Homeຂ່າວຕ່າງປະເທດເກົາຫຼີໃຕ້ ນໍາເຂົ້າ ໄຂ່ໄກ່ ຈາກສະຫະລັດອາເມລິກາ ເກືອບ 3 ລ້ານໜ່ວຍ

ເກົາຫຼີໃຕ້ ນໍາເຂົ້າ ໄຂ່ໄກ່ ຈາກສະຫະລັດອາເມລິກາ ເກືອບ 3 ລ້ານໜ່ວຍ

Published on

ສຳນັກຂ່າວຣອຍເຕີ ລາຍງານເມື່ອວັນທີ 11​ ມັງກອນ 2017 ຜ່ານມາວ່າ ໄຂ່ໄກ່ທີ່ນໍາເຂົ້າຈາກສະຫະລັດອາເມລິກາ ຈຳນວນເກືອບ 3 ລ້ານໜ່ວຍຈະຖືກສົ່ງມາຮອດເກົາຫຼີໃຕ້ ໃນວັນເສົາ ທີ 14 ມັງກອນ 2017 ນີ້ ເພື່ອບັນເທົາບັນຫາຂາດໄຂ່ໄກ່ໃນປະເທດເກົາຫຼີໃຕ້ ເຊິ່ງເປັນຜົນມາຈາກການແຜ່ລະບາດຂອງໄຂ້ຫວັດສັດປີກ ຄັ້ງຮຸນແຮງທີ່ສຸດໃນເກົາຫຼີໃຕ້

ສຳລັບການຂົນໄຂ່ມາເກົາຫຼີໃຕ້ແມ່ນ ສາຍການບິນໂຄຮຽນແອ ແລະເອເຊຍນາແອໄລ ສອງສາຍການບິນແຫ່ງຊາດຂອງເກົາຫຼີໃຕ້ ຈະເປັນຜູ້ຂົນໄຂ່ຈາກສະຫະລັດອາເມລິກາເຂົ້າມາສາຍການບິນລະ 100 ​ໂຕນ ເຊິ່ງລວມເປັນໄຂ່ໄກ່ຈຳນວນ 2.98 ລ້ານໜ່ວຍ ເຊິ່ງເປັນໄຂ່ໄກ່ຈາກສະຫະລັດມາຫາເກົາຫຼີໃຕ້ຄັ້ງທຳອິດ ແລະເປັນການນຳເຂົ້າໄຂ່ໄກ່ສົດ ເປັນຄັ້ງທຳອິດຂອງເກົາຫຼີໃຕ້ ນັບແຕ່ປີ 1999 ເປັນຕົ້ນມາ

ໄຂ່ໄກ່ທີ່ນຳເຂົ້າຈາກສະຫະລັດທັງໝົດນີ້ ຈະຖືກຢາຍໄປຮ້ານຄ້າຕ່າງໆ ແລະຊຸບເປີມາເກັດທົ່ວໄປ ກ່ອນເທດສະການກຸດຈີນທີ່ກຳລັງຈະມາຮອດໃນທ້າຍເດືອນນີ້

ສຳລັບການນຳເຂົ້າໄຂ່ຄັ້ງນີ້ ມີຂຶ້ນຫຼັງລັດຖະບານເກົາຫຼີປະກາດມາດຕະການ ທີ່ຈະນຳເຂົ້າໄຂ່ໄກ່ຈາກຕ່າງປະເທດ ເພື່ອແກ້ໄຂບັນຫາຂາດແຄນໄຂ່ໄກ່ທີ່ເກີດຂຶ້ນ ເຊິ່ງລັດຖະບານຍັງຈະນຳເຂົ້າໄຂ່ໄກ່ເພີ່ມອີກຈຳນວນ 200 ໂຕນ ໃນຊ່ວງອາທິດໜ້າ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...