spot_img
Homeຂ່າວການພັດທະນາປີໃໝ່ນີ້ ຂະແໜງກະສິກຳ ແລະ ປ່າໄມ້ ຈະຫັນປ່ຽນຄວາມຮັບຮູ້ເກົ່າ ໄປສູ່ອັນໃໝ່

ປີໃໝ່ນີ້ ຂະແໜງກະສິກຳ ແລະ ປ່າໄມ້ ຈະຫັນປ່ຽນຄວາມຮັບຮູ້ເກົ່າ ໄປສູ່ອັນໃໝ່

Published on

ທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ ໄດ້ກ່າວໃນພິທີປິດກອງປະຊຸມກະສິກຳ-ປ່າໄມ້ ແລະ ພັດທະນາຊົນນະບົດໃນວັນທີ 28 ທັນວານີ້ວ່າ: ຕະຫລອດໄລຍະດຳເນີນກອງປະຊຸມຜູ້ແທນທັງສູນກາງ ແລະ ທອ້ງຖີ່ນ ໄດ້ສຸມໃສ່ຄົ້ນຄວ້າພິຈາລະນາບັນຫາຕ່າງໆດ້ວຍຄວາມຮັບຜິດຊອບສູງ ເພື່ອສະຫລຸບຕີລາຄາຄືນການເຄື່ອນໄຫວວຽກງານໃນໜື່ງປີຜ່ານມາ ແລະ ພ້ອມກັນກຳນົດທິດທາງ, ຄາດໜາຍສູ້ຊົນເພື່ອຈັດຕັ້ງປະຕິບັດວຽກງານໄລຍະ 4 ປີຕໍ່ໜ້າ ແລະ ປີ 2017 ບົນພື້ນຖານການປ່ຽນແປງຄວາມຮັບຮູ້ເກົ່າໄປສູ່ຈິນຕະນາການອັນໃໝ່ໃນການຄິດ, ການວາງແຜນ ແລະ ວິທີຈັດຕັ້ງປະຕິບັດແນໃສ່ຕີຖອຍສີ່ງທ້າທາຍດ້ານວຽກງານກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ທີ່ປະເທດເຮົາພວມປະເຊີນຢູ່ໃນປະຈຸບັນ ແລະ ອານາຄົດ, ທັງເປັນການສູ້ຊົນປະຕິບັດແຜນງານຄ້ຳປະກັ ຄວາມໜັ້ນຄົງດ້ານສະບຽງອາຫານໃຫ້ພຽງພໍໄດ້ຫລາຍກວ່າ 3 ເດືອນ ໃນກໍລະນີເກີດມີໄພພິບັດຮ້າຍແຮງ, ສູ່ຊົນສະນອງຊີ້ນ,ປາຈາກຟາມ ໃຫ້ໄດ້ 30% ຈາກຄວາມຕ້ອງການທັງໝົດ ແລະ ເມື່ອຮອດປີ 2025 ໃຫ້ເພີ່ມຂຶ້ນ 50% ເປັນຢ່າງຕໍ່າ ຈຶ່ງຈະຮັບປະກັນໃຫ້ການສະໜອງຄວາມຕ້ອງການມີຄວາມໝັ້ນທ່ຽງ, ພ້ອມນັ້ນ ກອງປະຊຸມຄັ້ງນີ້ຍັງໄດ້ຮັບຟັງການລາຍງານການພັດທະນາວຽກງານກະສິກຳ ແລະ ປ່າ ໄມ້ ແລະ ການຫຼຸດຜ່ອນຄວາມທຸກຍາກຂອງບັນດາແຂວງ, ລວມເຖິງນະໂຍບາຍຕ່າງໆທີ່ກະຊວງ ແລະ ອົງການຈັດຕັ້ງກ່ຽວຂ້ອງ ມີຕໍ່ກະຊວງກະສິກຳ ແລະ ປ່າໄມ້, ເປັນຕົ້ນແມ່ນກະຊວງອຸດສາກະກຳ ແລະ ການຄ້າ, ກະຊວງການເງິນ, ກະຊວງພະລັງງານ ແລະ ບໍ່ແຮ່, ທະນາຄານແຫ່ງ ສປປ ລາວ ແລະ ອື່ນໆ, ຊຶ່ງລ້ວນແຕ່ເປັນທ່າແຮງທີ່ສຳຄັນ ໃນການຊຸກດັນການພັດທະນາຂະແໜງກະສິກຳ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວ.

ໂອກາດນີ້ ທ່ານລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ຍັງໄດ້ຮຽກຮ້ອງເຖິງທຸກພາກສ່ວນ ນັບແຕ່ສູນກາງ ແລະ ທ້ອງຖີ່ນ ຈົ່ງນຳເອົາເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ ຈັດຕັ້ງຜັນຂະຫຍາຍຢ່າງເປັນຮູບປະທຳ, ເພື່ອເຮັດໃຫ້ບັນດາຄາດໝາຍຕ່າງໆຂອງວຽກງານກະສິກຳ ແລະ ປ່າໄມ້ ແລະ ພັດທະນາຊົນນະບົດ ບັນລຸຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.

 

ແຫລ່ງຂ່າວ:

ລພນ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...