Homeຊີວິດແລະຄວາມຮັກ5 ສິ່ງທີ່ພັນລະຍາຢາກໄດ້ ຈາກສາມີທຸກວັນ

5 ສິ່ງທີ່ພັນລະຍາຢາກໄດ້ ຈາກສາມີທຸກວັນ

Published on

ສິ່ງທີ່ສຳຄັນທີ່ສຸດສຳລັບຊີວິດຄູ່ ຄືການເຂົ້າໃຈຄວາມຕ້ອງການຂອງອີກຝ່າຍ ແລະຮູ້ຈັກເພີ່ມຄວາມປາຖະໜາເຊິ່ງກັນ ແລະກັນ ດ້ວຍການເວົ້າຈານຳກັນ, ໃຫ້ຄວາມຮັກກັບພັນລະຍາຢ່າງເຕັມທີ່ ແລະສິ່ງທີ່ພັນລະຍາຕ້ອງການທີ່ສຸດນັ້ນມີດັ່ງນີ້:

  1. ຕ້ອງການວ່າຮູ້ສຶກວ່າຖືກຮັກ: ສາມີຄວນສະແດງຄວາມຮັກ ຕໍ່ພັນລະຍາທັງຄຳເວົ້າ ແລະການກະທຳ, ສາມີຄວນບອກຮັກພັນລະຍາທຸກວັນ ແລະຫຼາຍໆເທື່ອ, ແຕ່ຄຳເວົ້າເຫຼົ່ານີ້ ຕ້ອງເຮັດໄດ້ທັງການກະທຳທີ່ສະແດງອອກມາ
  2. ຕ້ອງການເປັນຄົນງາມ: ບໍ່ວ່າຈະເປັນການແຕ່ງຕົວງາມ ເພື່ອເປັນຄົນງາມໃນສາຍຕາຂອງສາມີ, ສາມີສາມາດເຕີມເຕັມຄວາມປາຖະໜານີ້ໄດ້ ດ້ວຍການຍ້ອງວ່າງາມ ສະແດງຄວາມຮັກ ແລະມີສາຍຕາໄວ້ເພື່ອເບິ່ງພັນລະຍາຄົນດຽວ
  3. ຕ້ອງການສຳຜັດທີ່ອ່ອນໂຍນ: ການສະແດງອອກເຖິງຄວາມຮັກ ດ້ວຍການສຳຜັດຂອງຜູ້ຍິງເປັນສິ່ງທີ່ເກີດຂຶ້ນທຸກວັນ ບໍ່ວ່າຈະເປັນການກອດ, ການຈູບ ແລະການມີເພດສຳພັນ, ນອກຈາກນີ້ ຍັງລວມເຖິງການທີ່ສາມີນວດໄຫຼ່, ນວດຫຼັງ, ນວດຕີນໃຫ້ພັນລະຍາ ເຊິ່ງສຳຜັດເຫຼົ່ານີ້ຈະຄວບຄຸມຄວາມຕ້ອງການທັງທາງດ້ານຮ່າງກາຍ ແລະຈິດໃຈ
  4. ຕ້ອງການເວົ້າຈານຳ: ຄວາມຕ້ອງການເວົ້າຈາຂອງຜູ້ຍິງ ມີຄວາມຮຸນແຮງຫຼາຍ ເທົ່າໆກັບຄວາມຕ້ອງການທາງເພດຂອງຜູ້ຊາຍ, ການເວົ້າຈານຳກັນ ຄວນເກີດຂຶ້ນຕະຫຼອດໝົດມື້ ຢ່າງໜ້ອຍກໍບໍ່ຄວນມີສິ່ງລົບກວນເຊັ່ນ: ເດັກນ້ອຍ, ໂທລະສັບ ຫຼືອຸປະກອນເອເລັກໂທນິກ
  5. ຕ້ອງການຄວາມເອົາໃຈໃສ່: ການເອົາໃຈໃສ່ພັນລະຍານັ້ນສຳຄັນ ຄວນເອົາໃຈໃສ່ທຸກວັນ ເພື່ອເຮັດໃຫ້ພັນລະຍາມີຄວາມສຸກ ແລະມັນຄືສ່ວນປະສົມທີ່ສຳຄັນຂອງຊີວິດຄູ່ທີ່ແຂງແຮງ ແລະມີຄວາມສຸກ

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ifram FB ເພຈທ່ຽວເມືອງລາວ Laotrips

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...