spot_img
Homeຂ່າວຕ່າງປະເທດຍີ່ປຸ່ນ ຈັດການປະມູນປາທູນ່າຄີນໍ້າເງິນຂະໜາດໃຫຍ່ ໄດ້ລາຄາ 74.2 ລ້ານເຢັນ

ຍີ່ປຸ່ນ ຈັດການປະມູນປາທູນ່າຄີນໍ້າເງິນຂະໜາດໃຫຍ່ ໄດ້ລາຄາ 74.2 ລ້ານເຢັນ

Published on

ສຳນັກຂ່າວເອເອບຟີ ລາຍງານເມື່ອວັນທີ 5 ມັງກອນ 2017 ຜ່ານມາວ່າ ຕະຫຼາດປາືກຈິ ຕະຫຼາດຄ້າສົ່ງປາທີ່ໃຫຍ່ທີ່ສຸດໃນໂລກ ທີ່ມີຊື່ສຽງໂດ່ງດັງໃນນະຄອນຫຼວງຍີ່ປຸ່ນ ຈັດການປະມູນ “ປາທູນ່າຄີນໍ້າເງິນ” ປະຈໍາປີ

ທ່ານ ຄິໂຍຊິ ຄໍມູຣະ ປະທານບໍລິສັດ ຄິໂຍມູຣະ ເຈົ້າຂອງຮ້ານອາຫານຊູຊິ ຊັນໄມ ໃນຍີ່ປຸ່ນ ຊະນະການປະມູນປາທູນ່າຄີນໍ້າເງິນ ນໍ້າໜັກ 212 ກິໂລກຣາມ ດ້ວຍລາຄາ 74.2 ລ້ານເຢັນ, ເຊິ່ງບໍລິສັດ ຄິໂຍມູຣະ ຊະນະການປະມູນປາທູນ່າ ຕິດຕໍ່ກັນເປັນເວລາ 6 ປີ ແລ້ວ ເຊິ່ງໃນປີ 2013 ບໍລິສັດ ຄິໂຍຊິມູຣະ ເຄີຍທຸ້ມເງິນປະມູນກວ່າ 155 ລ້ານເຢັນ ເພື່ອຊື້ປາທູນ່າ ໃນການປະມູນຄັ້ງນັ້ນ

ສຳລັບການປະມູນປາທູນ່າ ໂຕທຳອິດຂອງປີໃນຕະຫຼາດ ຊຶກິຈິ ມີລາຄາສູງກວ່າຕະຫຼາດປົກກະຕິ ເພາະເຊື່ອວ່າ ຫາກມີລາຄາການປະມູນທີ່ແພງຫຼາຍ ຈະຊ່ວຍເສີມສິລິມຸງຄຸນ ແລະຄວາມຮຸ່ງເຮືອງໃຫ້ທຸລະກິດຕະຫຼອດປີ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...