spot_img
Homeນານາສາລະປະໂຫຍດຂອງ "ຂີງ" ທີ່ຫຼາຍຄົນອາດຍັງບໍ່ຮູ້

ປະໂຫຍດຂອງ “ຂີງ” ທີ່ຫຼາຍຄົນອາດຍັງບໍ່ຮູ້

Published on

ຂີງເປັນສະໝຸນໄພຊະນິດໜຶ່ງທີ່ມີປະໂຫຍດຫຼາຍ ທີ່ເອົາມາປຸງແຕ່ງໃນອາຫານ, ຂີງ ຈະມີລົດຊາດເຜັດ ເຮັດໃຫ້ຫຼາຍໆຄົນບໍ່ມັກກິນ ແລະມີສັບພະຄຸນໃນການຮັກສາພະຍາດ ເຊິ່ງມີປະໂຫຍດ ທີ່ຄວນຮູ້ໄວ້ດັ່ງນີ້

  • ຫຼຸດອາການທ້ອງອືດ: ຫາກຮູ້ສຶກວ່າທ້ອງອືດ ອາຫານບໍ່ຍ່ອຍ ຄວນກິນນໍ້າຂີງ ຫຼືກິນຂີງສົດຈະເຮັດໃຫ້ຮູ້ສຶກດີ ເພາະຂີງມີສັບພະຄຸນໃນການຂັບລົມ ແລະກະຕຸ້ນການເຮັດວຽກຂອງລຳໄສ້ ເຮັດໃຫ້ອາການທ້ອງອືດຊ່ວຍຫຼຸດລົງໄດ້
  • ຊ່ວຍບັນເທົາອາການໄມເກຣນ: ການກິນຂີງໃນຕອນທີ່ເຈັບຫົວນັ້ນ ຈະຊ່ວຍໃຫ້ຄວາມເຈັບປວດຂອງອາການໄມເກຣນຫຼຸດລົງ ເພາະຂີງຈະຊ່ວຍສະກັດໂຮໂມນກ່ຽວກັບການອັກເສບ, ນອກຈາກນັ້ນ ຍັງມີການສຶກສາອື່ນ ບອກວ່າຂີງຊ່ວຍປິ່ນປົວອາການຂໍ້ອັກເສບ ເຊິ່ງພົບວ່າຜູ້ທີ່ມີອາການຂອງໂຣກຂໍ້ເຂົ່າເສື່ອມ ເມື່ອກິນຂີງຜົງຕະຫຼອດອາການເຈັບນັ້ນຈະຫຼຸດລົງ
  • ຊ່ວຍປ້ອງກັນມະເຮັງ: ຂີງມີຄຸນສົມບັດໃນການຊ່ວຍຕໍ່ຕ້ານພະຍາດມະເຮັງ ເຊິ່ງມີການສຶກສາພົບວ່າຂີງ ຊ່ວຍເຮັດໃຫ້ເຊວມະເຮັງພາຍໃນຮັງໄຂ່ຕາຍ ເພາະຂີງມີສານເຄມີທຳມະຊາດທີ່ຊ່ວຍກະຕຸ້ນເອນໄຊກລູຕາໄທໂນ-ເອສ-ທຣານສະເຟີເຣສ ເຊິ່ງເປັນສານຕ້ານອະນຸມູນອິດສະລະ ເຊິ່ງຊ່ວຍປ້ອງກັນມະເຮັງໄດ້
  • ຊ່ວຍບັນເທົາອາການປວດຮາກ: ຂີງສາມາດບັນເທົາອາການປວດຮາກໄດ້ ເຊິ່ງບາງຄົນມັກໃຊ້ຂີງຊ່ວຍບັນເທົາອາການເມົາລົດ ຫຼືເມົາເຮືອ, ນອກຈາກນີ້ ຍັງພົບວ່າຂີງຊ່ວຍປ້ອງກັນ ແລະບັນເທົາອາການອິດເມື່ອຍຫຼັງຈາກຜ່າຕັດ ແລະຍັງບັນເທົາອາການປວດຮາກ ແລະຮາກ ໃນຜູ້ປ່ວຍພະຍາດມະເຮັງທີ່ເຂົ້າຮັບບຳບັດເຄມີໄດ້
  • ຊ່ວຍຫຼຸດນໍ້າຕານໃນເລືອດ: ຊ່ວຍຫຼຸດນໍ້າຕານໃນເລືອດໄດ້ສະເພາະກັບຜູ້ທີ່ເປັນພະຍາດເບົາຫວານຊະນິດທີ 2 ແຕ່ກໍຄວນປຶກສາແພດກ່ອນຮັບປະທານຂີງຮ່ວມກັບຢາ ເພາະຂີງອາດປະຕິກິລິຍາກັບຢາ ທີ່ໃຊ້ຮັກສາໄດ້ ແລະຄວນຕິດຕາມລະດັບນໍ້າຕານຢ່າງໃກ້ຊິດ ເພາະຫາກກິນຂີງຫຼາຍເກີນໄປກໍອາດເຮັດໃຫ້ລະດັບອິນຊູລິນຫຼຸດລົງຫຼາຍເກີນໄປ ຈົນເຮັດໃຫ້ອັນຕະລາຍ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ພິທີມອບ-ຮັບໃບປະກາສະນີຍະບັດ ໃຫ້ນັກສຶກສາທີ່ສຳ ເລັດການສຶກສາ ປະຈໍາສົກສຶກສາ 2024-2025

