spot_img
Homeວິທະຍາສາດ-ວິທະຍາການອີກ 2-3 ປີຕໍ່ໜ້າຈີນ ຈະຜະລິດຫຸ່ນຍົນສາວງາມ "ເຈຍເຈຍ" ອອກຈຳໜ່າຍ

ອີກ 2-3 ປີຕໍ່ໜ້າຈີນ ຈະຜະລິດຫຸ່ນຍົນສາວງາມ “ເຈຍເຈຍ” ອອກຈຳໜ່າຍ

Published on

ສຳນັກຂ່າວຕ່າງປະເທດຈີນລາຍງານ ເມື່ອວັນທີ 9 ມັງກອນ 2017 ທີ່ຜ່ານມາວ່າ “ເຈຍເຈຍ” ຫຸ່ນຍົນປັນຍາປະດິດສາວງາມຊື່ດັງ ທີ່ສາມາດສົນທະນາໂຕ້ຕອບກັບມະນຸດໄດ້ເປັນຢ່າງດີ ໂຕທຳອິດຂອງຈີນ ປະກົດຕົວອີກຄັ້ງໃນຊຸດ ຮັ່ນຝູ ຊຸດແຕ່ງກາຍຊົນເຜົ່າຂອງຈີນສະໃຫມບູຮານ ໃນງານປະຊຸມ Economic Conference ທີ່ຈັດຂຶ້ນໃນນະຄອນຫຼວງຊຽງໄຮ້

jjj

ໂດຍທ່ານ ເສິນສຽວຜິງ (陈小平) ຫົວໜ້າໂຄງການຫຸ່ນຍົນ “ເຈຍເຈຍ” ຂອງສູນຫຸ່ນຍົນມະຫາວິທະຍາໄລ ວິທະຍາສາດ ແລະ ເທັກໂນໂລຍີແຫ່ງຊາດຈີນ (University of Science and Technology of China : USTC) ກ່າວວ່າ “ຕອນນີ້ເຈຍເຈຍຍັງບໍ່ສົມບູນພໍທີ່ຈະພັດທະນາເປັນຜະລິດຕະພັນ ແຕ່ຄາດວ່າອີກ 2-3 ປີຕໍ່ໜ້າ ຈະສາມາດຜະລິດຫຸ່ນຍົນສາວ ເຈຍເຈຍ ອອກຈຳໜ່າຍໄດ້”

ນອກຈາກການມາໂຊຕົວແລ້ວ “ເຈຍເຈຍ” ຍັງໃຫ້ສຳພາດກັບນັກຂ່າວ ເມື່ອເວລາມີນັກຂ່າວມາຖາມນາງອີກດ້ວຍ ທ່ານ ເສິນ ຍັງຄາດຫວັງໄວ້ວ່າ ໃນອານະຄົດຕໍ່ໜ້າຈະມີການປະຍຸກໃຊ້ຫຸ່ນຍົນທີ່ຄ້າຍຄືມະນຸດແທ້ໆເຂົ້າເຮັດວຽກໃນສ່ວນອຸດສາຫະກຳ, ງານບໍລິການເຊັ່ນ: ວຽກງານໃນທະນາຄານ, ສູນການຄ້າ, ຮ້ານອາຫານ, ໂຮງໝໍ ເປັນຕົ້ນ

 

ແຫລ່ງຂ່າວຈາກ: http://news.sanook.com/gallery/gallery/2151338/961342/
ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

 

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...