spot_img
Homeຂ່າວພາຍ​ໃນຜົນງານທີ່ ທີມ ລ້ານຊ້າງ ຢຸໄນເຕັດ ສ້າງໃນການແຂ່ງຂັນ Toyota Mekong Club Championship 2016

ຜົນງານທີ່ ທີມ ລ້ານຊ້າງ ຢຸໄນເຕັດ ສ້າງໃນການແຂ່ງຂັນ Toyota Mekong Club Championship 2016

Published on

ຖືວ່າເປັນການເປີດປະຫວັດສາດໜ້າໃໝ່ໃນວົງການບານເຕະລາວ ທີ່ ທີມສະໂມສອນ ລ້ານຊ້າງ ຢູໄນເຕັດ ແຊັ້ມລາຍການລາວພຣີເມຍລີກ 2016 ທີ່ສາມາດເຮັດຜົນງານດີໃນລາຍການ Toyota Mekong Club Championship 2016 ໂດຍການຄວ້າຕຳແໜ່ງຮອງແຊັ້ມມາຄອງ ເຊິ່ງໄດ້ຮັບເງິນ 50.000 $ ເຖິງການແຂ່ງຂັນໃນຄັ້ງນີ້ ທີມລ້ານຊ້າງ ຈະສ້າງຜົນງານໄດ້ພຽງການເປັນຮອງແຊັ້ມມາຕ້ອນພີ່ນ້ອງຊາວລາວ ແຕ່ກໍ່ຖືວ່າສ້າງຜົນງານໄດ້ເກີນຄາດໝາຍທີ່ວາງໄວ້ຫຼາຍ

15965933_1153024768146448_8365444758508636300_n

ນອກຈາກນັ້ນ ສຸກທະວີ ສູນດາລາ ໝາຍເລກ 13 ນັກເຕະຈາກທີມສະໂມສອນ ລ້ານຊ້າງ ຢູໄນເຕັດ ລາງວັນນັກເຕະດີເດັນປະຈຳລະດູການ Toyota Mekong Club Championship 2016 ໄດ້ຮັບເງິນລາງວັນ 3,000$

ແລະ ໃນຄ່ຳຄືນຂອງວັນທີ 9 ມັງກອນ 2017 ທັບນັກກິລາທີມຊ້າງສານ ພ້ອມທີມງານທັງໝົດກໍ່ໄດ້ເດີນທາງມາຮອດສະໜາມບິນ ສາກົນວັດໄຕ ຢ່າງປອດໄພ ແລະ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກແຟນບານທີ່ມາຖ້າຕ້ອນຮັບການກັບມາຂອງພວກເຂົາທີ່ສະໜາມບິນ

ລາຍລະອຽດການແຂ່ງຂັນ

ທີມສະໂມສອນ ລ້ານຊ້າງ ຢູໄນເຕັດ ລົງສະໜາມເຕະ 4 ນັດ ໃນ 4ປະເທດ ໃນເວລາພຽງ 13 ວັນ ທັງການເດີນທາງ ທັງການແຂ່ງຂັນ ທັງການຝຶກຊ້ອມ ກຽມທີມ ວາງແຜນທຸກຢ່າງ ລວມຈາກການແຂ່ງຂັນໃນຄັ້ງນີ້ມີ 5 ນັດ ທັງຫມົດ
ຊະນະ 3 ນັດ, ສະເຫມີ 1 ແລະ ເສຍ 1

ຜົນງານໃນການແຂ່ງຂັນ

#ຮອບທຳອິດ
– ວັນທີ 05/11/2016 ລ້ານຊ້າງ ຢູໄນເຕັດ ຊະນະ ເອັສເຮັສບີ ດານັງ 2-1.
– ວັນທີ 27/11/2016 ຢາດານາບອນ ສະເຫມີ ລ້ານຊ້າງ ຢູໄນເຕັດ 3-3
#ຮອບຮອງຊະນະເລີດ
– ວັນທີ 31/12/2016 ບຶງເກດ ອັງກໍ ເສຍໃຫ້ ລ້ານຊ້າງ ຢູໄນເຕັດ 0-3
#ຮອບຊີງຊະນະເລີດນັດທີ1
– ວັນທີ 04/01/2016 ລ້ານຊ້າງ ຢູໄນເຕັດ ຊະນະ ບູຣິຣຳ ຢູໄນເຕັດ 1-0
#ຮອບຊີງຊະນະເລີດນັດທີ2
– ວັນທີ 08/01/2016 ບູຣິຣຳ ຢູໄນເຕັດ ຊະນະ ລ້ານຊ້າງ ຢູໄນເຕັດ 2-0
ຂະນະທີ່ ລາງວັນນັກເຕະດີເດັ່ນໃນລາຍການນີ້ຕົກເປັນຂອງ ສຸກທະວີ ສູນດາລາ ນັກຮັບ ສະໂມສອນ ລ້ານຊ້າງ ຢູໄນເຕັດ ໄດ້ຮັບເງິນ 3000 $

15940648_1153068944808697_1159109722001763122_n

15895340_1153068891475369_7187034746139375291_n

2074

858

15894522_1152505694865022_5940228447859873439_n
ເນື້ອໃນຂາວຈາກ: TOYOTAMekongClubChampionship2016

ຮູບພາບຈາກ: LANEXANG UNITED

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...