spot_img
Homeນານາສາລະວິທີການເກັບຮັກສາດອກພຸດຮ້ອຍພວງມະໄລບໍ່ໃຫ້ແຫ່ວ ຫຼື ຊ້ຳໄວ

ວິທີການເກັບຮັກສາດອກພຸດຮ້ອຍພວງມະໄລບໍ່ໃຫ້ແຫ່ວ ຫຼື ຊ້ຳໄວ

Published on

ສຳລັບຄໍລຳ ສາລະໜ້າຮູ້ ມື້ນີ້ແອັດມິນ ມີເຄັດລັບການເກັບຮັກສາດອກພຸດທີ່ໃຊ້ຮ້ອຍພວງມະໄລ ບໍ່ໃຫ້ແຫ່ວ ຫຼື ຊ້ຳໄວ ມາຝາກກັນ ເຊິ່ງເຄັດລັບທີ່ວ່ານີ້ຮັບຮອງວ່າຖືກໃຈຄົນທີ່ເຮັດອາຊີບຮ້ອຍພວງມະໄລຂາຍ ຫຼື ຂາຍດອກພຸດແນ່ນອນ

ອຸປະກອນມີ: ຊາມ, ນ້ຳກ້ອນ,​ ນ້ຳ, ກະຕ່າ, ຖົງຢາງ

ວິທີເກັບຮັກສາດອກໄມ້ບໍ່ໃຫ້ແຫ່ງ ຫຼື ຊ້ຳໄວ

  1. ຕ້ອງເກັບດອກໄມ້ໃນຊ່ວງເວລາທີ່ແດດບໍ່ແຮງ
  2. ນຳນ້ຳກ້ອນ 1 ກິໂລກຣາມ ຕໍ່ດອກພຸດ 2 ກິໂລກຣາມ ຖອກລົງໃສຊາມທີ່ມີດອກພຸດແລ້ວ
  3. ຈາກນ້ຳກໍ່ເຕີມນ້ຳສະອາດ 1 ລິດໃສ່ຊາມ ທີ່ມີນ້ຳກ້ອນ ແລະ ດອກພຸດຢູ່ໃນຊາມ
  4. ໃຊ້ມືຄ່ອຍໆຊາວດອກພຸດທີ່ຢູ່ໃນຊາມ ທີ່ມີນ້ຳ ແລະ ນ້ຳກ້ອນ ຢ່າງເບົາໆ ຈົນນ້ຳກ້ອນລະລາຍ
  5. ຈາກນັ້ນກໍ່ນຳດອກພຸດມາໃສ່ກະຕ່າ ແລ້ວປະໃຫ້ມັນສະເດັດນ້ຳ
  6. ແລ້ວກໍ່ນຳດອກພຸດມາໃສ່ຖົງຢາງໄວ້ ລີກອາກາດອອກຈາກຖົງຢາງໃຫ້ໝົດແລ້ວມັດປາກຖົງໃຫ້ແໜ້ນ ບໍ່ໃຫ້ລົມເຂົ້າ
  7. ເອົາຖົງດອກພຸດໄປໃສ່ຕູ້ເຢັນ ຫຼື ຖັງນ້ຳກ້ອນໄວ້

ເຮັດພຽງເທົ່ານີ້ກໍ່ຈະເຮັດໃຫ້ດອກພຸດມີຄວາມແຂງຕົວຮ້ອຍງ່າຍ ເຖິງແມ່ນວ່າເກັບໄວ້ດົນເກີນ 3 ມື້ຂຶ້ນໄປດອກກໍ່ຈະບໍ່ບານ,​ ບໍ່ແຫ່ວ ແລະ ບໍ່ຊ້ຳງ່າຍ

ແຫລ່ງຂໍ້ມູນຈາກ: http://www.rakbankerd.com/agriculture/page.php?id=1011&s=tblplant
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ບໍລິສັດຈີນອອກກົດລະບຽບຫ້າມພະນັກງານເຂົ້າຫ້ອງນ້ຳກາຍ 2 ນາທີ ຫາກຝ່າຝືນຈະຖືກຕັດເງິນເດືອນ

ບໍລິສັດຈີນອອກກົດລະບຽບຫ້າມພະນັກງານເຂົ້າຫ້ອງນ້ຳກາຍ 2 ນາທີ ສຳນັກຂ່າວ Business Standard ລາຍງານໃນວັນທີ 25 ກຸມພາ 2025 ກ່ຽວກັບເລື່ອງລາວສຸດຮືຮາ ເມື່ອບໍລິສັດແຫ່ງໜຶ່ງໃນປະເທດຈີນ ອອກກົດລະບຽບ ໃຫ້ພະນັກງານສາມາດເຂົ້າຫ້ອງນ້ຳໄດ້ພຽງຄັ້ງລະ 2...

ພິທີສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງ ການສ້າງຕັ້ງ ບໍລິສັດ ເຄພີ ຈໍາກັດ

ພິທີສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງ ການສ້າງຕັ້ງ ບໍລິສັດ ເຄພີ ຈໍາກັດ ໃນວັນທີ 21 ກຸມພາ 2025 ທີ່ຜ່ານມານີ້, ບໍລິສັດ...

ແພດໄທເປີດເຜີຍ 3 ນັກຮຽນມີອາການແໜ້ນໜ້າເອິກ ກ່ອນພົບວ່າປອດຖືກທຳລາຍເກືອບໝົດ ຍ້ອນສູບຢາສູບໄຟຟ້າ ແລະ ດື່ມນ້ຳກະທ້ອມ

ແພດໄທເປີດເຜີຍ 3 ນັກຮຽນມີອາການແໜ້ນໜ້າເອິກ ກ່ອນພົບວ່າປອດຖືກທຳລາຍເກືອບໝົດ ຍ້ອນສູບຢາສູບໄຟຟ້າ ແລະ ດື່ມນ້ຳກະທ້ອມມາເປັນເວລາ 2 ປີ. ສຳນັກຂ່າວໄທລາຍງານວ່າ: ເມື່ອວັນທີ 20 ກຸມພາ 2025 ມີການລາຍງານຈາກໜ່ວຍກູ້ໄພຕຳບົນດອນບົນ...

ລາວ-ໄທ ຮ່ວມກັນເປັນສັກຂີພະຍານໃນການລົງນາມ ແລະ ແລກປ່ຽນຂໍ້ຕົກລົງຮ່ວມກັນ 4 ສະບັບ

ນາຍົກລັດຖະມົນຕີ ລາວ-ໄທ ຮ່ວມກັນເປັນສັກຂີພະຍານໃນການລົງນາມ ແລະ ແລກປ່ຽນຂໍ້ຕົກລົງຮ່ວມກັນ 4 ສະບັບ. ໃນວັນທີ 20 ກຸມພາ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ສປປ...