Homeຂ່າວຕ່າງປະເທດໝໍບັງກາລາເທດ ສຳເລັດການຜ່າຕັດ "ມະນຸດຕົ້ນໄມ້" ໃຫ້ກັບມາເປັນປົກກະຕິ

ໝໍບັງກາລາເທດ ສຳເລັດການຜ່າຕັດ “ມະນຸດຕົ້ນໄມ້” ໃຫ້ກັບມາເປັນປົກກະຕິ

Published on

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 9 ມັງກອນ 2017 ນີ້ວ່າ ຊາຍໜຸ່ມຄົນບັງກາລາເທດ ທີ່ໄດ້ຮັບສາຍາວ່າ “ມະນຸດຕົ້ນໄມ້” ຫຼ້າສຸດໝໍຊ່ວຍຜ່າຕັດເອົາສິ່ງແປກປະຫຼາດ ທີ່ມີນໍ້າໜັກເຖິງ 5 ກິໂລກຣາມ ອອກຈາກມືຂອງລາວໄດ້ສຳເລັດ ເຊິ່ງຕ້ອງໃຊ້ທີມແພດຜູ້ຊ່ຽວຊານ ແລະການຜ່າຕັດຫຼາຍຄັ້ງ

ອັບດຸລ ບາຈັນດາ ຄົນບັງກາລາເທດ ທີ່ຖືກຂະໜານນາມວ່າ “ມະນຸດຕົ້ນໄມ້” ຫຼັງຈາກທີ່ສ້າງຄວາມຮືຮາໄປທົ່ວໂລກ ເພາະໃນບໍລິເວນມື ແລະຕີນຂອງລາວ ມີສິ່ງແປກປະຫຼາດອອກມາ ຄືກັບຮາກໄມ້ທີ່ມີນໍ້າໜັກປະມານ 5 ກິໂລກຣາມ ເຮັດໃຫ້ລາວບໍ່ສາມາດໃຊ້ມື ແລະຕີນໃນຊີວິດປະຈຳວັນໄດ້, ລາວຈຶ່ງກາຍເປັນຕົວປະຫຼາດໃນສາຍຕາຄົນອື່ນ

ຫຼັງຈາກທີ່ທີມແພດໄດ້ກວດສອບ ແລະຄົ້ນຫາທາງຊ່ວຍເຫຼືອຊາຍຄົນດັ່ງກ່າວ ຜົນການວິນິດໄສພະຍາດພົບວ່າ ຊາຍຄົນນີ້ເປັນພະຍາດຕິດເຊື້ອເອຊພີວີ ທີ່ຢູ່ໃນກຸ່ມການຕິດເຊື້ອພະຍາດ Epidermodysplasia verruciformis ຫຼື EV ເປັນພະຍາດຜິວໜັງຜິດປົກກະຕິທາງກໍາມະພັນ ທີ່ພົບໄດ້ໜ້ອຍທີ່ສຸດ ຫາກປະໄວ້ອາດລາມໄປເປັນພະຍາດມະເຮັງຜິວໜັງໄດ້

ທີມແພດໝໍ ຂອງໂຮງໝໍມະຫາວິທະຍາໄລການແພດນະຄອນຫຼວງທາກາ ໄດ້ຮັບລາວເຂົ້າປິ່ນປົວປີກ່ອນ ເຊິ່ງຕ້ອງໄດ້ທຳການຜ່າຕັດ 16 ຄັ້ງ ເພື່ອເອົາສິ່ງແປກປະຫຼາດອອກຈາກມື, ເຊິ່ງປັດຈຸບັນມືຊ້າຍ ແລະຕີນຊ້າຍຂອງລາວ ກັບມາເປັນປົກກະຕິເກືອບສົມບູນແລ້ວ, ແຕ່ມືຂວາ ແລະຕີນຂວາ ຍັງຕ້ອງປິ່ນປົວຕໍ່ໄປອີກໄລຍະໜຶ່ງ ເຊິ່ງແພດກຳລັງຈະອະນຸຍາດໃຫ້ລາວກັບບ້ານ ໃນອີກ 30 ວັນຫຼັງຈາກນີ້

ອັບດຸລ ເວົ້າວ່າ ລາວບໍ່ຄິດວ່າຊາດນີ້ຈະໄດ້ກອດລູກດ້ວຍມືຂອງຕົວເອງ, ຕອນນີ້ຮູ້ສຶກດີໃຈຫຼາຍ ເພາະສາມາດຢອກຫຼິ້ນກັບລູກໄດ້ແລ້ວ ແລະກຳລັງຈະໄດ້ກັບບ້ານອີກຄັ້ງ ເພາະອາການໃກ້ຈະດີ ແລະພ້ອມກັບໄປໃຊ້ຊີວິດປົກກະຕິຄືກັບຄົນອື່ນໆໄດ້

ແຫຼ່ງຂ່າວ: http://news.sanook.com/2149366/

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...