spot_img
Homeຂ່າວຕ່າງປະເທດຝຣັ່ງອອກກົດໝາຍ ຫ້າມຕີເດັກນ້ອຍ ເປັນປະເທດທີ 52 ຂອງໂລກ

ຝຣັ່ງອອກກົດໝາຍ ຫ້າມຕີເດັກນ້ອຍ ເປັນປະເທດທີ 52 ຂອງໂລກ

Published on

ເວັບໄຊ Live Science ລາຍງານເມື່ອວັນທີ 3 ມັງກອນ 2017 ຜ່ານມາວ່າ ປະເທດຝຣັ່ງ ໄດ້ອອກກົດໝາຍ ຫ້າມລົງໂທດທຸບຕີເດັກນ້ອຍທຸກກໍລະນີ ເຖິງແມ່ນວ່າຈະເປັນເລື່ອງຮ້າຍແຮງພຽງໃດກໍຕາມ ຫາກຝ່າຝືນຈະມີໂທດທາງກົດໝາຍ ເຊິ່ງເປັນປະເທດທີ 52 ຂອງໂລກ ຫຼັງຈາກໄດ້ຮັບອະນຸມັດ ໃນວັນທີ 22 ທັນວາ 2016 ຜ່ານມາ

ກົດໝາຍດັ່ງກ່າວ ບັນຍັດໄວ້ໃນກົດໝາຍການປົກຄອງ ໃນສ່ວນຂອງ “ກົດໝາຍພົນລະເມືອງ ແລະຄວາມສະເໝີພາບ” ໂດຍມີການລະບຸໄວ້ວ່າ “ຫ້າມທຳຮ້າຍເດັກນ້ອຍທຸກປະການ ບໍ່ວ່າຈະເປັນທັງຄວາມຮຸນແຮງທາງດ້ານຮ່າງກາຍ ຫຼືຈິດໃຈ ລວມເຖິງການເຮັດໃຫ້ເສື່ອມເສຍກຽດ”

ເມື່ອປີ 2016 ຈາກການວິເຄາະ ຜົນການວິໄຈທີ່ມີມາດົນນານກວ່າ 50 ປີ ພົບວ່າ ເດັກນ້ອຍທີ່ຖືກພໍ່ແມ່ລົງໂທດ ດ້ວຍການທຸບຕິ ຫຼືໃຊ້ຄວາມຮຸນແຮງ ສ່ວນຫຼາຍມີແນວໂນ້ມ ທີ່ຈະຂັດຂືນ ຫຼືມີລັກສະນະທ້າທາຍອຳນາດຂອງ ພໍ່ແມ່ ລວມເຖິງຍັງໄປກະຕຸ້ນບັນຫາທາງສະໝອງ ສົ່ງຜົນໃຫ້ມີພຶດຕິກຳທີ່ຮ້າຍແຮງ ແລະຕໍ່ຕ້ານສັງຄົມ

ຢູ່ໃນຢູໂຣບ ມີຫຼາຍປະເທດ ທີ່ມີກົດໝາຍຫ້າມລົງໂທດເດັກນ້ອຍ ດ້ວຍການໃຊ້ຄວາມຮຸນແຮງກັບເດັກເກືອບທຸກປະເທດແລ້ວ ເຊິ່ງການເຄື່ອນໄຫວຄັ້ງນີ້ ປະເທດຝຣັ່ງ ເຮັດໃຫ້ໃນຢູໂຣບເຫຼືອພຽງ 4 ປະເທດເທົ່ານັ້ນ ທີ່ຍັງບໍ່ທັນໄດ້ອອກກົດໝາຍຫ້າມຕີເດັກ ເຊິ່ງມີປະເທດ ອັງກິດ, ອີຕາລີ, ສະວິດເຊີແລນ ແລະສາທາລະນະລັດເຊັກ

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...