິງຈັງ! ພະນັກງານທຸກຂັ້ນ ແລະ ປາຊາຊົນ ຕ້ອງຮ່ວມໃຈກັນ

Published on

ໃນໄລຍະຜ່ານ ເຖິງວ່າພວກເຮົາ ຈະໄດ້ຮັບຜົນສໍາເລັດອັນໃຫຍ່ຫຼວງຫຼາຍດ້ານໃນໄລຍະຜ່ານມາ ແຕ່ຕໍ່ໜ້າສະພາບແວດລ້ອມ ສາກົນ ແລະ ພາກພື້ນ ຍັງຈະສືບຕໍ່ຜັນແປໄປຕາມທ່າອ່ຽງທີ່ມີທັງການແຂ່ງຂັນສູ້ຢັນ ແລະ ຂັດແຍ່ງກັນ, ມີທັງການຮ່ວມມື ຮ່ວມສໍາພັນເພິ່ງພາເຊຶ່ງກັນ ແລະກັນ ເພື່ອຜົນປະໂຫຍດລວມ ແລະ ຜົນປະໂຫຍດຂອງແຕ່ລະຝ່າຍ ການຜັນແປດັ່ງກ່າວນັ້ນມີລັກສະນະສະຫຼັບສັບຊ້ອນລະຫວ່າງດ້ານທີ່ເປັນຂໍ້ສະດວກເປັນເງື່ອນໄຂອໍານວຍກັບດ້ານທີ່ເປັນສິ່ງທ້າທາຍທົດສອບແລະບັນຫາອື່ນໆ ເຊິ່ງເປັນທັງກາລະໂອກາດ ແລະ ເງື່ອນໄຂເອື້ອອໍານວຍໃຫ້ແກ່ການສ້າງສາພັດທະນາ, ແຕ່ໃນດ້ານອື່ນຊໍ້າພັດເປັນຄວາມຫຍຸ້ງຍາກ ແລະສິ່ງທ້າທາຍທົດສອບອັນໃຫຍ່ຫຼວງເຊິ່ງໄດ້ເລັ່ງທວງໃຫ້ພວກເຮົາຕ້ອງເຊີດຊູຈິດໃຈບຸກໜ້າບືນຕົວໃຫ້ສູງທີ່ສຸດ, ສ້າງຄວາມສາມາດແຂ່ງຂັນໃຫ້ສູງຂຶ້ນ ເພື່ອນໍາເອົາຜົນປະໂຫຍດສູງສຸດມາໃຫ້ປະເທດຊາດ.

ຢືນຢູ່ຕໍ່ໜ້າສະພາບການໃໝ່ ບັນຫາໄພພິບັດພວມເປັນໄພຂົ່ມຂູ່ ແລະ ສິ່ງທ້າທາຍ ເຊິ່ງມີຫຼາຍບັນຫາ ແຕ່ອັນຕົ້ນຕໍແມ່ນ 6 ໄພອັນຕະລາຍ ໂດຍມີໄພແຫ່ງຄວາມທຸກຍາກ ແລະຄວາມແຕກໂຕນກັນໃນສັງຄົມ; ໄພຫັນປ່ຽນຕົນເອງ; ໄພໜີ້ສິນ; ໄພຫຍໍ້ທໍ້ທາງສັງຄົມ( ບັນຫາອາດຊະຍາກໍາ, ຢາເສບຕິດ, ວັດທະນະທໍາຊອດກະຈາ…); ໄພສໍ້ລາດບັງຫຼວງແລະໄພແຫ່ງການຫັນປ່ຽນ ໂດຍ ສັນຕິຂອງອິດທິກໍາລັງປໍລະປັກ ແລະກຸ່ມຄົນບໍ່ດີ ເຊິ່ງບັນຫາດັ່ງກ່າວ ເປັນໜ້າທີ່ອັນຮີບດ່ວນ ແລະມີລັກສະນະຍຸດທະສາດທີ່ຮຽກ ຮ້ອງໃຫ້ທົ່ວພັກ, ທົ່ວກໍາລັງປະກອບອາວຸດ ແລະທົ່ວປວງຊົນທັງຊາດ ຕ້ອງເພີ່ມທະວີຄວາມຮັບຜິດຊອບໃນການຕ້ານ, ຈໍາກັດ, ສະ ກັດກັ້ນ ແລະແກ້ໄຂຢ່າງຈິງຈັງ ເພາະມັນພົວພັນເຖິງຄວາມເປັນ ຄວາມຕາຍຂອງລະບອບປະຊາທິປະໄຕປະຊາຊົນ, ທັງເປັນການຊີ້ບອກວ່າ: ພັກເຮົາຈະສາມາດເພີ່ມທະວີບົດບາດ ແລະຍົກສູງຄວາມສາມາດນໍາພາໄດ້ ກໍຂຶ້ນກັບກັບການຫັນປ່ຽນທາງດ້ານແນວຄິດ, ທັດສະນະ ແລະການກະທໍາແຕ່ເທິງລົງລຸ່ມ ເພາະຕ້ອງໄດ້ຖືເອົາວຽກງານການເມືອງແນວຄິດ ແລະການເຊື່ອມຊຶມແນວທາງຂອງພັກເປັນຄັນທຸງນໍາໜ້າໃນການແກ້ໄຂບັນຫາດັ່ງກ່າວໄດ້ຢ່າງຄ່ອງແຄ້ວ, ມີໄຫວພິບ ແລະເດັດຂາດ.

ກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ໄດ້ຊີ້ໃຫ້ເຫັນສະພາບຄວາມເປັນຈິງ, ສິ່ງທ້າທາຍທົດສອບຢູ່ພາຍໃນປະເທດ ມີ 6 ບັນຫາ ໃນນີ້:

1- ທາງດ້ານຄຸນທາດການເມືອງ, ຄວາມເປັນແບບຢ່າງນໍາໜ້າຕໍ່ສູ້ຂອງສະມາຊິກພັກ-ພະນັກງານ ຍັງບໍ່ສົມຄູ່ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການມືອງໃນເງື່ອນໄຂໃໝ່ ແລະສະພາບແວດລ້ອມອັນໃໝ່, ນອກນີ້ ຍັງມີປະກົດການຫຍໍ້ທໍ້ຕ່າງໆເຊັ່ນ: ການສໍ້ລາດບັງຫຼວງ, ການລະເມີດກົດໝາຍ ເຊິ່ງເປັນການສົ່ງຜົນກະທົບຕໍ່ບົດບາດ ແລະຄວາມສາມາດນໍາພາຂອງພັກ;

2- ການນໍາໃຊ້ກົນໄກເສດຖະກິດຕະຫຼາດ ແລະການເຊື່ອມໂຍງກັບສາກົນ ພາໃຫ້ເສດຖະກິດ-ສັງຄົມມີການຂະຫຍາຍຕົວ, ແຕ່ພ້ອມດຽວກັນນັ້ນການແກ່ງແຍ່ງແຂ່ງຂັນກໍນັບມື້ນັບເພີ່ມທະວີຂຶ້ນ, ໃນຂະນະທີ່ຄວາມສາມາດຂອງການແກ່ງແຍ່ງແຂ່ງຂັນຂອງພວກເຮົາຍັງບໍ່ທັນສູງ;

3- ຄວາມຮຽກຮ້ອງຕ້ອງການຂອງການພັດທະນານັບມື້ນັບສູງ, ແຕ່ການຕອບສະໜອງທາງດ້ານທຶນຮອນ, ບຸກຄະລາກອນ ຜູ້ພາເຮັດພາສ້າງຕົວຈິງ ຊໍ້າພັດມີຈໍາກັດ;

4- ການພັດທະນາໃນຊຸມປີທີ່ຜ່ານມາ ພາໃຫ້ມີການສະສົມໜີ້ນັບມື້ນັບສູງ ແຕ່ຄວາມສາມາດຊໍາລະໜີ້ຊໍ້າພັດຝືດເຄືອງພົບກັບຄວາມຫຍຸ້ງຍາກ, ຖານລາຍຮັບພາຍໃນຍັງບໍ່ເຂັ້ມແຂງ ແລະໜັກແໜ້ນ;

5- ການຜັນແປຢ່າງໄວວາ ແລະສະຫຼັບສັບຊ້ອນຂງສະພາບການພາກພື້ນ ແລະສາກົນ ເຊິ່ງຄາດຄະເນໄດ້ຍາກ ລວມທັງການປ່ຽນແປງດິນຟ້າອາກາດ, ໄພທໍາມະຊາດ ແລະໂລກລະບາດ ກໍຈະສົ່ງຜົນກະທົບຕໍ່ປະເທດເຮົາ ແລະ