ສົກສຶກສາ 2024-2025 ນັກສຶກສາ ມຊ ໄດ້ໃບປະກາດແດງ 64 ຄົນ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີມອບ-ຮັບໃບປະກາສະນີຍະບັດ ໃຫ້ນັກສຶກສາທີ່ສຳ ເລັດການສຶກສາ ປະຈໍາສົກສຶກສາ 2024-2025 ມີທັງໝົດ 3.352...

ປະສານສຽງແຕກຍິງທົດລອງ ຄັ້ງທີ I ການຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025”

ປະສານສຽງແຕກ ຄັ້ງທີ I ການຊ້ອມຮົບຮ່ວມ ລາວ-ຣັດເຊຍ "ລາໂຣສ-2025" ໜັງສືພິມກອງທັບລາຍງານວ່າ: ​ວັນທີ 20 ກັນຍາ 2025, ທີ່ ສະໜາມຫັດແອບວິທະຍາຄານ ນາຍທະຫານບົກ ກົມມະດໍາ...

ເຫດປະທ້ວງທີ່ຕີມໍເລສເຕ ນັກສຶກສາກວ່າ 2.000 ຄົນ ເຂົ້າປະທ້ວງລັດຖະບານ ຫຼັງອະນຸມັດແຜນການຈັດຊື້ລົດຫຼູລາຄາແພງ

ໃນວັນທີ 17/09/2025 ທີ່ຜ່ານມາ, ຈາກສຳນັກຂ່າວຈາກປະເທດຕີມໍ ເລສເຕ ລານງານວ່າ ມີເຫດການປະທ້ວງຈາກປະຊາຊົນຫຼາຍກວ່າ 2.000 ຄົນ ໃນນະຄອນຫຼວງດິລີ ປະເທດຕີມໍ ເລສເຕ, ໃນນັ້ນສ່ວນຫຼາຍແມ່ນນັກສຶກສາ ທັງໝົດມາເພື່ອປະທ້ວງແຜນການທີ່ໄດ້ຮັບອະນຸມັດເມື່ືອປີກ່ອນ...

ຂຶ້ນຄ່າແຮງງານຂັ້ນຕໍ່າ ໃຫ້ແກ່ແຮງງານໃນອຸດສາຫະກຳຕັດຫຍິບຂອງກໍາປູເຈຍ ປັບຂຶ້ນຈາກ 208 ໂດລາ ເປັນ 210 ໂດລາ ຕໍ່ເດືອນ

ປະກາດ​ໃນ​ວັນ​ທີ 17 ກັນຍາ ຜ່ານມາ​ວ່າ, ທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີ ກຳປູເຈຍ ໄດ້​ກຳນົດ​ຄ່າ​ແຮງງານ​ຂັ້ນ​ຕ່ຳ​ຕໍ່​ເດືອນ​ໃໝ່​ໃຫ້​ແກ່​ອຸດສາຫະກຳ​ຕັດຫຍິບ, ເກີບ ແລະ ສິນຄ້າ​ສຳລັບການເດີນທາງ ​ເປັນ...