spot_img
Homeຂ່າວພາຍ​ໃນລາວ-ສິງກະໂປ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ລາວ-ສິງກະໂປ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

Published on

ວັນທີ 12 ມັງກອນ 2017 ທີ່ທໍານຽມປະທານປະເທດ(ຫໍຄໍາ), ທ່ານ ບຸນຍັງ ວໍລະຈິດ ປະ ທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ດຣ.ໂທນີ ທານ ເກັງ ຢໍາ ປະທານາທິບໍດີ ແຫ່ງ ສ.ສິງ ກະໂປ ພ້ອມພັນລະຍາ ແລະ ຄະນະຢ່າງສົມກຽດໃນໂອກາດທີ່ເດີນ ທາງມາຢ້ຽມຢາມທາງລັດຖະກິດຢູ່ ສປປ ລາວ ໃນລະຫວ່າງວັນທີ 11-14 ມັງກອນ 2017 ນີ້.

36655

ພາຍຫລັງສໍາເລັດພິທີຕ້ອນຮັບ, ຜູ້ນໍາທັງສອງ ໄດ້ສືບຕໍ່ດໍາເນີນການພົບປະສອງຝ່າຍທີ່ທໍານຽບປະທານປະເທດ ເພື່ອແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມຂອງປະເທດ ແລະ ຕີລາຄາສູງຕໍ່ໝາກຜົນການຮ່ວມມືຂອງສອງຝ່າຍ ນັບແຕ່ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນໃນປີ 1974 ເປັນຕົ້ນມາເຫັນໄດ້ວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືຢ່າງໃກ້ຊິດຂອງສອງປະເທດນັບມື້ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ, ໃນນີ້ຜູ້ນໍາສິງກະໂປ ກໍໄດ້ຕີລາຄາສູງຕໍ່ບົດບາດການເປັນປະທານອາຊຽນຂອງ ສປປ ລາວ ແລະ ການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນໃນປີ 2016 ສໍາເລັດດ້ວຍດີ. ຈາກນັ້ນຜູ້ນໍາລາວ ໄດ້ຕີລາຄາສູງຕໍ່ການປະກອບສ່ວນຂອງສິງກະໂປ ໃນວຽກງານອາຊຽນ ແລະ ຂອບໃຈຕໍ່ການຊ່ວຍເຫລືອ ສປປ ລາວ ຕະຫລອດໄລຍະການເປັນປະທານອາຊຽນໃນປີ 2016. ໃນຊຸມປີມານີ້, ການພົວພັນສອງຝ່າຍໄດ້ມີໝາກຜົນຕົວຈິງອັນສໍາຄັນ, ໂດຍສະເພາະການເປີດຖ້ຽວບິນຈາກສິງກະໂປ-ວຽງຈັນ-ຫລວງພະບາງ ຂອງບໍລິສັດ ຊິວແອຂອງສິງກະ ໂປ ແລະ ການລົງນາມໃນສັນຍາຮ່ວມເສັ້ນທາງບິນນໍາກັນ ແລະ ອີກຜົນສໍາເລັດໜຶ່ງແມ່ນການບັງຄັບໃຊ້ສັນຍາວ່າດ້ວຍການຫລີກເວັ້ນການເກັບອາກອນຊໍ້າຊ້ອນ ແລະ ສະກັດກັ້ນການຫລົບຫລີກການເສຍອາກອນລາຍໄດ້ ລະຫວ່າງ ສອງປະເທດ. ໃນໄລຍະຜ່ານມາສິງກະໂປ ໄດ້ສະໜັບສະໜູນຊ່ວຍ ເຫລືອ ສປປ ລາວ ໃນດ້ານການພັດທະນາຊັບພະຍາກອນມະນຸດ ໃນນັ້ນ ໄດ້ໃຫ້ທຶນການສຶກສາໄລຍະຍາວ ແລະ ຝຶກອົບຮົມໄລຍະສັ້ນທັງຢູ່ປະເທດສິງກະໂປ ແລະ ຢູ່ສູນລາວ-ສິງກະໂປທີ່ນະຄອນຫລວງວຽງຈັນ; ສົ່ງອາສາສະໝັກຊາວໜຸ່ມມາຊ່ວຍເຫລືອບັນດາໂຮງຮຽນ ແລະ ຊຸມຊົນຕ່າງໆ ສອນພາສາອັງກິດ,ຄອມພິວເຕີ,ການຮັກສາສິ່ງແວດລ້ອມຫລາຍກວ່າ 1.500 ຄົນ ນັບແຕ່ປີ 2008 ເຖິງປັດຈຸບັນ ແລະ ປະກອບສ່ວນທຶນຮອນກໍ່ສ້າງໂຮງຮຽນຈໍານວນໜຶ່ງ.

