Homeຂ່າວພາຍ​ໃນລ້ານຊ້າງ ສູ້ເຕັມທີ່ ໄດ້ຮອງແຊ້ມ Toyota Mekong Club Championship 2016

ລ້ານຊ້າງ ສູ້ເຕັມທີ່ ໄດ້ຮອງແຊ້ມ Toyota Mekong Club Championship 2016

Published on

ການແຂ່ງຂັນບານເຕະ Toyota Mekong Club Championship 2016 ຮອບຊີງຊະນະເລີດ ນັດທີ 2 ສະໂມສອນ ບູຣິຣຳ ຢູໄນເຕັດ ຕ້ອນຮັບການບຸກມາຂອງ ສະໂມສອນ ລ້ານຊ້າງ ຢູໄນເຕັດ ໃນຕອນຫົວຄ່ຳຂອງມື້ນີ້ ວັນທີ 08 ມັງກອນ 2017 ເວລາ 19:00 ທີ່ສະໜາມກິລາ ທຳມະສາດ ລັງສິດ ກຸງເທບ

858

ການແຂ່ງຂັນໃນ ເຄິ່ງເວລາທຳອິດ ບູຣິຣຳ ຢູໄນເຕັດ ກໍ່ເປັນຝ່າຍເປີດເກມບຸກໃສ່ ຜູ້ມາຢາມກ່ອນ ແຕ່ກໍ່ຖືກ ລ້ານຊ້າງ ຢູໄນເຕັດ ຕັດບານເອົາໄວ້ໄດ້. ໃນນາທີທີ 12 ບູຣິຣຳ ຢູໄນເຕັດ ມາໄດ້ລູກຕັ້ງເຕະ ນອກເຂດໂທດ ແລະ ກໍ່ເປັນທາງ ສຸກທະວີ ຜູ້ຮັກສາປະຕູ ລ້ານຊ້າງ ຢູໄນເຕັດ ໂດດເອົາມືຕີບານເອົາໄວ້ໄດ້ ແຕ່ຈັງວະລົງພຶ້ນ ສຸກທະວີ ຫຼັກບໍ່ດີເຮັດໃຫ້ ມີອາກາານບາດເຈັບ ຕ້ອງໄດ້ຢຸດເກມ ເພື່ອປະຖົມພະຍາບານ ແລະ ມາຮອດນາທີທີ 38 ບູຣິຣຳ ຢູໄນເຕັດ ມາໄດ້ຈຸດໂທດ ຈາກການທີ່ ສຸກທະວີ ໄປຟາວ ດິໂອໂກ ໃນກອບເຂດໂທດ ແລະ ກໍ່ເປັນທາງ ດິໂອໂກ ລຸກມາຍິງເຂົ້າໄປ ບູຣິຣຳ ຢູໄນເຕັດ ຂຶ້ນນຳເປັນ 1 ປະຕູຕໍ່ 0. ຫຼັງຈາກນັ້ນ ໃນຊ່ວງທ້າຍເກມ ສຸກອາພອນ ກໍ່ມີໂອກາດ ລາກບານເຂົ້າໄປ ກອບເຂດໂທດຂອງ ບູຣິຣຳ ຢູໄນເຕັດ ແຕ່ຍິງໄປເຂົ້າຊອງຂອງ ຜູ້ຮັກສາປະຕູ ບູຣິຣຳ ຢູໄນເຕັດ ຈົບ 45 ນາທີທຳອິດ ບູຣິຣຳ ຢູໄນເຕັດ 1 – 0 ລ້ານຊ້າງ ຢູໄນເັຕດ.

2074

ເກມໃນເຄິ່ງເວລາທີ 2 ບູຣິຣຳ ຢູໄນເຕັດ ກໍ່ສືບຕໍ່ບຸກໃສ່ ລ້ານຊ້າງ ຢູໄນເຕັດ ແລະ ພວກເຂົາກໍ່ມາໄດ້ ປະຕູທີ 2 ໃນນາທີທີ 50 ໂດຍ ໂກຊຸນກິ ຍິງບ້ານເຂົ້າກອບປະຕູ ເຮັດໃຫ້ ສຸກທະວີ ຮັບບານລຸດມື ບານເດັນເຂົ້າປະຕູ. ຫຼັງຈາກໄດ້ປະຕູທີ 2 ເກມຂອງ ບູຣິຣຳ ຢູໄນເຕັດ ກໍ່ຜ່ອນລົງ ແລະ ເປັນທາງ ລ້ານຊ້າງ ຢູໄນເຕັດ ທີ່ມີໂອກາດ ໄດ້ບານ ບຸກເຂົ້າໃສ່ ເຈົ້າຖິ່ນ ເປັນຈັງວະ ແລະ ໃນນາທີທີ 69 ສຸກອາພອນ ມີໂອກາດຍິງໃສ່ ບູຣິຣຳ ແຕ່ລຸດກອບອອກໄປ. ໃນນາທີທີ 78 ສຸກອາພອນ ໄປເຮັດຟາວໃສ່ ດິໂອໂກ ກາຍເປັນເຫຼືອງທີ 2 ເປັນໃບແດງ ຖືກໄລ່ອອກຈາກສະໜາມ ເຮັດໃຫ້ສະຖານນະການຂອງ ລ້ານຊ້າງ ຢູ່ໄນເຕັດ ທີ່ເປັນຮອງຢູ່ແລ້ວ ຍິ່ງຕົກຢູ່ໃນສະຖານະການ ທີ່ລຳບາກຂຶ້ນຕື່ມ ແຕ່ ລ້ານຊ້າງ ຢູໄນເຕັດ ກໍ່ບໍ່ໄດ້ຫຍໍ້ທໍ້ ພະຍາຍາມປັ້ນເກມ ສູ້ກັບ ບູຣິຣຳ ຕໍ່ໄປ. ຊ່ວງເວລທີ່ເຫຼືອ ບໍ່ມີທີມໃດຍິງປະຕູເພີ່ມໄດ້ ຈົບ 90 ນາທີ ສະໂມສອນ ບູຣິຣຳ ຢູໄນເຕັດ ຊະນະ ສະໂມສອນ ລ້ານຊ້າງ ຢູໄນເຕັດ 2 ປະຕູຕໍ່ 0.

ລວມຜົນການແຂ່ງຂັນ 2 ນັດ ສະໂມສອນ ບູຣິຣຳ ຢູໄນເຕັດ ແຊ້ມເກົ່າ ເອົາຊະນະ ສະໂມສອນ ລ້ານຊ້າງ ຢູໄນເຕັດ 2 ປະຕູຕໍ່ 1 ຄອງແຊ້ມ Toyota Mekong Club Championship 2016. ເປັນສະໃໝທີ 2 ຕິດຕໍ່ກັນ

ສຸກທະວີ ສູນດາລາ ໝາຍເລກ 13 ນັກເຕະຈາກທີມສະໂມສອນ ລ້ານຊ້າງ ຢູໄນເຕັດ ລາງວັນນັກເຕະດີເດັນປະຈຳລະດູການ Toyota Mekong Club Championship 2016 ໄດ້ຮັບເງິນລາງວັນ 3,000$

 

15894522_1152505694865022_5940228447859873439_n 15894455_1152505691531689_401051782620474805_n

ຮູບພາບຈາກ ເຟສບຸກ: LANEXANG UNITED

ຂໍ້ມູນຈາກ: http://laosportnews.com/index.php/news/article/979
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...