spot_img
Homeຂ່າວຕ່າງປະເທດມີການຄົ້ນພົບພຣະທາຕສ່ວນກະໂຫລກຫົວ ຂອງພຣະພຸທທະເຈົ້າທີ່ສຸສານໃຕ້ດິນ ໃນປະເທດຈີນ .

ມີການຄົ້ນພົບພຣະທາຕສ່ວນກະໂຫລກຫົວ ຂອງພຣະພຸທທະເຈົ້າທີ່ສຸສານໃຕ້ດິນ ໃນປະເທດຈີນ .

Published on

ນັກບູຮານຄະດີ ໄດ້ມີການຄົ້ນພົບກະດູກສ່ວນຫົວ ທີ່ອາດຈະເປັນຂອງພຣະສັມມາສັມພຸທທະເຈົ້າ ກະດູກດັ່ງກ່າວຖືກເຊື່ອງໄວ້ຢູ່ທີອູບ ໃນອູບ ຫລືແທ່ນບູຊາທີ່ໃຊ້ສຳລັບນັ່ງສະມາທິ

ທິມວິໄຈພົບອູບ ຈຳລອງອາຍຸ 1,000 ປີ ພາຍໃນຫິບຫິນໃນສຸສານໃຕ້ດິນ ທີ່ວັດພຸທ ໃນເມືອງ ໜານຈິງ ຫລືນານກິງ ສ.ປ ຈີນ ພາຍໃນພຣະທາຕຸ ນັກບູຮານຄະດີພົບອັດຖິຂອງພຣະພິກຂຸ ເຊິ່ງລວມທັງກະດູກດ້ານຂ້າງຂອງກະໂຫລກຫົວ ທີໃນຈາກຣຶກໄດ້ກ່າວວ່າ ເປັນຂອງພຣະພູທທະເຈົ້າ .

mo

ອູບຈຳລອງ ເຮັດດ້ວຍໄມ້ຈັນ ຂະໜາດຄວາມສູງ 117 ຊມ , ກວ້າງ 45 ຊມ ມີສີເງິນ ແລະສີຄຳ ແລະປະດັບປະດາດ້ວຍອັນຍະມະນີ ທີເຮັດດ້ວຍ ເພັດນິນຈິນດາຕ່າງໆ

ຈາຣຶກທີ່ຢູ່ໃນແຜ່ນຫິນ ໄດ້ບອກວ່າ ພຣະອູບຈຳລອງນີ້ສ້າງຂຶ້ນໃນໄລຍະສະໄຫມຂອງຈັກກະພັດ Zhenzong (ຄສ 997-1022) ໃນສະໄຫມຣາຊວົງຊົ້ງ ນອກຈາກນີ້ຍັງມີການຈາຣຶກ ບັນດາຊື່ຂອງຜູ້ຄົນທີ່ບໍລິຈາກເງິນແລະວັດຖຸ ລວມທັງຊື້ຂອງຄົນທີ່ສ້າງພຣະອຸບໄວ້ດ້ວຍ .

ໃນຂະນະທີ່ຈາຣຶກບອກວ່າກະດູກກະໂຫລກຫົວເປັນຂອງພຣະພູທທະເຈົ້າ ແຕ່ບໍ່ມີຫລັກຖານຢືນຢັງວ່າເປັນພຣະພຸທທະເຈົ້າແທ້ ຫລື ບໍ່ ນັກບູຮານຄະດີບໍ່ໄດ້ໃຫ້ຄວາມເຫັນໃນເລື່ອງນີ້ແຕ່ຢ່າງໃດ ກະດູກດັ່ງກ່າວຖືກປະຕິບັດດ້ວຍຄວາມເຄົາລົບດັ່ງສູງແລະໄດ້ຮັບການຝັງຢູ່ໃນວັດຊີເຊຍ ໃນເມືອງໜານຈິງ ໂດຍພຣະພິກຂຸສົງທັງຫລາຍ .

mo1

ໃນຈາຣຶກ ໄດ້ກ່າວໄວ້ວ່າ ພາຍຫລັງຈາກການຖວາຍພຣະເພິງພຣະສະຣິຣະຂອງພຣະສັມມາສັມພຸທທະເຈົ້າແລ້ວ ພຣະເຈົ້າອະໂສກມະຫາຣາຊ ໄດ້ໂປຣດໃຫ້ນຳພຣະບໍຣົມສາຣີຣິກະທາຕຸທັງຫມົດກະຈາຍໄປບັນຈຸອູບ ໃນເຈດີຫລືພຣະທາຕຸ ຈຳນວນ ທັງຫມົດ 84,000 ພຣະທາຕຸ ສ່ວນປະເທດຈີນ ໄດ້ຮັບມາຈຳນວນ 19 ພຣະທາຕຸ ລວມທັງອັນທີ່ໄດ້ບັນຈຸພຣະທາຕຸສ່ວນກະໂຫລກຫົວເອົາໄວ້ດ້ວຍ .

ວັດທີ່ໄດ້ເກັບຮັກສາພຣະທາຕຸໄວ້ຖືກທຳລາຍໃນລະຫວ່າງສົງຄາມເມື່ອ 1,400 ປີກ່ອນ ແຕ່ໄດ້ບູຣະນະຂຶ້ນມາໃຫມ່ ໂດຍຈັກກະພັດ Zhenzong ແລະພຣະອົງໄດ້ສັ່ງໃຫ້ຝັງພຣະທາຕຸໄວ້ໃນສຸສານໃຕ້ດິນດ້ວຍ .

Qi Haining ຫົວຫນ້າພິພິຕະພັນນານຈິງ ກວ່າວ່າອູບ ໃນ ພຣະທາຕຸຈຳລອງນີ້ ມີຄວາມພິເສດຫລາຍ ເນື່ອງຈາກວ່າເປັນພຽງພຣະທາຕຸດຽວ ທີ່ມີພຣະທາຕຸສ່ວນກະໂຫລກຫົວທີ່ບັນຈຸຢູ່ດ້ວຍ .

mo2 mo3 mo4

ຮູບພາບ ແລະ ຂ່າວຈາກເພຈ : http://www.takieng.com/stories/1090

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...