6- ອິດທິກໍາລັງປໍລະປັກ ແລະພວກຄົນບໍ່ດີ ຍັງບໍ່ປະລະກົນອຸບາຍຫັນປ່ຽນໂດຍສັນຕິຕໍ່ປະເທດເຮົາ ຊຶ່ງນັບມື້ນັບຮ້າຍແຮງ ແລະເລິກແລບແນບນຽນກ່ວາເກົ່າ…

ເພື່ອຈໍາກັດ ແລະແກ້ໄຂ 6 ໄພອັນຕະລາຍ ແລະບັນຫາອື່ນໆ, ແນໃສ່ຮັບປະກັນໃນການສ້າງບາດລ້ຽວແຫ່ງການພັດທະນາປະເທດຊາດ (​2016-2020 ) ພັກເຮົາ ໄດ້ກໍານົດທິດທາງໜ້າທີ່ລວມ ແລະຄາດໝາຍໃຫຍ່ ໂດຍຍັງຢຶດໝັ້ນ ແລະເສີມຂະຫຍາຍແນວທາງປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກໃຫ້ເລິກເຊິ່ງເຖິງຖອງດ້ວຍການສືບຕໍ່ສ້າງບາດກ້າວບຸກທະລຸທັງ 4 ດ້ານຢ່າງແຂງແຮງຕໍ່ເນື່ອງໃຫ້ເຫັນຜົນອັນເປັນຮູບປະທໍາ; ປັບປຸງກໍ່ສ້າງພັກໃຫ້ໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງ ແລະ ປອດໃສທາງດ້ານການຈັດຕັ້ງແລະແບບແຜນນໍາພາ, ມີຄວາມສາມາດນໍາພາສູງຂຶ້ນເພື່ອເປັນກອງນໍາໜ້າແລະເປັນແກນນໍາທີ່ໝັ້ນຄົງໃນລະ ບົບປະຊາທິປະໄຕປະຊາຊົນ; ບູລະນະລະບົບອໍານາດແຫ່ງລັດກໍຄືການຄຸ້ມຄອງບໍລິຫານຕາມທິດສ້າງລັດປະຊາທິປະໄຕປະຊາຊົນທີ່ປົກຄອງດ້ວຍກົດໝາຍໃຫ້ມີຄວາມສັກສິດຕິດພັນກັບການເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ສ້າງເງື່ອນໄຂສະດວກແລະສະພາບແວດລ້ອມອັນເອື້ອອໍານວຍໃຫ້ແກ່ການທໍາມາຫາກິນຂອງພົນລະເມືອງ ເພື່ອສ້າງຄວາມຮັ່ງມີໃຫ້ແກ່ຄອບຄົວ ແລະປະເທດຊາດ, ປະຕິບັດຄວາມສະເໝີພາບກ່ຽວກັບບົດບາດຍິງ-ຊາຍ, ຮັບປະກັນສິດສະເໝີພາບຕໍ່ໜ້າກົດໝາຍ ແລະ ມີຄວາມຍຸຕິທໍາ, ສັງຄົມມີຄວາມສາມັກຄີປອງດອງເປັນປຶກແຜ່ນ ແລະມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ ແລະອະນາຄົດອັນສົດໃສຂອງປະເທດຊາດ; ປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ ແລະຄວາມປັນລະບຽບຮຽບຮ້ອຍໃນສັງຄົມຢ່າງໜັກແໜ້ນ, ເສີມຂະຫຍາຍກຳລັງແຮງຂອງຂອງບັນດາພາກສ່ວນເສດຖະກິດ ເຮັດໃຫ້ຂະຫຍາຍຕົວໄປຕາມທິດພັດທະນາແບບຍືນຍົງຢ່າງຕໍ່ເນື່ອງ, ເສດຖະກິດມະຫາພາກ ມີຄວາມໝັ້ນທ່ຽງ ແລະໜັກແໜ້ນ…

ໂດຍ: ຣັດສະໝີ ດວງສັດຈະ (ໜັງສືພິມ ລາວພັດທະນາ)
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...