2687

ພ້ອມນັ້ນຍັງມີອາສາສະໝັກແພດທີ່ເປັນຊ່ຽວຊານດ້ານຕ່າງໆ ຈໍານວນຫລາຍຮ້ອຍຄົນມາຊ່ວຍເຫລືອປິ່ນປົວໃນຫລາຍຂົງເຂດ; ສ່ວນການລົງທຶນຂອງບັນດານັກທຸລະກິດ ສິງກະໂປ ຢູ່ລາວ ກໍໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວຢ່າງຕັ້ງໜ້າ. ນອກຈາກນີ້, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນຕໍ່ກັບສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

ໃນວັນດຽວກັນ, ທ່ານ ດຣ.ໂທນີ ທານ ເກັງ ຢໍາ ພ້ອມດ້ວຍຄະນະກໍໄດ້ເດີນທາງໄປວາງພວງມາລາທີ່ ອານຸສາວະລີນັກຮົບນິລະນາມ ແລະ ຢ້ຽມຊົມພະທາດຫລວງວຽງຈັນອີກດ້ວຍ.

7665 7667

ແຫລ່ງຂ່າວຈາກ: ສຳນັກຂ່າວສານປະເທດລາວ

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

 

 

ບົດຄວາມຫຼ້າສຸດ

ເກືອບລ້ານເທື່ອຄົນ! ນັກທ່ອງທ່ຽວເຂົ້າມາທ່ຽວງຊົມແຂວງວຽງຈັນໃນ 3 ເດືອນຕົ້ນປີ 2025

3 ເດືອນຕົ້ນປີ 2025 ແຂວງວຽງຈັນສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໄດ້ 902.057 ເທື່ອຄົນ ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ນັບແຕ່ເດືອນ ມັງກອນ ຫາ ເດືອນ ມີນາ 2025...

ຕື່ມແບບຟອມ Thailand Digital Arrival Card (TDAC) ກ່ອນເຂົ້າໄທ

ນັກທ່ອງທ່ຽວ ຫຼື ຄົນຕ່າງປະເທດຕ້ອງຕື່ມຟອມທາງອອນລາຍກ່ອນເຂົ້າປະເທດໄທ ເລີ່ມແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນໄປ, ຜູ້ທີ່ບໍ່ແມ່ນພົນລະເມືອງໄທທຸກຄົນ(ນັກທ່ອງທ່ຽວ, ຄົນຕ່າງປະເທດ) ທີ່ເດີນທາງໄປປະເທດໄທດ້ວຍທາງອາກາດ, ທາງບົກ ຫຼື ທາງທະເລ ຈະຕ້ອງໄດ້ຕື່ມແບບຟອມ...

ປະຫວັດຫຍໍ້ຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ

ສະຫາຍ ພົນເອກ ຄຳໄຕ ສີພັນດອນ ເກີດເມື່ອວັນທີ 8 ກຸມພາ 1924 ທີ່ບ້ານຫົວໂຂງພະໃຫຍ່, ເມືອງໂຂງ, ແຂວງສີທັນດອນ (ແຂວງຈຳປາສັກ ໃນປັດຈຸບັນ), ເປັນບຸດ...

ອາຊີບຕ້ອງຫ້າມ! ຕຳຫຼວດໄທວາງແຜນຈັບໜຸ່ມລາວ ຂັບລົດຈັກຮັບຈ້າງ ຍາດອາຊີບຄົນໄທ

ເຈົ້າໜ້າທີ່ຕຳຫຼວດໄທ ວາງແຜນຈັບໜຸ່ມລາວ ຍາດອາຊີບຄົນໄທ ຂັບລົດຈັກຮັບຈ້າງ ບໍລິເວນເຂດຫ້ວຍຂວາງ ກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານໃນວັນທີ 1 ເມສາ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທໄດ້ຮັບແຈ້ງຈາກສາຍຂ່າວ ກ່ຽວກັບເບາະແສວ່າ: ມີຊາຍຄ້າຍຄືກັບແຮງງານຕ່າງດ້າວ...