ຈີນ ເປີດບໍລິການລົດໄຟ ເສັ້ນທາງສາຍໄໝ ຂົນສົ່ງສິນຄ້າໄປ “ລອນດອນ” ຄັ້ງທໍາອິດ

0
1782

ສຳນັກຂ່າວ ບີບີຊີ  ລາຍງານເມື່ອວັນທີ 4 ມັງກອນ 2017 ຜ່ານມາວ່າ ປະເທດຈີນ ໄດ້ເປີດຕົວບໍລິການຂົນສົ່ງສິນຄ້າທາງລົດໄຟ ໄປຫານະຄອນຫຼວງ ລອນດອນແລ້ວ ເຊິ່ງເປັນສ່ວນໜຶ່ງໃນການພັດທະນາການຄ້າ ແລະການລົງທຶນ ຄວາມສຳພັນກັບຢູໂຣບ

ລົດໄຟຈີນ ໃຫ້ບໍລິການແລ່ນຂົນສົ່ງສິນຄ້າ ລະຫວ່າງຈີນ ແລະເມືອງອື່ນໆໃນຢູໂຣບ ລວມເຖິງເມືອງ ມາດຣິດ ແລະຮຳບູກ ເຊິ່ງຈະໃຊ້ເວລາໃນການເດີນທາງ ສອງອາທິດ ໃນການເດີນທາງ 1.2 ໝື່ນກິໂລແມັດ ສ່ວນຫຼາຍໃຊ້ບໍລິການຂົນສົ່ງນັ້ນ ເປັນເຄື່ອງນຸ່ງ, ກະເປົາ ລວມເຖິງເຄື່ອງໃຊ້ໃນເຮືອນຄົວອີກ ເຊິ່ງການຂົນສົ່ງທາງລົດໄຟນີ້ ມີຄວາມໄດ້ປຽບການຂົນສົ່ງທາງອາກາດໃນເລື່ອງຂອງ ລາຄາຖືກ ແລະ ໃຊ້ເວລາຂົນສົ່ງໄວກວ່າ ທາງທະເລ

ການຂົນສົ່ງທາງລົດໄຟນີ້ ແມ່ນຜ່ານຄາຊັກສະຖານ, ລັດເຊຍ, ເບລາຣຸສ, ໂປແລນ, ເຢຍລະມັນ, ເບລຢ່ຽມ ແລະຝຣັ່ງ ກ່ອນຈະໄປຮອດສະຖານີຂົນສົ່ງພາກຕາເວັນອອກຂອງລອນດອນ ເຊິ່ງເປັນຈຸດເຊື່ອມຕໍ່ໂດຍກົງກັບລົດໄຟຟ້າຄວາມໄວສູງທີ່ໄປຫາຢູໂຣບແຜ່ນດິນທີ່ກວ້າງໃຫຍ່

ການເລີ່ມໂຄງການຂົນສົ່ງລະຫວ່າງຈີນ ແລະຢູໂຣບນີ້ ເປັນສ່ວນໜຶ່ງຂອງຍຸດທະສາດ ຂອງປະທານາທິບໍດີ ສີຈິ້ນຜິງ ໃນປີ​ 2013 ທີ່ຕ້ອງການເສື່ອມໂຍງໂຄງສ້າງພື້ນຖານເສັ້ນທາງສາຍໄໝ ການຄ້າກັບຢູໂຣບ, ລອນດອນ ເປັນເມືອງທີ 15 ທີ່ຈະເຂົ້າຮ່ວມ ການຄ້າກັບລັດຖະບານຈີນ