spot_img
Homeນານາສາລະຄົນປະດິດສ້າງໄຟແຊັດອັນທຳອິດຂອງໂລກ

ຄົນປະດິດສ້າງໄຟແຊັດອັນທຳອິດຂອງໂລກ

Published on

ໄຟແຊັດອັນທຳອິດຂອງໂລກໄດ້ຖືກປະດິດສ້າງຂຶ້ນໃນປີ 1823 ໂດຍ Johann Wolfgang Dobereiner ນັກເຄມີຊາວເຢຍລະມັນ ເຊິ່ງສະໃໝ່ນັ້ນຮຽກຊື່ວ່າ “ຕະກຽງຂອງໂດເບີໄຣເນີ” ລາວໄດ້ຮັບແຮງບັນດານໃຈມາຈາກປືນຄາຍສິລາທີ່ໃຊ້ສຽດສີໃຫ້ເກີດປະກາຍໄຟໄປເຜົາດິນປືນ

644185-topic-ix-1

Dobereiner ໄດ້ໃຊ້ກ໊າຊໄຮໂດຣເຈນເປັນເຊື້ອເຜີງ ແລະ “ຜົງທອງຄຳຂາວ” ເປັນຕົວຈູດປະກາຍໄຟໃຫ້ກ໊າຊໄຮໂດຣເຈນຕິດໄຟໃນແຕ່ລະຄັ້ງ ເຊິ່ງລາຄາທອງຄຳຂາວແມ່ນມີລາຄາແພງ ເພາະໃນປັດຈຸບັນລາຄາທອງຄຳຂາວ 1 ກຣາມເທົ່າກັບ 352,500 ກີບ ຖືວ່າສະໃໝນັ້ນການຈູດໄຟແຊັດແຕ່ລະຄັ້ງ ຖ້າບໍ່ແມ່ນລະດັບມະຫາເສດຖີໃຊ້ ຮັບຮອງຂົນໜ້າແຂ່ງກໍ່ຄົງຈະໄໝ້ໄປກັບການຈູດໄຟແຊັດໃນແຕ່ລະຄັ້ງແນ່ນອນ.

ໄຟແຊັດຂອງ Dobereiner ຖືກຍົກເລີກການຜະລິດເມື່ອປາຍສັດຕະວັດທີ 19 ເນື່ອງຈາກມີຮູບຊົງທີ່ໃຫຍ່ ມີອັນຕະລາຍໃນເວລາໃຊ້ງານ ແລະ ລາຄາແພງຫຼາຍ ເພາະໃຊ້ທອງຄຳຂາວໃນການຈູດເຊື້ອໄຟ

 

ຂໍ້ມູນຈາກ:

http://board.postjung.com/1008823.html

http://board.postjung.com/644185.html
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...