spot_img
Homeຂ່າວຕ່າງປະເທດຊາຍໜຸ່ມນັກສຶກສາຈີນໃຊ້ເວລາ 1 ເດືອນ ເຮັດຊຸດເກາະຈາກໂສ້ເຫຼັກໜັກ 20 ກິໂລກຣາມ

ຊາຍໜຸ່ມນັກສຶກສາຈີນໃຊ້ເວລາ 1 ເດືອນ ເຮັດຊຸດເກາະຈາກໂສ້ເຫຼັກໜັກ 20 ກິໂລກຣາມ

Published on

ສຳນັກຂ່າວຈີນລາຍງານເມື່ອວັນທີ 27 ທັນວາ 2016 ຜ່ານມາໄດ້ເວົ້າເຖິງທ້າວ ຮາຊືມູ່ ນັກສຶກສາປີ 3 ຄົນໜຶ່ງຂອງມະຫາວິທະຍາໄລຊີຕ້ຽນ ຫຼືມະຫາວິທະຍາໄລວິທະຍາສາດເຕັກໂນໂລຊີອີເລັກໂທນິກຊີອານ ເມືອງຊີອານ ມົນທົນສ່ານຊີ ທີ່ໃຊ້ເວລາ 1 ເດືອນ ໃຊ້ໂສ້ເຫຼັກ 20 ກິໂລກຣາມ ມາເຮັດເປັນຊຸດເກາະບູຮານຂອງຈີນ ເຊິ່ງເປັນອຸປະກອນທີ່ໃຊ້ສຳລັບປ້ອງກັນຮ່າງກາຍໃນການເຮັດເສິກສົງຄາມໃນອະດີດ

ເຊິ່ງລາວໄດ້ເປີດເຜີຍວ່າ ລາວມັກເປີດເຂົ້າເບິ່ງການເຮັດອຸປະກອນຕ່າງໆ ທີ່ເຮັດດ້ວຍມືທາງເວັບໄຊຕ່າງໆຕະຫຼອດ, ຈາກນັ້ນຈຶ່ງເກີດຢາກຈະລອງເຮັດຊຸດເກາະທີ່ເຮັດຂຶ້ນມາເອງ, ຈຶ່ງໄດ້ເກັບຮວບຮວມຂໍ້ມູນ ວັດສະດຸອຸປະກອນຕ່າງໆ ແລ້ວໃຊ້ເວລາ 1 ເດືອນ ລົງມືເອົາໂສ້ເຫຼັກກວ່າ 12,000 ອັນ ມາເຮັດເປັນຊຸດເກາະນີ້ ເຊິ່ງມັກສາມາດປ້ອງກັນມີດ,ຫອກ, ດາບ, ທະນູ ແລະອຸປະກອນມີຄົມອື່ນໆໄດ້

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...