spot_img
Homeຂ່າວຕ່າງປະເທດນັກບິນອິນໂດຯ ເມົາແລ້ວຈະຂັບ ຜູ້ໂດຍສານແຫ່ລົງຍົນ ສາຍການບິນຕັດສິນໃຈປົດຕຳແໜ່ງ

ນັກບິນອິນໂດຯ ເມົາແລ້ວຈະຂັບ ຜູ້ໂດຍສານແຫ່ລົງຍົນ ສາຍການບິນຕັດສິນໃຈປົດຕຳແໜ່ງ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 2 ມັງກອນຜ່ານມານີ້ວ່າ ສາຍການບິນຊິຕີລິ້ງ ຊຶ່ງເປັນສາຍການບິນລາຄາປະຢັດ ຢູ່ປະເທດອິນໂດເນເຊຍ ໄດ້ຖະແຫລງປົດ ທ່ານ ເຕກັດ ປູນາ ອາຍຸ 32 ປີ ອອກຈາກຕຳແໜ່ງນັກບິນຂອງບໍລິສັດ ຫລັງຈາກທີ່ກວດສອບຄລິບວີດີໂອຈາກກ້ອງວົງຈອນປິດພົບວ່າ ຜູ້ກ່ຽວມີອາການຄ້າຍຄືເມົາເຫລົ້າ ຫລື ຢາເສບຕິດ ໃນຂະນະເຂົ້າຮັບການກວດຄົ້ນຮ່າງກາຍ ແລະ ກະເປົາເຄື່ອງ ທີ່ຈຸດສະແກນຂອງສະໜາມບິນ, ຈາກນັ້ນ ຜູ້ກ່ຽວຍັງເຂົ້າສູ່ຫ້ອງນັກບິນຫລ້າຊ້າກວ່າກຳນົດ ແລະ ໄດ້ປະກາດຜ່ານໄມໂຄໂຟນ ດ້ວຍນ້ຳສຽງຂອງຄົນຢູ່ໃນອາການເມົາເຫລົ້າຢ່າງຊັດເຈນ ສົ່ງຜົນເຮັດໃຫ້ຜູ້ໂດຍສານຂອງຖ້ຽວບິນດັ່ງກ່າວຈຳນວນຫລາຍ ພາກັນລົງຈາກເຮືອບິນ ແລະ ຂໍຍົກເລີກການເດີນທາງ.

ທັງນີ້ ເຖິງແມ່ນສາຍການບິນດັ່ງກ່າວ ຈະແກ້ໄຂບັນຫາສະເພາະໜ້າ ດ້ວຍການປ່ຽນທີມນັກບິນໃໝ່ ແຕ່ກໍບໍ່ສາມາດສ້າງຄວາມເຊື່ອໝັ້ນກັບຄືນມາຈາກຜູ້ໂດຍສານໄດ້ ຈຶ່ງເຮັດໃຫ້ຜູ້ບໍລິຫານຂອງສາຍການບິນ ຈຳນວນ 2 ຄົນ ຕ້ອງລາອອກຈາກຕຳແໜ່ງ ເພື່ອຮັບຜິດຊອບກັບເຫດການທີ່ເກີດຂຶ້ນ.

 

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...