spot_img
Homeເກມບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 21 ມັງກອນ ຫຼືມື້ວາງຈຳໜ່າຍເກມ Resident Evil 2

ບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 21 ມັງກອນ ຫຼືມື້ວາງຈຳໜ່າຍເກມ Resident Evil 2

Published on

ວັນທີ 21 ມັງກອນ ປີ 1998 ຫຼືມື້ນີ້ເມື່ອ 19 ປີກ່ອນ ເປັນມື້ວາງຈຳໜ່າຍຂອງເກມ Resident Evil 2 ເທິງເຄື່ອງ PS1 ໃນປະເທດສະຫະລັດອາເມຣິກາ. ສຳລັບພາກນີ້ໄດ້ມີການປ່ຽນໂຕລະຄອນຫຼັກຈາກພາກທຳອິດ ເຊິ່ງແຕ່ກ່ອນແມ່ນເປັນ ຄຣິສ ເຣດຟິວ ແລະ ຈິວ ວາເລນທາຍ ສອງເຈົ້າໜ້າທີ່ຈາກໜ່ວຍ S.T.A.R.S. ປະຈຳສະຖານີຕຳຫຼວດເມືອງແຣັກຄູນ ມາເປັນ ລີອອນ ສະກ໋ອດ ເຄນເນດີ້ ຕຳຫຼວດໜ້າໃໝ່ທີ່ຫາກ່ອນເຂົ້າມາປະຈຳການທີ່ເມືອງແຣັກຄູນເປັນມື້ທຳອິດ ແລະ ແຄລຣ໌ ເຣດຟິວ ນ້ອງສາວຂອງຄຣິສ ເຣດຟິວ ໂຕເອກຈາກພາກທຳອິດ. ໃນຂະນະທີ່ໂຕຮ້າຍຫຼັກຂອງພາກ 2 ນີ້ໄດ້ແກ່: ວິນລ້ຽມ ເບີຄິນ ນັກວິທະຍາສາດຈາກບໍລິສັດ Umbrella ທີ່ຄິດຄົ້ນເຊື້ອ G-Virus ທີ່ເປັນເຊື້ອໄວຣັສສາຍພັນໃໝ່ຂຶ້ນມາໄດ້ສຳເລັດ ແຕ່ວ່າລາວພັດຖືກຫັກຫຼັງໂດຍອົງກອນທີ່ລາວສັງກັດຢູ່ດ້ວຍການສົ່ງທະຫານມາກຳຈັດ ແລະຍາດເອົາຕົວຢ່າງເຊື້ອ G-Virus ໄປ, ແຕ່ກ່ອນທີ່ເບີຄິນຈະສິ້ນລົມຫາຍໃຈລາວໄດ້ເຮັດການສີດເຊື້ອ G-Virus ເຂົ້າສູ່ຮ່າງກາຍຕົນເອງຈົນກາຍຮ່າງເປັນອະສູນອອກລ່າ ແລະລ້າງແຄ້ນທຸກຄົນທີ່ຫັກຫຼັງຕົນ ລວມເຖິງລີອອນ ແລະແຄລຣ໌ທີ່ຫຼົງເຂົ້າມາໃນເມືອງມໍລະນະແຫ່ງນີ້. 

Fact ເລັກນ້ອຍກ່ຽວກັບເກມ Resident Evil 2

  • ເຫດການຂອງພາກ 2 ຈະເຊື່ອມໂຍງກັບພາກ 3 ນຳ ໂດຍເຫດການຂອງພາກ 2 ຈະຢູ່ໃນຊ່ວງວັນທີ 29-30 ກັນຍາ 1998 ສ່ວນພາກ 3 ຈະຢູ່ລະຫວ່າງວັນທີ 28 ກັນຍາ – 1 ຕຸລາ 1998 ຫຼືຈະເວົ້າງ່າຍໆກໍຄື: ເຫດການພາກ 3 ນັ້ນເລີ່ມກ່ອນພາກ 2 ແລະກໍຈົບຫຼັງເຫດການພາກ 2 ນັ້ນເອງ. 

  • ຄວາມລັບຢ່າງໜຶ່ງຂອງເກມນີ້ທີ່ຫຼາຍຄົນອາດຈະແນມຂ້າມນັ້ນກໍຄື: ພາຍໃນຫ້ອງຂອງໜ່ວຍ S.T.A.R.S. ທີ່ຢູ່ໃນສະຖານີຕຳຫຼວດເມືອງແຣັກຄູນນັ້ນຈະມີໂຕະເຮັດວຽກຂອງໂຕລະຄອນຈາກພາກທຳອິດຢູ່ ບ່ອນນີ້ຫາກຜູ້ຫຼິ້ນລອງກົດສຳຫຼວດໂຕະຂອງ Wesker ໃຫ້ຄົບ 50 ເທື່ອ ກໍຈະໄດ້ໄອເທັມທີ່ຊື່ວ່າ: Film D ມາ ເຊິ່ງຫາກນຳມັນໄປລ້າງໃນຫ້ອງເຊບຊັ້ນລຸ່ມ ກໍຈະໄດ້ຮູບຂອງ Rebecca ສາວຈາກທີມ Bravo ທີ່ເປັນໂຕລະຄອນເອກຂອງພາກ 0 ໃນຊຸດກິລາມາເຊີຍຊົມ. 

