spot_img
Homeຂ່າວຕ່າງປະເທດລົດຕິດໃນຊ່ວງຫຼັງປີໃໝ່ຢູ່ຈີນ ປະຊາຊົນພາກັນເດີນທາງກັບປາກກິ່ງ

ລົດຕິດໃນຊ່ວງຫຼັງປີໃໝ່ຢູ່ຈີນ ປະຊາຊົນພາກັນເດີນທາງກັບປາກກິ່ງ

Published on

ສຳນັກຂ່າວຈີນລາຍງານເມື່ອວັນທີ 3 ມັງກອນ 2017 ວ່າ ສະພາບຈະລາຈອນເທິງຖະໜົນໄຮເວ ສາຍສຳຄັນ ເສັ້ນຫຼັກທີ່ເຂົ້າສູ່ນະຄອນຫຼວງປາກກິ່ງ ທີ່ປາກົດວ່າຫຼັງຈາກຜ່ານພົ້ນເທດສະການປີໃໝ່ ປະຊາຊົນຈຳນວນຫຼາຍ ພາກັນທະຍອຍເດີນທາງກັບເຂົ້າໃນເມືອງ ເຮັດໃຫ້ບໍລິເວນດ່ານເກັບຄ່າຜ່ານທາງ ລົດຕິດຕະຫຼອດທັງວັນ ແລະຄືນ

ສຳລັບຖະໜົນໄຮເວດັ່ງກ່າວ ເປັນເສັ້ນທາງຫຼັກ ທີ່ເຊື່ອມຕໍ່ລະຫວ່າງນະຄອນຫຼວງປາກກິ່ງ ເມືອງຫຼວງຈີນ ແລະເມືອງຮົງກົງ-ມາເກົ໊າ ຈຸດດັ່ງກ່າວເປັນດ່ານເກັບຄ່າຜ່ານທາງກ່ອນເຂົ້າເມືອງຫຼວງ ມັກເປັນຈຸດທີ່ການຈະລາຈອນແໜ້ນໜາຕະຫຼອດ ເມື່ອຮອດເທດສະການສຳຄັນຕ່າງໆ

ການຈະລາຈອນໃນຊ່ວງປີໃໝ່ບໍລິເວນຈຸຸດນີ້ ເຖິງແມ່ນວ່າຈະຂ້ອນຂ້າງຕິດຫຼາຍ ເພາະປະລິມານລົດ ແລະສະພາບອາກາດທີ່ມີໝອກລົງຫຼາຍ ເຮັດໃຫ້ຕ້ອງຫຼຸດປະລິມານຄວາມໄວລົງ, ແຕ່ຄາດວ່າ ໃນຊ່ວງເທດສະການກຸດຈີນ ລົດຈະຕິດຫຼາຍກວ່ານີ້ ເພາະຄົນຈີນສ່ວນຫຼາຍເລືອກທີ່ຈະກັບບ້ານໄປຫາພໍ່ແມ່ໃນຊ່ວງເວລາດັ່ງກ່າວ ຫຼາຍກວ່າຊ່ວງປີໃໝ່ສາກົນ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...