spot_img
Homeຂ່າວທ້ອງຖິ່ນນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ພະນັກງານນັກຮົບຜູ້ເສຍອົງຄະ

ນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ພະນັກງານນັກຮົບຜູ້ເສຍອົງຄະ

Published on

ເພື່ອເປັນການສະແດງເຖິງ ຄວາມເປັນຫ່ວງເປັນໄຍ ແລະ ເອົາໃຈໃສ່ຂອງພັກ – ລັດຖະບານ ທີ່ມີຕໍ່ພະນັກງານ ປະຕິວັດອາວຸໂສ, ພະນັກງານເສຍອົງຄະທີ່ໄດ້ອຸທິດຕົນ ເພື່ອພາລະກິດ ປະຕິວັດຊາດ ປະຊາທິປະໄຕ ປະຊາຊົນ ສະນັ້ນ, ເນື່ອງໃນໂອກາດວັນ ສ້າງຕັ້ງກອງທັບປະຊາຊົນ ປະຕິວັດລາວ (20 ມັງກອນ 1949 – 20 ມັງກອນ 2017) ຄົບຮອບ 68 ປີນີ້, ທ່ານ ທອງລຸນ ສີສຸລິດ ນາຍົກ ລັດຖະມົນຕີແຫ່ງ ສປປ ລາວ ໄດ້ລົງໄປຢ້ຽມຢາມພົບປະໂອ້ລົມ ແລະ ອວຍພອນ ພະນັກງານປະຕິວັດອາວຸໂສ,ສູນເສຍອົງຄະ ຄະນະພິເສດ 790, ສູນພັດທະນາ 489, ໂຮງງານຜະລິດອົງຄະທຽມ ແລະ ຟື້ນຟູສະມັດຖະພາບ 686, ເມື່ອວັນທີ 18 ມັງກອນນີ້, ຢູ່ບ້ານໄຮ່, ເມືອງໄຊທານີ ນະຄອນຫຼວງວຽງຈັນ. ໃນໂອກາດນີ້,ທ່ານນາຍົກລັດຖະມົນຕີ ໄດ້ຕາງໜ້າໃຫ້ພັກ – ລັດຖະບານ ກ່າວສະແດງຄວາມຢື້ຢາມຖາມຂ່າວ, ຄວາມສາມັກຄີຮັກແພງ ແລະ ຄວາມເປັນຫ່ວງເປັນໄຍຂອງພັກ – ລັດຖະບານມາຍັງບັນດາພະນັກງານປະຕິວັດອາວຸໂສ ບຳນານ, ເສຍອົງຄະ, ພິການຕະຫຼອດຮອດຄອບຄົວຂອງເຂົາເຈົ້າ, ເນື່ອງໃນວັນສ້າງ ຕັ້ງກອງທັບປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ, ໂດຍທ່ານາຍົກລັດຖະມົນຕີ ໄດ້ຮຽກຮ້ອງມາຍັງຄະນະພັກຄະນະນຳ, ຕະຫຼອດຮອດພະນັກງານບຳນານ, ເສຍອົງຄະ ແລະ ພິການ ພາຍໃນສູນດັ່ງກ່າວຈົ່ງເຊີດຊູນ້ຳໃຈປະຕິວັດ, ຮັກຊາດ ແລະ ເຊີດຊູມູນເຊື້ອຄວາມສາມັກຄີອັນເປັນປຶກ ແຜ່ນ, ຍົກສູງຄວາມຮັບຜິດຊອບຂອງຕົນຕໍ່ໜ້າທີ່ການເມືອງຂອງພັກ-ລັດ ມອບໝາຍໃຫ້ ດ້ວຍຄວາມຮັບຜິດຊອບ ແລະ ສິ່ງສຳຄັນຂໍໃຫ້ປ້າລຸງ,ອາວອາ ແລະ ເພື່ອນມິດສະຫາຍສືບຕໍ່ ມູນເຊື້ອອັນດີງາມເປັນແບບຢ່າງທີ່ດີໃຫ້ລູກ ຫຼານ ສຶກສາອົບຮົມການເມືອງແນວຄິດໃຫ້ເຂົ້າເຈົ້າເປັນພົນລະເມືອງທີ່ດີຂອງຊາດ, ເຂົ້າຮ່ວມໃນການພັດທະນາເສດຖະກິດ – ສັງຄົມຂອງຊາດໃຫ້ເຂັ້ມແຂງ. ຈາກນັ້ນ ທ່ານນາຍົກລັດຖະມົນຕີຍັງໄດ້ຖືໂອກາດນີ້ ອວຍພອນບັນດາພະນັກງານ ປະຕິວັດ, ບຳນານ, ເສຍອົງຄະ ແລະ ພິການ, ລຸງປ້າ, ອາວອາ, ເພື່ອນມິດສະຫາຍ, ຈົ່ງມີສຸຂະພາບແຂງແຮງ, ມີຄວາມສຸກກາຍສະບາຍໃຈ, ພ້ອມກັນພັດທະນາຕົນເອງ, ຄອບຄົວ ແລະ ປະເທດຊາດໃຫ້ອຸດົມຮັ່ງມີເຂັ້ມແຂງຂຶ້ນໄປເລື້ອຍໆ ແລະ ເພື່ອເປັນການ ສະແດງເຖິງຄວາມຮູ້ບຸນຄຸນ ແລະ ເປັນຫ່ວງເປັນໃຍໃນໂອ ກາດສຳຄັນນີ້, ທ່ານນາຍົກລັດຖະມົນຕີຍັງໄດ້ນຳເອົາເງິນ ແລະ ວັດຖຸປັດໃຈຈຳນວນໜຶ່ງ ມອບໃຫ້ແກ່ 3 ສູນເສຍອົງຄະດັ່ງກ່າວ ລວມມູນຄ່າ 190 ລ້ານກີບ.

 

ແຫລ່ງຂ່າວ:​ http://laophatthananews.blogspot.com/2017/01/blog-post_52.html?spref=fb
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...