spot_img
Homeຂ່າວການພັດທະນາຍີ່ປຸ່ນໃຫ້ທຶນຊ່ວຍເຫລືອລັດຖະບານລາວ ເພື່ອ ພັດທະນາຊີວິດການເປັນຢູ່ ຜູ້ພິການທາງ ສະໝອງ

ຍີ່ປຸ່ນໃຫ້ທຶນຊ່ວຍເຫລືອລັດຖະບານລາວ ເພື່ອ ພັດທະນາຊີວິດການເປັນຢູ່ ຜູ້ພິການທາງ ສະໝອງ

Published on

ຍີ່ປຸ່ນ ໄດ້ໃຫ້ທຶນຊ່ວຍເຫລືອລ້າ ຈຳນວນຫລາຍກ່ວາ 165, 000 ໂດລາສະຫະລັດ ໃຫ້ລັດຖະບານລາວ ເພື່ອ ການຝຶກອົບຮົມວິຊາຊີບ ໃຫ້ແກ່ຜູ້ພິການທາງສະໝອງ ແລະ ເພື່ອປັບປຸງຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ດີຂື້ນ.

ທຶນຊ່ວຍເຫລືອໃນຄັ້ງນີ້ ຈະຖືກນຳໃຊ້ເຂົ້່າໃນການຊ່ວຍສ້າງ ຜູ້ຊີ້ນຳການຝຶກອົບຮົມຜູ້ພິການທາງປັນຍາ ແນໃສ່ເພື່ອພັດທະນາຄວາມສາມາດ ດ້ານວິຊາຊີບ ແລະ ສ້າງແບບຢ່າງ ໃນການເຮັດວຽກທີ່ດີ ໃຫ້ແກ່ເຂົາເຈົ້າ ກໍຄື ສ້າງຄວາມຮັບຮູ້ຄວາມເຂົ້າໃຈ ໃຫ້ແກ່ສັງຄົມ ຕໍ່ຄວາມສາມາດ ແລະ ຄວາມບຸກບືນຂອງຄົນພິການ ໃນການເພິ່ງພາຕົນເອງ ແລະ ການກຸ້ມຕົນເອງຂອງຜູ້ພິການທາງປັນຍາ ໃນການດຳລົງຊີວິດຂອງເຂົາເຈົ້າ ໃນສັງຄົມພິທີເຊັ່ນສັນຍາການ ຊ່ວຍເຫລືອດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 19 ມັງກອນນີ້ ຢູ່ ນະຄອນຫລວງວຽງຈັນ ລະຫວ່າງ ທ່ານ ທາເຄຊິຣິຄິຮາຣະ ເອກອັກຄະລະຊະທູດ ຍີ່ປຸ່ນ ປະຈຳ ສປປ ລາວ ແລະ ທ່ານ ນາງ ຢູກິ ນາກະມຸຣະ ຜູ້ຈັດການໂຄງການປະຈຳ ອົງການພັດທະນາຄົນພິການອາຊີ (ADDP).

ອົງການ ADDP ໄດ້ໃຫ້ຊ່ວຍເຫລືອຜູ້ພິການ ໃນ ສປປ ລາວ ນັບແຕ່ປີ 1995 ເປັນຕົ້ນມາ ພາຍໃຕ້ການສະໜັບສະໜຸນທຶນ ຈາກລັດຖະບານຍີ່ປຸ່ນ ນັບແຕ່ປີ 2011, ຜ່ານມາ ອົງການນີ້ ໄດ້ຈັດຕັ້ງປະຕິບັດ ໂຄງການຕ່າງໆ ເພື່ອສົ່ງເສີມຄວາມສາມາດ ຂອງຜູ້ພິການທາງກາຍະພາບ ຢູ່ນະຄອນຫລວງວຽງຈັນ ແລະ ແຂວງຫົວພັນເຊີ່ງ ຖືເປັນການປະກອບສ່ວນສຳຄັນ ເຂົ້າໃນການພັດທະນາສະພາບແວດລ້ອມ ການດຳລົງຊິວີດຂອງຜູ້ພິການໃນປະເທດລາວ ຢ່າງເຂັ້ມແຂງ.

 

ຂ່າວຈາກ: ສຳນັກຂ່າວສານປະເທດລາວ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...