spot_img
Homeຂ່າວການພັດທະນາສະຫວັນນະເຂດ ມີບ້ານທີ່ມີໄຟຟ້າແລ້ວ 70%

ສະຫວັນນະເຂດ ມີບ້ານທີ່ມີໄຟຟ້າແລ້ວ 70%

Published on


ຕາມການລາຍງານຈາກ ໜັງສືພິມ ສະຫວັນພັດທະນາ: ໃນກອງປະຊຸມວິຊາການສະຫຼຸບ 9 ເດືອນວຽກງານພະລັງງານ ແລະ ບໍ່ແຮ່ສົກປີ 2013-2014, ແຜນການສົກປີ 2014-2015 ແລະ ວຽກງານ 3 ສ້າງ ໄດ້ບອກໃຫ້ຮູ້ວ່າ: ມາຮອດ 09 ເດືອນ ສົກປີ 2013-2014 ທົ່ວແຂວງສະຫວັນນະເຂດ ມີໂຄງການກໍ່ສ້າງພື້ນຖານໂຄງລ່າງທັງໝົດ 42 ໂຄງການ, ມີມູນຄ່າລວມໂຄງການຕາມສັນຍາ 361,91 ຕື້ກວ່າກີບ ໃນນີ້: ຂັ້ນທ້ອງຖິ່ນຈັດຕັ້ງປະຕິບັດມີ 37 ໂຄງການ, ລວມມູນຄ່າ 145,89 ຕື້ກວ່າກີບ ແລະ ຂັ້ນສູນກງມອບໃຫ້ທ້ອງຖິ່ນຈັດຕັ້ງປະຕິບັດມີ 5 ໂຄງການ, ມູນຄ່າ 168,50 ຕື້ກວ່າກີບ. ມາຮອດ 9 ເດືອນມີໂຄງການທີສຳເລັດແລ້ວ 7 ໂຄງການ, ໂຄງການ
ໃນທົ່ວຂົງເຂດພະລັງງານ ແລະ ບໍ່ແຮ່ ມີຫົວໜ່ວຍກິດຈະການທີ່ຂຶ້ນກັບການຄຸ້ມຄອງຂອງພະແນກທັງໝົດຈຳນວນ 55 ບໍລິສັດ-ວິສາຫະກິດ ໃນນີ້: ບໍ່ແຮ່ມີ 22 ບໍລິສັດ, ກວມເອົາ 40% ແລະ ວຽກງານໄຟຟ້າມີ 33 ບໍລິສັດກວມເອົາ 60%, ມູນຄ່າການລົງທຶນດ້ານພະລັງງານມີຈຳນວນ 348 ຕື້ກວ່າກີບ ສ່ວນການລົງທຶນໃສ່ດ້ານບໍ່ແຮ່ທີ່ກວມເອົົາການລົງທຶນທັງໝົດເຖິງ 90% ມີຈຳນວນ 4.404 ຕື້ກວ່າກີບ. ມາຮອດປະຈຸບັນ 15 ເມືອງ ທົ່ວແຂວງ ທີບ້ານທີ່ນຳໃຊ້ໄຟຟ້າແລ້ວທັງໝົດ 748 ບ້ານ, ເທົ່າກັບ 73,91% ຂອງຈຳນວນບ້ານທັງໝົດ, ມີຄອບຄົວໃຊ້ໄຟຟ້າຫຼາຍກວ່າ 1 ແສນຄອບຄົວ, ເທົ່າກັບ 85,94%. ດ້ານການຜະລິດພະລັງງານ ແລະ ບໍ່ແຮ່ ໃນເດືອນ 9 ເດືອນຜ່ານມາ ຍອດມູນຄ່າການຜະລິດບັນລຸ 2.057 ຕື້ກີບ, ຫຼຸດລົງ9,74% ຈາກປີຜ່ານມາ.

ໃນຂະນະທີ່ການຈຳໜ່າຍສະເພາະພາຍໃນປະຕິບັດໄດ້ 142 ຕື້ກວ່າກີບ ເພີ່ມຂຶ້ນ 108,32% ແລະ ຈຳໜ່າຍ ບັນລຸ 445 ລ້ານກວ່າໂດລາ. ສຳລັບການລົງທຶນເຂື່ອນໄຟຟ້ານ້ຳຕົກ ສິ່ງທີ່ພົ້ນເດັ່ນອັນໜຶ່ງແມ່ນຄວາມສົນໃຈຂອງນັກລົງທຶນຕໍ່ໂຄງການກໍ່ສ້າງເຂື່ອນໄຟຟ້າ ເຊິ່ງຜ່ານມາໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະດັບລັດຖະບານມີ 4 ບໍລິສັດ, ມີ 5 ຈຸດ ທີ່ນອນໃນ 3 ຕົວເມືອງ (ບໍ່ນັບຕາດສະແຕນ) ແລະ ຂະໜາດນ້ອຍກວ່າ 15 MW ລົງມາມີ 3 ບໍລິສັດ, 8 ຈຸດ ທີ່ເຊັນ MOU ກັບແຂວງ.


ກອງປະຊຸມວິຊາການສະຫຼຸບ 9 ເດືອນວຽກງານພະລັງງານ ແລະ ບໍ່ແຮ່ສົກປີ 2013-2014, ແຜນການສົກປີ 2014-2015 ແລະ ວຽກງານ 3 ສ້າງ ໄດ້ຈັດຂຶ້ນໃນເຊົ້າວັນທີ 5 ກໍລະກົດຜ່ານນີ້, ໂດຍການເປັນປະທານຂອງທ່ານ ພູຂົງ ນາມມະຈັກ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ, ມີຄະນະນຳພະແນກ, ພະງານວິຊາການ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງໃນຂົງເຂດຕົນເຂົ້າຮ່ວມ ທີ່ຫ້ອງປະຊຸມພະແນກການດັ່ງກ່າວ.

 

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...