  • ໃນຊ່ວງທຳອິດຂອງເກມ ທາງຝັ່ງເນື້ອເລື່ອງ A ກ່ອນທີ່ຈະເຂົ້າໄປໃນຮ້ານຂາຍປືນຫາກສັງເກດຂ້າງທາງດີໆ ຈະເຫັນຮ້ານທີ່ມີປ້າຍດ້ານເທິງວ່າ: Arukas ເຊິ່ງປ້າຍນີ້ເປັນ Easter Egg ທີ່ເຊື່ອມໂຍງກັບອີກເກມໜຶ່ງຂອງທາງ Capcom ທີ່ວາງຈຳໜ່າຍໄປກ່ອນໜ້ານັ້ນ ຖ້າຫາກນຳເອົາຄຳວ່າ Arukas ມາວາງຮຽງຈາກຫຼັງມາໜ້າກໍຈະໄດ້ເປັນຄຳວ່າ: Sakura ໂຕລະຄອນສາວໜ້າໃໝ່ທີ່ປະກົດໂຕຄັ້ງທຳອິດໃນເກມ Street Fighter Alpha 2 ນັ້ນເອງ. 

  • ໃນຝັ່ງເນື້ອເລື່ອງ A ຫາກຜູ້ຫຼິ້ນຕັ້ງໜ້າໄປທີ່ສະຖານີຕຳຫຼວດໂດຍທີ່ບໍ່ເກັບໄອເທັມໃດໆເລີຍ ເມື່ອເຂົ້າມາໃນສ່ວນຂອງລານໜ້າສະຖານີຕຳຫຼວດຈະພົບ ແບຣກ ວິກເກີຣ໌ ນັກບິນປະຈຳໜ່ວນ S.T.A.R.S. ທີ່ກາຍເປັນຊອມບີ້ໄປຮຽບຮ້ອຍແລ້ວ ຫາກກຳຈັດລາວໄດ້ກໍຈະໄດ້ກະແຈມາດອກໜຶ່ງ, ໂດຍກະແຈດອກນີ້ສາມາດໃຊ້ເປີດລ໋ອກເກີ້ທີ່ຢູ່ພາຍໃນຫ້ອງເຊບຊັ້ນ 1F ຂອງສະຖານີຕຳຫຼວດໄດ້ ເຊິ່ງທາງລີອອນຈະໄດ້ຊຸດສຳລັບປ່ຽນ 2 ຊຸດ ແລະທັງ 2 ຊຸດນີ້ເມື່ອໃສ່ແລ້ວຈະມີສະກິວພິເສດຢ່າງໜຶ່ງຄື: ເມື່ອເອົາປືນສັ້ນແນຍິງ ພະເອກຂອງເຮົາຈະຖືປືນພຽງມືດຽວ ແລະອັດຕາການຍິງຕໍ່ເນື່ອງຂອງປືນສັ້ນຈະສູງຂຶ້ນນຳ (ຄວາມໄວຊ່ຳກັບເອດ້າຍິງ) ນອກຈາກນີ້ ທາງສ່ວນຂອງແຄລຣ໌ກໍຈະມີຊຸດໃຫ້ປ່ຽນ 1 ຊຸດ ແລະໄດ້ປືນລູກໂມ້ມາອີກບອກ (ໃຊ້ລູກປືນຂອງປືນສັ້ນ) ໂດຍປືນລູກໂມ້ນີ້ຈະມີອັດຕາການຍິງຕໍ່ເນື່ອງຄືກັບລີອອນຕອນປ່ຽນຊຸດ. 

  • ກ່ອນໜ້າທີ່ເກມນີ້ຈະວາງຈຳໜ່າຍ ທາງທີມພັດທະນາເຄີຍໄດ້ວາງໂຕລະຄອນເອກຝ່າຍຍິງເປັນສາວນັກແວ້ນຜົມບລອນ ນາມວ່າ: ເອວຊ້າ ວອກເກີ້ ແຕ່ໃນພາຍຫຼັງກໍໄດ້ປ່ຽນເປັນ ແຄລຣ໌ ເຣດຟິວ ແທນ ທັງນີ້ກໍຍ້ອນສາເຫດທີ່ຕ້ອງການໃຫ້ມີຄວາມເຊື່ອມໂຍງກັບໂຕລະຄອນ ຄຣິສ ເຣດຟິວ ໂຕເອກຂອງພາກທຳອິດນັ້ນເອງ. 

  • Resident Evil 2 ສາມາດສ້າງປະກົດການຄັ້ງສຳຄັນໃນປີ 1998 ໂດຍເປັນເກມທີ່ເຮັດຍອດຈຳໜ່າຍໄດ້ໄວທີ່ສຸດໃນທະວີບອາເມຣິກາເໜືອພາຍໃນປີດັ່ງກ່າວ ທັງນີ້ ໃນຊ່ວງທ້າຍອາທິດຂອງມື້ວາງຈຳໜ່າຍ ໂຕເກມສາມາດເຮັດຍອດຂາຍໄປໄດ້ 380,000 ຊຸດ ແລະເຮັດຍອດຂາຍເທິງແພລັດຟອຣ໌ມ PS1 ໄປໄດ້ລວມທັງໝົດ 4.96 ລ້ານຊຸດ ນັບເປັນພາກທີ່ຂາຍດີທີ່ສຸດຫາກນັບສະເພາະໃນ 1 ແພລັດຟອຣ໌ມ ຖ້າບວກກັບພາກ Dual Shock Ver. ກໍລວມເປັນ 6.16 ລ້ານຊຸດພໍດີ ເຊິ່ງເມື່ອນັບຍອດຂາຍລວມແບບທຽບກັບທຸກພາກແລ້ວ ພາກ 2 ສາມາດເຮັດຍອດຂາຍໄດ້ເປັນອັນດັບ 4 ໂດຍເປັນຮອງພຽງພາກ 5 (6.9 ລ້ານຊຸດ), ພາກ 1 (6.33 ລ້ານຊຸດ ແບບລວມທຸກເວີຊັ່ນ) ແລະພາກ 6 (6.3 ລ້ານຊຸດ). 

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: online station

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...